ກອງພັນປ້ອງກັນເຄື່ອນທີ່ ປກສ ແຂວງສະຫວັນນະເຂດ

ພັທ ສຸວັນນະ ໂພທິສານວົງ ຮອງຫົວໜ້າກອງພັນປ້ອງກັນເຄື່ອນທີ່ ປກສ ແຂວງສະຫວັນນະເຂດ ໄດ້ກ່າວໃນກອງປະຊຸມສະຫຼຸບຜົນງານ ປະຈໍາປີ 2018 ແລະ ທິດທາງແຜນການປີ 2019 ວ່າ:

ປີ 2018, ກອງພັນເຄື່ອນທີ່ສາມາດມ້າງຜູ້ຄ້າ-ຂາຍຢາເສບຕິດ ໄດ້ຈຳນວນ 10 ຄົນ ພ້ອມຂອງກາງຢາບ້າ 8.455 ເມັດ, ລົດຈັກ 6 ຄັນ, ໂທລະສັບ 4 ເຄື່ອງ, ເງິນສົດ 153.000 ກີບ ກັບ 1.000 ບາດ, ປືນແກັບປະດິດສັ້ນ 3 ກະບອກ ແລະ ປືນແວງ 1 ກະບອກ ພ້ອມລູກ 27 ລູກ.

ພັທ ສຸວັນນະ ໂພທິຈັກ
ພັທ ສຸວັນນະ ໂພທິຈັກ

ນອກນັ້ນ, ໄດ້ສຸມໃສ່ຈັດຕັ້ງປະຕິບັດວຽກງານ ປົກປັກຮັກສາຄວາມເປັນລະບຽບຮຽບຮ້ອຍ ທາງດ້ານສັງຄົມ, ສຸມໃສ່ປະຕິບັດຄຳສັ່ງເລກທີ 27/ນຍ, ຄຳສັ່ງເລກທີ 829/ປກສ ແລະ ຈັດຕັ້ງປະຕິບັດຕາມ 4 ແຜນງານໃຫຍ່ 29 ໂຄງການ ຂອງ ກອງບັນຊາການ ປກສ ແຂວງ, ປະສານສົມທົບກັບ ກໍາລັງວິຊາສະເພາະທີ່ກ່ຽວຂ້ອງ ໃນການແກ້ໄຂປະກົດການຫຍໍ້ທໍ້ໃນສັງຄົມ, ຈັດຕັ້ງກຳລັງອອກກວດກາສາລະເວ 24 ຊົ່ວໂມງ ເຮັດໃຫ້ສັງຄົມມີຄວາມປອດໄພ, ຈັດຕັ້ງກຳລັງເຮັດໜ້າທີ່ປ້ອງກັນສຳນັກງານ-ອົງການ ລວມ 28 ຄັ້ງ ມີ 81 ສະຫາຍ, ປ້ອງກັນເຄື່ອນຍ້າຍ ວັດຖຸມີຄ່າຈາກທະນາຄານ ໄປໜ່ວຍບໍລິການຕ່າງໆ ໄດ້ 2.148 ຄັ້ງ, ຈັດຕັ້ງກໍາລັງລໍຄອຍເຫດ 24 ຊົ່ວໂມງ, ຕິດຕາມປ້ອງກັນການນຳ, ພາຍໃນ ແລະ ຕ່າງປະເທດ ແລະ ກອງປະຊຸມ 23 ຄັ້ງ, ປ້ອງກັນວັນສຳຄັນຂອງພັກຂອງຊາດ ແລະ ບຸນປະເພນີ 8 ຄັ້ງ ມີ 147 ສະຫາຍ, ຕິດຕາມປ້ອງກັນ ການນໍາລົງເຮັດວຽກຊຸກຍູ້ຕ້ານໄພພິບັດ ໄດ້ 21 ຄັ້ງ, ມ້າງເປົ້າໝາຍລັກຊັບພົນລະເມືອງ 2 ຄັ້ງ ມີເປົ້າໝາຍ 2 ຄົນ ພ້ອມຢາບ້າ 54 ເມັດ, ລົດຈັກ 3 ຄັນ, ສະກັດກັ້ນກຸ່ມແກ້ງກວນເມືອງ ໄດ້ທັງໝົ 57 ຄົນ, ສຶກສາອົບຮົມຜູ້ລະເມີດລະບຽບການຕ່າງໆ ແລະ ຈັດຕັ້ງເຄື່ອນໄຫວລາດຕະເວນ ໃນຂອບເຂດເທດສະບານ ນະຄອນໄກສອນພົມວິຫານ ໄດ້ທັງໝົດ 610 ຄັ້ງ.

ມອບໃບຍ້ອງຍໍ ໃນກອງປະຊຸມສະຫຼຸບຜົນງານ ປະຈໍາປີ 2018 ແລະ ທິດທາງແຜນການປີ 2019
ມອບໃບຍ້ອງຍໍ ໃນກອງປະຊຸມສະຫຼຸບຜົນງານ ປະຈໍາປີ 2018 ແລະ ທິດທາງແຜນການປີ 2019

ກອງປະຊຸມດັ່ງກ່າວ ໄດ້ຈັດຂຶ້ນໃນວັນທີ 26 ມີນາ 2019 ນີ້ ໂດຍການເຂົ້າຮ່ວມຂອງ ພັອ ຄຳພົນ ສີຫາປັນຍາ ຫົວໜ້າກອງບັນຊາການ ປກສ ແຂວງ ແລະ ພັທ ບົວສອນ ແສງສະຫວ່າງ ຫົວໜ້າກອງພັນປ້ອງກັນເຄື່ອນທີ່ ພ້ອມດ້ວຍຄະນະ, ມີບັນດາຄະນະຫ້ອງອ້ອມຂ້າງ ປກສ ແຂວງ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.