ຮອງຫົວໜ້າກອງບັນຊາການ ປກສ ແຂວງຈຳປາສັກ ຊີ້ນຳວຽກງານກໍ່ສ້າງຮາກຖານຢູ່ບ້ານທ່າຫີນເໜືອ

ໃນວັນທີ 24 ເມສາ 2019  ພັອ ຖາວອນ ບຸນກອງພິມ ຮອງຫົວໜ້າກອງບັນຊາການ ປກສ ແຂວງຈໍາປາສັກ ລົງຊີ້ນຳວຽກງານກໍ່ສ້າງຮາກຖານຢູ່ບ້ານທ່າຫີນເໜືອ ນະຄອນປາກເຊ, ມີຫົວໜ້າກອງເລຂາລົງກໍ່ສ້າງຮາກຖານ ປກສ ແຂວງຈຳປາສັກ ທັງເປັນຮອງຫົວໜ້າຫ້ອງຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ປກສ ແຂວງ, ຫົວໜ້າກອງບັນຊາການ ປກສ ນະຄອນປາກເຊ, ມີ ປກສ ບໍລິການປະຊາຊົນ ແລະ ປກສ ບ້ານ ທີ່ຂຶ້ນກັບກຸ່ມ 1 ແລະ ນາຍບ້ານໆທ່າຫີນເໜືອເຂົ້າຮວ່ມ.

 ໃນກອງປະຊຸມ, ທ່ານນາຍບ້ານໆທ່າຫີນເໜືອ ໄດ້ລາຍງານຄືນ  ໂດຍສະເພາະຜົນງານການຈັດຕັ້ງປະຕິບັດຊີ້ນໍາໆພາໃນຂົງເຂດຄວາມຮັບຜິດຊອບພາຍໃນບ້ານທ່າຫີນເໜືອ ໂດຍສະເພາະແມ່ນວຽກງານການຄຸ້ມຄອງສຳມະໂນຄົວການເກັບກຳການເໜັງຕີງຂອງພົນລະເມືອງພາຍໃນບ້ານ ເປັນຕົ້ນແມ່ນ ການຍ້າຍໜີ-ຍ້າຍ ມາຄົນທີ່ມາພັກເຊົາຊົ່ວຄາວ ແລະ ອື່ນໆ ຕິດພັນກັບການແກ້ໄຂປະກົດການຫຍໍ້ທໍ້ພາຍໃນບ້ານທີ່ເຫັນວ່າມີລັກສະນະມີຄວາມສະຫງົບ, ມີຄວາມເປັນລະບຽບຮຽບຮ້ອຍ ໂດຍພື້ນຖານ.

ໃນໂອກາດດຽວກັນນີ້, ທ່ານ ຮອງຫົວໜ້າກອງບັນຊາການ ປກສ ແຂວງ ໄດ້ໃຫ້ທິດຊີ້ນໍາໃຫ້ການເກັບກໍາການເໜັງຕີງຂອງພົນລະເມືອງພາຍໃນບ້ານທ່າຫີນເໜືອ, ການຍ້າຍໜີ-ຍ້າຍມາຂອງພົນລະເມືອງ, ບຸກຄົນທີ່ມາພັກເຊົ່າຊົ່ວຄາວຕິດພັນກັບການເຮັດວຽກງານ ການແກ້ໄຂປະກົດການຫຍໍ້ທໍ້, ຕິດຕາມເປົ້າໝາຍທີ່ເຄື່ອນໄຫວ ບໍ່ດີພາຍໃນບ້ານຈາກນັ້ນຕ້ອງໄດ້ ເອົາໃຈໃສ່ໂຄສະນາເຜີຍແຜ່ແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ ໃຫ້ກັບພໍ່ແມ່ປະຊາຊົນ ພາຍໃນບ້ານໃຫ້ທົ່ວ ເຖິງ, ປຸກລະດົມຊຸກຍູ້ໃຫ້ພໍ່ແມ່ປະຊາຊົນມີສ່ວນຮ່ວມໃນການປະກອບສວ່ນເຂົ້າໃນວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໃຫ້ເລິກເຊິ່ງເພີ່ມທະວີຄວາມຮັບຜິດຊອບໃຫ້ສູງໃນການຈັດຕັ້ງປະຕິບັດວຽກງານປ້ອງກັນເວນຍາມ ຂອງ ປກສ ກຸ່ມ ແລະ ປກສ ບ້ານ ໃຫ້ເຂັ້ມແຂງທາງດ້ານການຈັດຕັ້ງ ມີແບບແຜນວິທີເຮັດວຽກ, ມີການສະຫຼຸບສ່ອງແສງລາຍງານຕໍ່ຂັ້ນເທິງຕາມສາຍຕັ້ງທັງນີ້ ກໍເພື່ອເຮັດໃຫ້ຢູ່ຂັ້ນຮາກຖານບ້ານທ່າຫີນເໜືອ ມີຄວາມສະຫງົບ, ມີຄວາມເປັນລະບຽບມຮຽບຮ້ອຍ ໂດຍພື້ນຖານ.