ປກສ ແຂວງຫຼວງນ້ຳທາ ສ້າງຂະບວນການຮັບຕ້ອນວັນສ້າງຕັ້ງກຳລັງ

ທ້າຍເດືອນຜ່ານມາ, ກອງບັນຊາການ ປກສ ແຂວງຫຼວງນໍ້າທາ ໄດ້ສ້າງຂະບວນການດ້ານຕ່າງໆ ເພື່ອຂ່ຳນັບຮັບຕ້ອນ ວັນສ້າງຕັ້ງກຳລັງປ້ອງກັນຄວາມສະຫງົບ ຄົບຮອບ 58 ປີ ໂດຍການນໍາພາຂອງ ພັທ ພູນເພັດ ເຫຼົາອິນ ຮອງຫົວໜ້າຫ້ອງການເມືອງ ປກສ ແຂວງ ມີພະນັກງານ-ນັກຮົບອ້ອມຂ້າງ ກອງບັນຊາການ ປກສ ແຂວງ ເຂົ້າຮ່ວມ.

ພັທ ພູນເພັດ ເຫຼົາອິນ ກ່າວວ່າ:

ຈຸດປະສົງຂອງການສ້າງຂະບວນການຄັ້ງນີ້ ກໍເພື່ອເປັນການຂໍ່ານັບຮັບຕ້ອນ ວັນສ້າງຕັ້ງກຳລັງປ້ອງກັນຄວາມສະຫງົບ ຄົບຮອບ 58 ປີ (5 ເມສາ 1961-5 ເມສາ 2019) ທີ່ຈະໝູນວຽນມາບັນຈົບຄົບຮອບ ແລະ ວັນປີໃໝ່ລາວ ພສ 2562.

ສະນັ້ນ, ເພື່ອໃຫ້ມີຄວາມເປັນລະບຽບຮຽບຮ້ອຍ ແລະ ຄວາມສະອາດງາມຕາ, ພະນັກງານ-ນັກຮົບ ອ້ອມຂ້າງ ກອງບັນຊາການ ປກສ ແຂວງ ໄດ້ພ້ອມກັນອອກແຮງງານອະນາໄມລວມ ອ້ອມຂ້າງ ກອງບັນຊາການ ເປັນຕົ້ນແມ່ນ ອະນາໄມຫ້ອງການເຄຫາສະຖານທີ່, ເກັບກວດເສດໃບໄມ້, ປະດັບປະດາຕົ້ນໄມ້, ປັກທຸງທິວ-ທຸງຊາດ-ທຸງພັກ ອ້ອມຂ້າງກຳແພງກອງບັນຊາການ, ຕິດປ້າຍຄຳຂວັນນ້ຳໃຈ 5 ເມສາ ໝັ້ນຍືນ ຢູ່ປະຕູໂຂງທາງເຂົ້າ-ອອກ ກອງບັນຊາການ.

ທ່ານຍັງໄດ້ຮຽກຮ້ອງເຖິງຄະນະພັກ-ຄະນະບັນຊາແຕ່ລະຫ້ອງ, ກອງ, ຄ້າຍ, ປກສ ເມືອງ, ປກສ ເຂດ, ກອງກໍ່ສ້າງຮາກຖານ 914, 917 ປະຈຳ ແຂວງຫຼວງນ້ຳທາ ຈົ່ງນຳພາອ້າຍນ້ອງສ້າງຜົນງານ, ສ້າງຂະບວນການປະດັບປະດາສຳນັກງານຫ້ອງການ ໃຫ້ມີຄວາມສະອາດງາມຕາ, ມີບັນຍາກາດຟົດຟື້ນ ແລະ ຮຽກຮ້ອງເຖິງພະນັກງານ-ລັດຖະກອນ, ພໍ່-ແມ່ປະຊາຊົນ ຕະຫຼອດຮອດນ້ອງນັກຮຽນ, ນັກສຶກສາ ໃນການໃຊ້ລົດ-ໃຊ້ຖະໜົນ ໃຫ້ມີຄວາມເປັນລະບຽບຮຽບຮ້ອຍ ແລະ ຄວາມປອດໄພ, ການຫົດນ້ຳອວຍພອນປີໃໝ່ ໃຫ້ຕັ້ງເປັນຈຸດຕາມທີ່ພາກສ່ວນກ່ຽວຂ້ອງໄດ້ກຳນົດ ຈົ່ງພ້ອມກັນສະເຫຼີມສະຫຼອງ ວັນສ້າງຕັ້ງກຳລັງປ້ອງກັນຄວາມສະຫງົບ ແລະ ບຸນປະເພນີສົງການປີໃໝ່ລາວ ປີ 2562 ໃຫ້ເປັນຂະບວນການຟົດຟື້ນມ່ວນຊື່ນ.