ມອບຫຼຽນໄຊພິລະອາດຫາດ-ໃບຍ້ອງຍໍໃຫ້ແກ່ນາຍ ແລະ ພົນຕຳຫຼວດ

ວັນທີ 23 ເມສາ 2019 ຜ່ານມານີ້, ກອງບັນຊາການ ປກສ ແຂວງວຽງຈັນ ໄດ້ຈັດພິທີມອບຫຼຽນໄຊພິລະອາດຫານ ແລະ ໃບຍ້ອງຍໍສັນລະເສີນຜົນງານດີເດັ່ນໃຫ້ແກ່ນາຍ ແລະ ພົນຕໍາຫຼວດເຂົ້າຮ່ວມມີ ພັອ ປອ ທອງເຄນ ບຸນໝັ້ນ ຫົວໜ້າກອງບັນຊາການ ປກສ ແຂວງວຽງຈັນ ແລະ ພັທ ຈະເລີນ ເລີດມຸງຄຸນ ຮອງຫົວໜ້າກອງບັນຊານການ ປກສ ແຂວງ ມີຕາງໜ້າຫ້ອງ, ກອງພັນປ້ອງກັນເຄື່ອນທີ່, ຄ້າຍຄຸມຂັງ-ດັດສ້າງ ພ້ອມດ້ວຍພະນັກງານກ່ຽວຂ້ອງເຂົ້າຮ່ວມ.

ພັທ ຄໍາແຝງ ສີມູນ ຫົວໜ້າຫ້ອງການເມືອງ ໄດ້ຜ່ານຂໍ້ຕົກລົງຂອງກະຊວງປ້ອງກັນປະເທດ ເລກທີ 2633, ເລກທີ 7/ກປທ ວ່າດ້ວຍການຍ້ອງຍໍສັນລະເສີນຜົນງານໃຫ້ແກ່ນາຍ ແລະ ພົນຕໍາຫຼວດກະຊວງປ້ອງກັນຄວາມສະຫງົບ, ຂໍ້ຕົກລົງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ເລກທີ 2433/ ປກສ, ເລກທີ 1478/ກນບ ວ່າດ້ວຍການມອບໃບຍ້ອງຍໍໃຫ້ນາຍ ແລະ ພົນຕໍາຫຼວດກອງບັນຊາການ ປກສ ແຂວງ ແລະ ຂໍ້ຕົກລົງກົມໃຫຍ່ການເມືອງປ້ອງກັນຄວາມສະຫງົບ ເລກທີ 3967/ ກມປສ, ເລກທີ 1461/ກນບ ວ່າດ້ວຍການມອບໃບຍ້ອງຍໍ ໃຫ້ນາຍ ແລະ ພົນຕໍາຫຼວດ ກອງບັນຊາການ ປກສ ແຂວງວຽງຈັນ ເພື່ອຕອບສະໜອງຜົນງານໃຫ້ແກ່ນາຍ ແລະ ພົນຕໍາຫຼວດ ເວົ້າລວມ ເວົ້າສະເພາະ ແມ່ນກອງບັນຊາການ ປກສ ແຂວງວຽງຈັນ ທີ່ມີຜົນງານດີເດັ່ນໃນການປະຕິບັດໜ້າທີ່ອໍາພາງລົງກໍ່ສ້າງຮາກຖານການເມືອງຢູ່ຈຸດສຸມ ເຮັດໃຫ້ຂອບເຂດດັ່ງກ່າວ ມີຄວາມສະຫງົບ-ປອດໄພ ແລະ ມອບໃບຍ້ອງຍໍກະຊວງປ້ອງກັນຄວາມສະຫງົບໃຫ້ນາຍ ແລະ ພົນຕໍາຫຼວດ ທີ່ມີຜົນງານດີເດັ່ນໃນການປ້ອງກັນວຽກງານອື່ນໆ.

ໃນນີ້, ມີຫຼຽນໄຊພິລະອາດຫານ ຊັ້ນ II ໃຫ້ຈໍານວນ 7 ສະຫາຍ, ຫຼຽນໄຊພິລະອາດຫານ ຊັ້ນ III ໃຫ້ຈໍາ ນວນ 17 ສະຫາຍ, ໃບຍ້ອງຍໍລັດຖະບານໃຫ້ 1 ສະຫາຍ, ມອບໃບຍ້ອງຍໍກະຊວງປ້ອງກັນຄວາມສະຫງົບ ໃຫ້ຈຳນວນ 62 ສະຫາຍ ແລະ ມອບໃບຍ້ອງຍໍກົມໃຫຍ່ການເມືອງປ້ອງກັນຄວາມສະຫງົບ ຈໍານວນ 30 ສະຫາຍ. ໂອກາດດຽວກັນ, ຍັງໄດ້ຜ່ານຂໍ້ຕົກລົງ ເລກທີ 417/ ປກສ ວ່າດ້ວຍການອະນຸມັດໃຫ້ນາຍຕໍາຫຼວດພັກການຮັບອຸດໜູນບໍານານ ໃນນີ້ມີ ພັທ ຈັນທະ ພົມມະລືສີ ຮອງຫົວໜ້າກອງບັນຊາການ ປກສ ເມືອງວຽງຄໍາ.