ກອງປະຊຸມຫາລືກ່ຽວກັບ ເຮືອບິນໂດຍສານ ໂບອິງ 737 ແມັກສ໌ ເພື່ອພະຍາຍາມຟື້ນຄວາມເຊື່ອໝັ້ນ

ໃນວັນທີ 26 ເມສາ, ສຳນັງານບໍລິຫານການບິນແຫ່ງຊາດ ສະຫະລັດອາເມລິກາ ຫຼື FAA ກຽມເຊີນ ໜ່ວຍງານທີ່ຄວບຄຸມເບິ່ງແຍງກິດຈະການການບິນພົນລະເຮືອນ ຈາກທົ່ວໂລກ ມາປະຊຸມຮ່ວມກັນ ໃນເດືອນໜ້າ ເພື່ອຫາລືກ່ຽວກັບ ເຮືອບິນໂດຍສານ ໂບອິງ 737 ແມັກສ໌ ເພື່ອພະຍາຍາມຟື້ນຄວາມເຊື່ອໝັ້ນ ຫຼັງຈາກເກີດອຸບັດຕິເຫດກັບເຮືອບິນລຸ່ນນີ້ 2 ຄັ້ງ ໃນເວລາໃກ້ໝກັນ ແລະ ມີຜູ້ເສຍຊີວິດຈຳນວນຫຼາຍ.

ໂຄຊົກຂອງ FAA ເປີດເຜີຍວ່າ:

ກອງປະຊຸມກຳນົດຈະຈັດຂຶ້ນທີ່ ນະຄອນຫຼວງວໍຊິງຕັນ ໃນວັນທີ 23 ພຶດສະພາ ໂດຍກອງປະຊຸມມີເປົ້າໝາຍ ໃນການແຈ້ງແນວທາງໃຫ້ກັບ ໜ່ວຍງານເບິ່ງແຍງກິດຈະການການບິນພົນລະເຮືອນ ໄດ້ຮັບຮູ້ກ່ຽວກັບຂະບວນການຂອງ FAA ໃນການນຳເຮືອບິນ ໂບອິງ 737 ແມັກສ໌ ກັບມາໃຫ້ບໍລິການອີກຄັ້ງໜຶ່ງ.

ເຮືອບິນລຸ່ນນີ້ ຖືກຢຸດຕິການໃຊ້ງານທົ່ວໂລກ ໃນໄລຍະຊ່ວງເດືອນມີນາ ທີ່ຜ່ານມາ ຫຼັງຈາກທີ່ ສາຍການບິນເອຖິໂອເປຍ ແອລາຍ ແລະ ລາຍອອນ ແອ ຕົກໃນເວລາຫ່າງກັນບໍ່ເທົ່າໃດເດືອນ ເຮັດໃຫ້ມີຜູ້ເສຍຊີວິດ 346 ຄົນ. ທັ້ງນີ້, ປະເທດທີ່ໄດ້ຮັບເຊີນໃຫ້ເຂົ້າຮ່ວມກອງປະຊຸມນັ້ນ ມີ ຈີນ, ການາດາ, ເບຼຊິນ, ເອຖິໂອເປຍ, ອິນໂດເນເຊຍ ແລະ ປະເທດໃນເອີຣົບຮ່ວມດ້ວຍ.

ສຳນັງານບໍລິຫານການບິນແຫ່ງຊາດ ສະຫະລັດອາເມລິກາ ຫຼື FAA
ສຳນັງານບໍລິຫານການບິນແຫ່ງຊາດ ສະຫະລັດອາເມລິກາ ຫຼື FAA

ໂຄຊົກຂອງ FAA ກ່າວຕື່ມວ່າ:

ກອງປະຊຸມໃນຄັ້ງນີ້ ຈະຫາລືກ່ຽວກັບກິດຈະກຳຂອງ FAA ເພື່ອນຳໄປສູ່ຄວາມໝັ້ນໃຈທີ່ຈະນຳ ເຮືອບິນ ໂບອິງ 737 ແມັກສ໌ ກັບມາໃຊ້ໄດ້ຢ່າງປອດໄພ.

ນອກຈາກນັ້ນ, ຍັງກຽມຜູ້ຊ່ຽວຊານດ້ານຄວາມປອດໄພ ໄວ້ຕອບຄຳຖາມຂອງຜູ້ເຂົ້າຮ່ວມກອງປະຊຸມ ເພື່ອຊ່ວຍໃນການຕັດສິນໃຈເລື່ອງການອະນຸຍາດໃຫ້ ເຮືອບິນລຸ່ນນີ້ກັບມາໃຫ້ບໍລິການອີກຄັ້ງໜຶ່ງ.