ພາສີປະຈຳສະໜາມບິນວັດໄຕ ມອບຢາໄອສ໌ 9,1 ກິໂລກຼາມ ໃຫ້ຕຳຫຼວດດຳເນີນຄະດີ

ໃນວັນທີ 25 ເມາສາ 2019 ເຈົ້າໜ້າພາສີປະຈຳສະໜາມບິນສາກົນວັດໄຕ ນະຄອນຫຼວງວຽງຈັນ ກົມພາສີ ກະຊວງການເງິນ ໄດ້ຈັດພິທີມອບຢາເສບຕິດ ປະເພດຢາໄອສ໌ ນໍ້າໜັກ 9,1 ກິໂລກຼາມ ໃຫ້ເຈົ້າໜ້າທີ່ຕໍາຫຼວດກົມຕໍາຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ( 303 ) ກົມໃຫຍ່ຕໍາຫຼວດກະຊວງ ປກສ ເພື່ອດໍາເນີນຄະດີຕາມລະບຽບກົດໝາຍ, ພາຍຫຼັງທີ່ເຈົ້າໜ້າທີ່ພາສີປະຈຳສະໜາມບິນສາກົນຕຳຫຼວດວັດໄຕ ສາມາດຈັບກຸມ ໄດ້ໃນວັນທີ 9 ເມສາ 2019 ທີ່ຜ່ານມາ.

ຕາງໜ້າມອບຂອງ ທ່ານ ສຸກສະຫວັນ ບົວພາ ຫົວໜ້າພະແນກຕ້ານ ແລະ ສະກັດກັ້ນການລັກລອບພາສີ ກະຊວງການເງິນ, ກ່າວຮັບຂອງ ພັຕ ສຸກວິໄລ ອັກຄະວົງ ຮອງຫົວໜ້າພະແນກບໍລິຫານ-ສັງລວມກົກ 303, ໂດຍການເຂົ້າຮ່ວມ ຂອງ ທ່ານ ວົງຄໍາແຫງ ວົງທະຈັກ ຮອງຫົວໜ້າກົມພາສີກະ ຊວງການເງິນ, ມີຕາງໜ້າກອງຄຸ້ມຄອງພາສີ, ຫົວໜ້າດ່ານພາສີ ສະໜາມບິນສາກັນວັດໄຕ, ຮອງຫົວ ໜ້າ ຕມ ສະໜາມບິນວັດໄຕ, ພະນັກງານເຈົ້າໜ້າທີ່ພາສີ, ເຈົ້າໜ້າທີ່ຕໍາຫຼວດ ແລະ ພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.

ທ່ານ ວົງຄໍາແຫງ ວົງທະຈັກ ຮອງຫົວໜ້າກົມພາສີ ກະຊວງການເງິນ ໄດ້ມີຄໍາເຫັນວ່າ:

ການມອບ-ຮັບຢາເສບຕິດ ປະເພດຢາໄອສ໌ ແມ່ນອີງໃສ່ບົດບັນທຶກການຢຶດສິນຄ້າເຄື່ອງຂອງປະເພດເກືອດ ຫ້າມທີ່ເຈົ້າໜ້າທີພາສີ ປະຈຳສະໜາມບິນສາກົນວັດໄຕສາມາດຈັບກຸມໄດ້ໃນວັນທີ 9 ເມສາ 2019 ຜ່ານມາ ປະກອບມີຢາເສບຕິດ ປະເພດຢາໄອ໌ນໍ້າໜັກ 3,5 ກິໂລກຼາມ ລວມທັງເຄື່ອງບັນຈຸຫຸ້ມຫໍ່, ເຄື່ອງນຸ່ງຫົ່ມເສື້ອຜ້າຊົນເຜົ່າຍ້ອມຊຸບຢາໄອສ໌ ຈໍານວນ 8 ໂຕ, ມີນໍ້າໜັກ 5,6 ກິໂລກຼາມ, ລວມນໍ້າໜັກທັງໝົດ 9,1 ກິໂລກຼາມ. ສະນັ້ນ, ທາງກົມພາສີ-ກົມຕຳຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ  ກະຊວງປ້ອງກັນຄວາມສະຫງົບ ຈຶ່ງໄດ້ເຊັນບົດບັນທຶກມອບ-ຮັບໄວ້ເປັນຫຼັກຖານໃນການຈັດຕັ້ງປະຕິບັດຕາມລະບຽບກົດໝາຍ.