ຜົນການນັບຄະແນນເລືອກຕັ້ງ ແອັດສະປາຍ ພັກລັດຖະບານ ໄດ້ຄະແນນອັນດັບ 1

0
836

ຜົນການນັບຄະແນນການເລືອກຕັ້ງ ຂອງປະເທດແອັດສະປາຍ ທີ່ຈັດຂຶ້ນ ໃນວັນທີ 28 ເມສາ ທີ່ຜ່ານມາ, ຫຼ້າສຸດ ການນັບຄະແນນຜ່ານໄປແລ້ວ 97,42% ປະກົດວ່າ:

ພັກສັງຄົມນິຍົມຂອງ ນາຍົກລັດຖະມົນຕີ ເປໂດຣ ຊານເຊສ ໄດ້ຄະແນນເກືອບ 29% ຄອງທີ່ນັ່ງໃນສະພາຜູ້ແທນປະຊາຊົນ 122 ທີ່ນັ່ງ ຈາກທັງໝົດ 350 ທີ່ນັ່ງ.

ເຖິງແມ່ນວ່າ ພັກສັງຄົມນິຍົມ ຈະໄດ້ຄະແນນເປັນອັນດັບ 1 ແຕ່ກໍຍັງບໍ່ໄດ້ຄອງສຽງຈຳນວນຫຼາຍ ແລະ ຈຳເປັນຕ້ອງຕັ້ງລັດຖະບານປະສົມຮ່ວມກັບ ພັກໜ້ອຍ, ສ່ວນພັກປັອບພູລາ ເຊິ່ງເປັນພັກອະນຸລັກນິຍົມ ໄດ້ພຽງ 66 ທີ່ນັ່ງ ຫຼຸດລົງຈາກການເລືອກຕັ້ງຄັ້ງທີ່ຜ່ານມາ ເຖິງເຄິ່ງໜຶ່ງ, ຂະນະທີ່ ພັກຊິຕີເຊນ ໄດ້ທີ່ນັ່ງເພີ່ມເປັນ 58 ທີ່ນັ່ງ ຈາກຄັ້ງທີ່ຜ່ານມາ ເຄີຍໄດ້ 32 ທີ່ນັ່ງ. ນອກຈາກນີ້, ຍັງມີພັກວອກສ໌ ເຊິ່ງເປັນພັກການເມືອງໃໝ່ ໄດ້ທີ່ນັ່ງເຖິງ 24 ທີ່ນັ່ງ.