ກຳມະບານ ອ້ອມຂ້າງກະຊວງ ປກສ ຢ້ຽມຊົມຫໍພິພິຕະພັນ ໄກສອນພົມວິຫານ

ຄະນະສະຫະພັນກໍາມະບານ 18 ກົມກອງ ອ້ອມຂ້າງກະຊວງ ປກສ ຈໍານວນ 80 ສະຫາຍ ນຳໂດຍ ພັທ ສົມພອນ ວົງສຸທິ ຄະນະບໍລິຫານງານສູນກາງສະຫະພັນກໍາມະບານລາວ ປະທານຄະນະບໍລິຫານສະຫະພັນກໍາມະບານກະຊວງ ປກສ ໄດ້ເຂົ້າຢ້ຽມຊົມຫໍພິພິທະພັນ ໄກສອນ ພົມວິຫານ, ໃນວັນທີ 26 ເມສາ 2019 ເນື່ອງໃນໂອກາດວັນກຳມະກອນສາກົນ ຄົບຮອບ 133 ປີ ( 1 ພຶດສະພາ 1886-1 ພຶດສະພາ 2019 ) ເພື່ອເປັນການລະນຶກເຖິງມູນເຊື້ອປະຫວັດສາດຂອງວັນດັ່ງກ່າວ ໃຫ້ພະນັກງານ-ນັກຮົບມີຄວາມຮັບຮູ້ ແລະ ເຂົ້າໃຈ.

ພັທ ສົມພອນ ວົງສຸທິ ກ່າວ ວ່າ:

ການເຂົ້າຢ້ຽມຊົມຫໍພິພິທະພັນ ໄກສອນ ພົມວິຫານ ໃນຄັ້ງນີ້ ກໍເພື່ອໃຫ້ສະມາຊິກກຳມະບານ ອ້ອມຂ້າງກະຊວງ ປກສ ໄດ້ຫວນຄືນເຖິງມູນເຊື້ອປະຫວັດສາດ ຂອງຊາດລາວໃນໄລຍະສະໄໝຕໍ່ສູ້ກູ້ຊາດ, ຕ້ານພວກຈັກກະພັດລ່າເມືອງຂຶ້ນແບບເກົ່າ ແລະ ແບບໃໝ່, ເນື່ອງໃນໂອກາດສຳຄັນດັ່ງກ່າວ ໂດຍພາຍໃຕ້ການນຳພາອັນສະຫຼາດສ່ອງໃສຂອງພັກປະຊາຊົນ ປະຕິວັດລາວ ເຊິ່ງແມ່ນປະທານ ໄກສອນ ພົມວິຫານ ຜູ້ນຳພາທີ່ແສນເຄົາລົບຮັກເປັນຜູ້ຈັດຕັ້ງນຳພາຂະບວນການຕໍ່ສູ້ຂອງ ກອງທັບ ແລະ ປະຊາຊົນລາວ ແຕ່ເໜືອຮອດໃຕ້ໄດ້ຮັບຜົນສຳເລັດ ເປັນກ້າວໆ, ຈົນມາຮອດວັນທີ 2 ທັນວາ 1975 ປະເທດເຮົາກໍໄດ້ ສະຖາປະນາເປັນ ສປປ ລາວ, ພາຍຫຼັງປະເທດຊາດໄດ້ຮັບການປົດປ່ອຍ ພັກເຮົາກໍ່ໄດ້ວາງຍຸດທະສາດໃນການປະຕິບັດສອງໜ້າທີ່ສຳຄັນ ຄື: ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຈົນໄດ້ຮັບຄວາມຈະເລີນຮຸ່ງເຮືອງສີວິໄລມາຮອດທຸກວັນນີ້.

ວັນທີ 14 ກໍລະກົດ ປີ 1889 ກອງປະຊຸມພັກຄອມມູນິດສາກົນ ຄັ້ງທີ II ໄດ້ໄຂຂຶ້ນຢູ່ທີ່ນະຄອນຫຼວງປາຣີ ( ປະເທດຝຣັ່ງ ), ມີຜູ້ເຂົ້າຮ່ວມກອງປະຊຸມ 393 ຄົນ ເຊິ່ງມາຈາກ 22 ປະເທດ; ໃນກອງປະຊຸມໄດ້ຜ່ານໂຄງການດໍາເນີນງານສຳຄັນ ຄື: ຊົນຊັ້ນກໍາມະກອນ ສາມັກຄີຕໍ່ສູ້ເພື່ອປະຕິບັດຄໍາຂວັນ “ມື້ໜຶ່ງເຮັດວຽກ 8 ຊົ່ວໂມງ ແລະ ກໍານົດເອົາວັນທີ 1 ພຶດສະພາ 1886 ເປັນວັນກໍາມະກອນສາກົນ, ນັບແຕ່ນັ້ນມາ ວັນທີ 1 ພຶດສະພາ ຂອງທຸກໆປີ ຈຶ່ງໄດ້ກາຍເປັນວັນບຸນໃຫຍ່ຂອງຊົນຊັ້ນກໍາມະກອນໃນທົ່ວໂລກ; ສະເພາະຢູ່ ສປປ ລາວ ຂອງທຸກໆປີ ຊົນຊັ້ນກໍາມະກອນ ແລະ ຊາວຜູ້ອອກແຮງງານ ກໍໄດ້ຈັດຕັ້ງໂຮມຊຸມນຸມໃຫຍ່ ເພື່ອລະນຶກເຖິງມູນເຊື້ອສາມັກຄີຕໍ່ສູ້ຂອງຊາວກໍາມະກອນ ເພື່ອເປັນການປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທໍາຂອງກໍາມະກອນ ແລະ ຊາວຜູ້ອອກແຮງງານ.