ເກີດເຫດນັກບິນຢຸດງານປະທ້ວງ ເພື່ອຂໍຂຶ້ນເງິນເດືອນ

ໃນວັນທີ 29 ເມສາ, ສາຍການບິນສະແກນດີເນວຽນ ແອລາຍ ຊິສເຕັມ (SAS) ປະກາດຍົກເລີກຖ້ຽວບິນອີກ 1.200 ຖ້ຽວ ສຳລັບວັນທີ 29 ແລະ 30 ເມສາ ເນື່ອງຈາກນັກບິນຢຸດງານປະທ້ວງຍືດເຫຍື້ອ ເຊິ່ງວັນທີ 28 ເມສາ ທີ່ຜ່ານມາ ເປັນມື້ທີສາມແລ້ວ.

ນັກບິນ SAS ເລີ່ມຢຸດງານຕັ້ງແຕ່ວັນທີ 26 ເມສາ ທີ່ຜ່ານມາ ຫຼັງຈາກການເຈລະຈາຂໍຂຶ້ນເງິນເດືອນຫຼົ້ມເຫຼວ ເປັນເຫດໃຫ້ຕ້ອງຢຸດຕິຖ້ຽວບິນເຖິງ 70% ກະທົບຜູ້ໂດຍສານ 280.000 ຄົນ.

ທາງດ້ານສາຍການບິນ ອອກຖະແຫຼງການຂໍໂທດຕໍ່ຜູ້ໂດຍສານ ວ່າ:

ການຢຸດງານປະທ້ວງທີ່ຍັງບໍ່ຢຸດຕິ ເຮັດໃຫ້ຕ້ອງຍົກເລີກຖ້ຽວບິນທົ່ວສະແກນດີເນວຽນ ອີກ 667 ຖ້ຽວ ກະທົບຜູ້ໂດຍສານ 61.000 ຄົນ ໃນວັນທີ 29 ເມສາ ແລະ ຖ້ຽວບິນອີກ 546 ຖ້ຽວ ກະທົບຜູ້ໂດຍສານ 49.000 ຄົນ ໃນວັນທີ 30 ເມສານີ້.

ສຳນັກຂ່າວ ຣອຍເຕີ ລາຍງານວ່າ:

ການເຈລະຈາເລື່ອງເງິນເດືອນ ຍັງບໍ່ມີທ່າອ່ຽງວ່າຈະບັນລຸຜົນ ເພາະທັ້ງ SAS, ສະຫະພາບນັກບິນ ຊູແອັດ ແລະ ດານມາກ ແລະ ສະມາຄົມນາຍຈ້າງນອກແວ ແຈ້ງຕົງກັນວ່າ ຍັງບໍ່ມີຝ່າຍໃດສະເໜີເປີດການເຈລະຈາຄັ້ງໃໝ່;

SAS ທີ່ມີລັດຖະບານຊູແອັດ ແລະ ດານມາກ ຖືຜຸ້ນບາງສ່ວນ ເປີດເຜີຍກ່ອນໜ້ານີ້ວ່າ: ພ້ອມກັບໄປເຈລະຈາ ແຕ່ການເຮັດຕາມຂໍ້ຮຽກຮ້ອງຂອງນັກບິນ ຈະເຮັດໃຫ້ບໍລິສັດເສຍຫາຍຢ່າງຮ້າຍແຮງ.

ໜ່ວຍງານບໍລິຫານຂອງ SAS ໃນຊູແອັດ ເປີດເຜີຍວ່າ:

ນັກບິນຂໍຂຶ້ນເງິນເດືອນອີກ 13% ທັ້ງໆທີ່ໄດ້ຮັບເງິນເດືອນສະເລ່ຍ 93.000 ໂຄຣນາ (ສະກຸນເງິນຂອງ ຊູແອັດ) ເຊິ່ງຖືວ່າສູງຫຼາຍຢູ່ແລ້ວ ຈຶ່ງເປັນການຮຽກຮ້ອງທີ່ຫຼາຍເກີນໄປ ຂະນະທີ່ ສະຫະພາບນັກບິນ SAS ທີ່ມີນັກບິນ SAS ໃນດານມາກ, ນອກແວ ແລະ ຊູແອັດ ເປັນສະມາຊິກຢູ່ 95% ກ່າວວ່າ:​

ບັນຫາຂະນະນີ້ ບໍ່ແມ່ນແຕ່ເລື່ອງເງິນເດືອນເທົ່ານັ້ນ ແຕ່ເປັນເລື່ອງຊົ່ວໂມງເຮັດວຽກ ທີ່ຄວນມີຄວາມແນ່ນອນຫຼາຍກວ່າປັດຈຸບັນ ເຊັ່ນກັນ.

SAS ຕັ້ງຂຶ້ນໃນປີ 1946 ຫຼັງສົງຄາມໂລກ ຄັ້ງທີ 2 ແລະ ເກືອບຫຼົ້ມລະລາຍ ໃນປີ 2012 ນັ້ນ ສາມາດພິກກັບມາສ້າງກຳໄລໄດ້ທຸກປີ ໃນໄລຍະ 4 ປີມານີ້ ແຕ່ຂະນະນີ້ ກຳລັງຖືກກົດດັນຈາກເລື່ອງລາຄາເຊື້ອໄຟ ເພີ່ມສູງຂຶ້ນ, ຄ່າເງິນປັ່ນປ່ວນ ແລະ ສາຍການບິນໃນເອີຣົບ ຫຼົ້ນຕະຫຼາດ.

ທັ້ງນີ້, ນັກວິເຄາະ ປະເມີນວ່າ:

ການຢຸດງານຂອງນັກບິນ ຈະເຮັດໃຫ້ SAS ເສຍຫາຍມື້ລະ 60-80 ລ້ານໂຄຣນາ ແລະ ຈະເຮັດໃຫ້ກຳໄລທັ້ງປີທີ່ຄາດໄວ້ ໝົດລົງໄດ້ພາຍໃນ 2 ອາທິດ.