ປກສ ເມືອງໄຊຍະບູລີ ຈັດກອງປະຊຸມໃຫຍ່ຄະນະພັກຮາກຖານ

ກອງປະຊຸມໃຫຍ່ສະໄໝທີ II ຄະນະພັກຮາກຖານກອງບັນຊາການ ປກສ ເມືອງໄຊຍະບູລີ ແຂວງໄຊຍະບູລີ ຈັດຂຶ້ນໃນຕອນເຊົ້າຂອງວັນທີ 19 ເມສາ 2019 ຜ່ານມານີ້, ຢູ່ສະໂມສອນກອງບັນຊາການ ປກສ  ເມືອງ, ເປັນປະທານ ໂດຍສະຫາຍ ພັທ ບຸນນັດ ແກ້ວອາລຸນ ເລຂາຄະນະພັກຮາກຖານ ຫົວໜ້າກອງ ບັນຊາການ ປກສ ເມືອງ, ເປັນກຽດເຂົ້າຮ່ວມໂດຍສະຫາຍ ຄໍາສິງ ສໍລະສຸກ ກໍາມະການປະຈໍາພັກແຂວງ ເລຂາພັກ ເມືອງ ເຈົ້າເມືອງໆໄຊຍະບູລີ, ມີແຂກຖືກເຊີນ ພ້ອມດ້ວຍຜູ້ແທນ ເຂົ້າຮ່ວມ.

ໃນໄລຍະ 5 ປີຜ່ານມາ, ຄະນະພັກຮາກຖານກອງບັນຊການ ປກສ ເມືອງໄຊຍະບູລີ ສຸມໃສ່ກວດກາຂຶ້ນບັນຊີ ເກັບກໍາພາກສ່ວນເຊື່ອຖືສາສະໜາຕ່າງປະເທດໃນທົ່ວເມືອງ 250 ຄອບຄົວ; ມີຈໍານວນພົນ 1.462 ຄົນ ຍິງ 666 ຄົນ; ກວດກາຄຸ້ມຄອງຄົນຕ່າງປະເທດທີ່ເຂົ້າມານໍາໂຄງການເຮັດທຸລະກິດ, ບໍລິການຄ້າ-ຂາຍໄລຍະສັ້ນ ແລະ ໄລຍະຍາວ ພົບເຫັນຄົນຕ່າງປະເທດ ທັງໝົດ 542 ຄົນ ໃນນີ້ເຄື່ອນໄຫວກະທໍາຜິດຕໍ່ລະບຽບກົດໝາຍຂອງ ສປປ ລາວ 22 ຄົນ ຍິງ 5 ຄົນ, ມີ 4 ກໍລະນີ; ໄດ້ສົມທົບກັບພາກສ່ວນທີ່ກ່ຽວຂ້ອງຂອງເມືອງສຸມໃສ່ແກ້ໄຂປະກົດການຫຍໍ້ທໍ້ຢູ່ບ້ານຫ່າງໄກສອກຫຼີກທີ່ມີຄວາມສັບສົນ ແລະ ບ້ານເທດສະບານ ສາມາດສຶກສາອົບຮົມເປົ້າໝາຍຢູ່ກັບທີ່ຂັ້ນບ້ານໄດ້ 165 ເລື່ອງ, ມີ 186 ຄົນ ຍິງ 21 ຄົນ ມີ 5 ກໍລະນີ; ເລີກຮື້ໜໍ່ແໜງກໍ່ຄວາມບໍ່ສະຫງົບໃນສັງຄົມ, ສົ່ງເຂົ້າໂຮງຮຽນສຶກສາອົບຮົມພົນລະເມືອງໄດ້ 1.627 ເລື່ອງ, ມີ 2.453 ຄົນ ຍິງ 220 ຄົນ, ມີ 29 ກໍລະນີ ແກ້ໄຂ ພາກສ່ວນກໍ່ໃຫ້ມີປະກົດການຫຍໍ້ທໍ້ ໃນສັງຄົມໄດ້ 1.189 ເລື່ອງ, ມີ 1.903 ຄົນ ຍິງ 109 ຄົນ; ແກ້ໄຂລາຍຄະດີ ໄດ້ 343 ເລື່ອງ ກັກຕົວຜູ້ກະທໍາຜິດໄດ້ 459 ຄົນ ຍິງ 120 ຄົນ.

ສຶກສາອົບຮົມຮຽນລະບຽບການຕ່າງໆຂອງໂຮງຮຽນສຶກສາອົບຮົມຮຽນລະບຽບກົດໝາຍໃຫ້ນັກຮຽນ, ຜູ້ຖືກຫາ-ນັກໂທດໄດ້ 89 ຄັ້ງ, ມີຜູ້ເຂົ້າຮ່ວມ ທັງໝົດ 16.236 ເທື່ອຄົນ, ລົງເຜີຍແຜ່ລະບຽບການສັນຈອນຕາມທ້ອງຖະໜົນແຂວງໄດ້ 25 ຄັ້ງ ມີຜູ້ເຂົ້າຮ່ວມ 5.600 ກວ່າເທື່ອຄົນ ຍິງ 3.000 ກວ່າເທື່ອຄົນ, ສ່ວນອຸບັດຕິເຫດເກີດຂຶ້ນ 72 ຄັ້ງ ພາຫານະເປ່ເພ 120 ຄັນ, ເປ່ເພເລັກນ້ອຍ 69 ຄັນ, ສົມຄວນ 41 ຄັນ, ໃຊ້ການບໍ່ໄດ້ 5 ຄັນ, ຄົນໄດ້ຮັບບາດເຈັບ ທັງໝົດ 93 ຄັນ, ບາດເຈັບເລັກນ້ອຍ 46 ຄົນ, ເຈັບສົມຄວນ 29 ຄົນ, ເຈັບສາຫັດ 7 ຄົນ ຍິງ 5 ແລະ ເສຍຊີວິດ 12 ຄົນ.

ກອງປະຊຸມໄດ້ປ່ອນບັດເລືອກຕັ້ງ ເອົາຄະນະພັກຮາກຖານຊຸດໃໝ່ເລືອກໄດ້ສະຫາຍ ພັທ ບຸນນັດ ແກ້ວ ອາລຸນ ເປັນເລຂາຄະນະພັກ,  ພັທ ຜາວື ໄຊຕົງ  ເປັນຮອງເລຂາ ແລະ ປະທານກວດກາ; ພັຕ ບຸນໄສ ກອງທອງ ເປັນຄະນະພັກທັງເປັນຮອງປະທານກວດກາ ແລະ ອີກ 4 ສະຫາຍ ເປັນຄະນະ.