ຮອງ ລມຕ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ຄະນະຜູ້ແທນ ກະຊວງ ສສ ຫວຽດນາມ

0
1190

ພົຕ ກົງທອງ ພົງວິຈິດ ຮອງລັດຖະມົນຕີ ( ຮອງ ລມຕ ) ກະຊວງ ປກສ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ພັອ ເລຈ້ອງຟຸກ ຮອງຫົວໜ້າກົມກໍ່ສ້າງຂະບວນການປ້ອງກັນຄວາມສະຫງົບແຫ່ງຊາດ ກະຊວງຕຳຫຼວດ ສສ ຫວຽດນາມ ພ້ອມຄະນະ ເພື່ອລາຍງານຜົນສໍາເລັດ ກອງປະຊຸມພົບປະແລກປ່ຽນບົດຮຽນ ກັບ ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ກະຊວງ ປກສ ແຫ່ງ ສປປ ລາວ ໃນວັນທີ 24 ເມສາ 2019.

ພັອ ເລຈ້ອງຟຸກ ຮອງຫົວໜ້າກົມກໍ່ສ້າງຂະບວນການປ້ອງກັນຄວາມສະຫງົບແຫ່ງຊາດ ກະຊວງຕຳຫຼວດ ສສ ຫວຽດນາມ - ພົຕ ກົງທອງ ພົງວິຈິດ ຮອງລັດຖະມົນຕີ ກະຊວງ ປກສ ແຫ່ງ ສປປ ລາວ
ພັອ ເລຈ້ອງຟຸກ ຮອງຫົວໜ້າກົມກໍ່ສ້າງຂະບວນການປ້ອງກັນຄວາມສະຫງົບແຫ່ງຊາດ ກະຊວງຕຳຫຼວດ ສສ ຫວຽດນາມ – ພົຕ ກົງທອງ ພົງວິຈິດ ຮອງລັດຖະມົນຕີ ກະຊວງ ປກສ ແຫ່ງ ສປປ ລາວ

ພັອ ເລຈ້ອງຟຸກ ໄດ້ລາຍງານຜົນສໍາເລັດຂອງ ການພົບປະແລກປ່ຽນບົດຮຽນ ກັບ ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ເຊັ່ນ:

ໄດ້ພົບປະກັບ ພັອ ຫຸມພັນ ເພັດບຸນມີ ຮອງຫົວໜ້າກົມຄຸ້ມຄອງສຳມະໂນຄົວ ແລະ  ກໍ່ສ້າງຮາກຖານ ພ້ອມຄະນະ ເພື່ອທົບທວນຄືນການຮ່ວມມື ໃນໄລຍະຜ່ານມາ ແລະ ວາງທິດທາງແຜນການຮ່ວມມື ໃນຕໍ່ໜ້າຂອງສອງຝ່າຍ ເພື່ອເປັນການຮັດແໜ້ນຄວາມສາມັກຄີ, ມິດຕະພາບລະຫວ່າງສອງກະຊວງ ທີ່ມີມູນເຊື້ອອັນພິເສດທີ່ມີມາແຕ່ດົນນານ ໃນການຮ່ວມມືຂອງ ສອງກຳລັງປ້ອງກັນຄວາມສະຫງົບ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ, ໂດຍສະເພາະແມ່ນ ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ກັບ ກົມກໍ່ສ້າງຂະບວນການປ້ອງກັນຄວາມສະຫງົບແຫ່ງຊາດ.

ການຮັດແໜ້ນຄວາມສາມັກຄີ, ມິດຕະພາບລະຫວ່າງສອງກະຊວງ
ການຮັດແໜ້ນຄວາມສາມັກຄີ, ມິດຕະພາບລະຫວ່າງສອງກະຊວງ

ສະເພາະການພົບປະແລກປ່ຽນບົດຮຽນໃນຄັ້ງນີ້ ທັງສອງຝ່າຍໄດ້ຮ່ວມກັນປຶກສາຫາລືກ່ຽວກັບ ວຽກງານສະກັດກັ້ນ ແລະ ແກ້ໄຂບັນດາໜໍ່ແໜງຄວາມບໍ່ສະຫງົບ, ຄ້າຂາຍຂົນສົ່ງຢາເສບຕິດ ແລະ ການຮັບປະກັນສະພາບລຽບຕາມຊາຍແດນຂອງສອງປະເທດ ໃຫ້ມີຄວາມສະຫງົບ-ປອດໄພ.

ລາວ – ຫວຽດນາມ

ໂອກາດດຽວກັັນ, ພົຕ ກົງທອງ ພົງວິຈິດ ໄດ້ກ່າວສະແດງຄວາມຍ້ອງຍໍ້ຊົມເຊີຍ ແລະ ຕີລາຄາສູງຕໍ່ການພົບປະແລກປ່ຽນບົດຮຽນຄັ້ງນີ້ຂອງສອງຝ່າຍ ວ່າ:

ມັນເປັນຂີດໝາຍອັນສໍາຄັນໃນການເພີ່ມພູນຄູນສ້າງສາຍພົວພັນຮ່ວມມືຂອງສອງກະຊວງ ເວົ້າລວມ, ເວົ້າສະເພາະ ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ກັບ ກົມກໍ່ສ້າງຂະບວນການປ້ອງກັນຄວາມສະຫງົບແຫ່ງຊາດ ໃຫ້ມີຄວາມແໜ້ນແຟ້ນຂຶ້ນໄປເລື້ອຍໆ ແລະ ພ້ອມກັນປັບປຸງກໍາລັງວິຊາສະເພາະ ໃຫ້ມີຄວາມໜັກແໜ້ນ, ເຂັ້ມແຂງ, ຫັນກໍາລັງລົງກໍ່ສ້າງຮາກຖານຢູ່ບັນດາຈຸດຫຼ່ໍແຫຼມທີ່ມີຊາຍແດນຕິດຈອດກັນ, ພົວພັນປະສານສົມທົບກັນ ໃນການປະຕິບັດວຽກງານວິຊາສະເພາະ ໃຫ້ມີຄວາມຮັບປະກັນ.

ການເພີ່ມພູນຄູນສ້າງສາຍພົວພັນຮ່ວມມືຂອງສອງກະຊວງ
ການເພີ່ມພູນຄູນສ້າງສາຍພົວພັນຮ່ວມມືຂອງສອງກະຊວງ