ນັກທຸລະກິດຈີນມີແຜນປູກດອກດາວເຮືອງຢູ່ແຂວງຊຽງຂວາງ

ທ່ານ ລູເຫີງ (Lu Heng) ປະທານບໍລິສັດເຕັກໂນໂລຊີຊີວະພາບ ລຸ່ຍປາວຢຸນນານ ຈຳກັດ ພ້ອມດ້ວຍຄະນະ ໄດ້ເຂົ້າພົບປະ ທ່ານ ບຸນຕົ້ນ ຈັນທະພອນ ເຈົ້າແຂວງໆຊຽງຂວາງ ພ້ອມດ້ວຍຄະນະ ໃນວັນທີ 24 ເມສາ 2019 ທີ່ຜ່ານມານີ້.

ໂອກາດນີ້, ທ່ານເຈົ້າແຂວງ ໄດ້ລາຍງານການພັດທະນາເສດຖະກິດ-ສັງຄົມ ໃນໄລຍະຜ່ານມາໂດຍແຂວງຊຽງຂວາງ ໄດ້ຖືເອົາການລ້ຽງສັດໃຫຍ່, ການທ່ອງທ່ຽວ, ການຜະລິດແຮ່ທາດ ແລະ ການປູກຝັງເປັນຕົວເລັ່ງໃນການພັດທະນາ, ປະຊາຊົນຊາວຊຽງຂວາງ ມີມູນເຊື້ອດຸໝັ່ນໃນການປູກຝັງ-ລ້ຽງສັດ, ທາງດ້ານພູມສັນຖານ ແລະ ອາກາດກໍເໝາະສົມ ຈຶ່ງໄດ້ເຊີນຊວນນັກລົງທຶນຈາກຕ່າງປະເທດ ເຂົ້າມາລົງທຶນ ແລະ ຈະໃຫ້ການຮ່ວມມື ເພື່ອອຳນວຍຄວາມສະດວກໃຫ້ແກ່ການລົງທຶນນໍາອີກ.

ທ່ານປະທານບໍລິສັດເຕັກໂນໂລຊີ ຊີວະພາບ ລຸ່ຍປາວຢຸນນານ ຈຳກັດ ກ່າວວ່າ:

ຈຸດປະສົງຂອງການມາຢ້ຽມຢາມ ແຂວງຊຽງຂວາງນີ້ເພື່ອສຶກສາຄວາມເປັນໄປໄດ້ ໃນການລົງທຶນປູກດອກດາວເຮືອງ ເພື່ອຊອກຫາພື້ນທີ່ທົດລອງປູກ; ການປູກດອກດາວເຮືອງ ກໍເພື່ອນໍາໄປປຸງແຕ່ງນ້ຳຫອມ, ປຸງແຕ່ງອາຫານ ແລະ ຢາ; ເຊິ່ງບໍລິສັດດັ່ງກ່າວ ເປັນບໍລິສັດນຳໜ້າຂອງຈີນໃນການປູກດອກ ດາວເຮືອງ ແລະ ມີຜົນສຳເລັດສູງໃນໄລຍະຜ່ານມາ.