ມາດຕະການຄວບຄຸມການບໍລິໂພກ ເຄື່ອງດື່ມທີ່ມີແອວກໍຮໍ ດ້ວຍການຈຳກັດການຈຳໜ່າຍເບຍແຊ່ເຢັນ

ໃນວັນທີ 26 ເມສາ ທີ່ຜ່ານມາ, ສະມາຊິກສະພາຜູ້ແທນປະຊາຊົນຂອງ ເມັກຊິກ ສະເໜີມາດຕະການຄວບຄຸມການບໍລິໂພກ ເຄື່ອງດື່ມທີ່ມີແອວກໍຮໍ ດ້ວຍການຈຳກັດການຈຳໜ່າຍເບຍແຊ່ເຢັນ ເພາະເບຍບໍ່ເຢັນຈະຊ່ວຍຫຼຸດຄວາມຢາກດື່ມລົງໄດ້.

ທ່ານ ນາງ ມາເຣຍ ເດີ ລໍເດສ ປາສ ສະມາຊິກສະພາຜູ້ແທນປະຊາຊົນ ຈາກພັກໂມຣີນາ ເຊິ່ງເປັນພັກລັດຖະບານຂອງ ປະທານາທິບໍດີ ແອນເດຣສ ມານູເອວ ໂລເປສ ໂອບຣາດໍ ກ່າວວ່າ:

ຫາກເບຍບໍ່ແຊ່ເຢັນ ເທົ່າກັບເປັນການບັງຄັບໃຫ້ຜູ້ຊື້ ຕ້ອງນຳກັບໄປບ້ານ ເພື່ອແຊ່ເຢັນແລ້ວດື່ມຢູ່ບ້ານ.

ຂໍ້ສະເໜີທີ່ເປັນຮ່າງກົດໝາຍນີ້ ຍັງອ້າງການສຶກສາທີ່ລະບຸວ່າ:

ນະຄອນຫຼວງເມັກຊິກໂກ ຊິຕີ ຂອງເມັກຊິກ ມີອັດຕາເຍົາວະຊົນທີ່ບໍລິໂພກ ເຄື່ອງດື່ມທີ່ມີແອວກໍຮໍ ສູງທີ່ສຸດໃນປະເທດ, ກຸ່ມຄົນໜຸ່ມສາວເຫຼົ່ານີ້ ຊື້ເຄື່ອງດື່ມແອວກໍຮໍ ໃນລະຫວ່າງທີ່ອອກໄປທ່ຽວກັບໝູ່ເພື່ອນ ໂດຍຊື້ຕາມຮ້ານຂະໜາດໜ້ອຍທີ່ມີຢູ່ຫຼວງຫຼາຍ ໃນນະຄອນຫຼວງ ທີ່ຈຳໜ່າຍເຄື່ອງດື່ມແຊ່ເຢັນ.

ຮ່າງກົດໝາຍນີ້ ສະເໜີໃຫ້ເຮັດຂໍ້ກຳນົດ ໃນຮ້ານຄ້າເກັບເຄື່ອງດື່ມທີ່ມີແອວກໍຮໍ ເປັນສ່ວນປະສົມເກີນ 7% ທີ່ອຸນຫະພູມຫ້ອງ ຫຼື ເກັບໄວ້ນອກຕູ້ເຢັນ. ແນວໃດກໍຕາມ, ເກີດກະແສຕໍ່ຕ້ານຮ່າງກົດໝາຍນີ້ ໃນສື່ສັງຄົມອອນລາຍຕ່າງໆ, ຜູ້ໃຊ້ທະວິດເຕີບາງຄົນ ປະຊົດດ້ວຍການສະເໜີໃຫ້ຂາຍທາໂກແຊ່ເຢັນ ເພື່ອແກ້ບັນຫາໂລກຮ້ອນ; ໃນທີ່ສຸດ, ກຸ່ມສະມາຊິກສະພາຜູ້ແທນປະຊາຊົນ ຂອງລັດຖະບານ ໃຫ້ຄຳໝັ້ນວ່າ ຈະແກ້ໄຂຮ່າງກົດໝາຍນີ້ ໂດຍບໍ່ປ່ຽນແປງຈຸດປະສົງ ໃນການຄວບຄຸມການບໍລິໂພກເຄື່ອງດື່ມແອວກໍຮໍ.