ຍີ່ປຸ່ນ - ການາດາ ຕົກລົງເຫັນດີກັນກ່ຽວກັບ ຂໍ້ຕົກລົງ CPTPP

ໃນວັນທີ 28 ເມສາ ທີ່ຜ່ານມາ, ນາຍົກລັດຖະມົນຕີ ຊິນໂຊ ອາເບະ ຂອງຍີ່ປຸ່ນ ແລະ ນາຍົກລັດຖະມົນຕີ ຈັສຕິນ ທຣູໂດ ຂອງການາດາ ເຫັນພ້ອມກັນໃນຂໍ້ຕົກລົງທີ່ຄວບຄຸມ ແລະ ກ້າວໜ້າ ເພື່ອຫຸ້ນສ່ວນການຄ້າຂ້າມປາຊີຟິກ (CPTPP) ເຖິງແມ່ນວ່າ ສະຫະລັດອາເມລິກາ ຈະຖອນຕົວອອກໄປແລ້ວກໍຕາມ.

ນາຍົກລັດຖະມົນຕີທັງສອງຝ່າຍ ໄດ້ຖະແຫຼງຂ່າວຮ່ວມກັນ ໃນນະຄອນຫຼວງອອດຕາວາ ຂອງການາດາ ລະຫວ່າງທີ່ ນາຍົກລັດຖະມົນຕີຍີ່ປຸ່ນ ມີພາລະກິດຢ້ຽມຢາມ ອາເມລິກາເໜືອ ເຊິ່ງ ທ່ານ ອາເບະ ໄດ້ກ່າວຢ່າງໝັ້ນໃຈວ່າ ຈະປະສົບຄວາມສຳເລັດດ້ວດີ; ຂະນະທີ່ ທ່ານ ທຣູໂດ ກ່າວວ່າ ສິ່ງສຳຄັນຂອງຂໍ້ຕົກລົງໃນຫຸ້ນສ່ວນການຄ້າ ຄັ້ງນີ້ຄື ປະເທດຫຸ້ນສ່ວນ ສາມາດຕົກລົງກັນໄດ້ ເຖິງວ່າ ສະຫະລັດອາເມລິກາ ຈະອອກໄປແລ້ວກໍຕາມ.

ໂດຍກ່ອນໜ້ານີ້ ຂໍ້ຕົກລົງດັ່ງກ່າວ ມີທ່າທີວ່າຈະຫຼົ້ມເຫຼວ ຫຼັງຈາກທີ່ ປະທານາທິບໍດີ ໂດໂນ ທຣຳ ຂອງ ສະຫະລັດອາເມລິກາ ປະກາດຖອນຕົວອອກຈາກຂໍ້ຕົກລົງດັ່ງກ່າວ ພາຍຫຼັງທີ່ເຂົ້າຮັບຕຳແໜ່ງຜູ້ນຳ ໃນເດືອນມັງກອນ 2017.