ພື້ນທີ່ປ່າເຂດຮ້ອນ ໃນຫຼາຍປະເທດທົ່ວໂລກ ຖືກທຳລາຍເປັນຈຳນວນຫຼາຍຕາລາງກິໂລແມັດ

ຄະນະນັກວິໄຈ ເປີດເຜີຍ ໃນວັນທີ 26 ເມສາ ວ່າ: ໃນປີຜ່ານມາ, ມະນຸດໄດ້ທຳລາຍພື້ນທີ່ປ່າເຂດຮ້ອນທົ່ວໂລກ ເປັນບໍລິເວນກວ້າງ ຄິດເປັນພື້ນທີ່ປະມານ ປະເທດອັງກິດທັ້ງປະເທດ ແລະ ເປັນການຫຼຸດລົງຂອງພື້ນທີ່ປ່າໄມ້ ມາເປັນອັນດັບທີ 4 ນັບຕັ້ງແຕ່ເລີ່ມມີຂໍ້ມູນດາວທຽມ ໃນການຕິດຕາມພື້ນທີ່ປ່າ ໃນປີ 2001.

ລາຍງານການປະເມີນປະຈຳປີຂອງ ນັກວິທະຍາສາດ ຈາກກຸ່ມໂກນບໍ ຟໍເຣສ ວອດ ທີ່ຢູ່ໃນມະຫາວິທະຍາໄລແມຣີແລນ ສະຫະລັດອາເມລິກາ ລະບຸວ່າ:

ອັດຕາປ່າໄມ້ທີ່ຖືກທຳລາຍນັ້ນ ທຽບເທົ່າກັບສະໜາມເຕະບານ ຖືກທຳລາຍໄປນາທີລະ 30 ສະນາມ ໃນທຸກໆມື້ ຕະຫຼອດທັ້ງປີ 2018 ຫຼື ຄິດເປັນພື້ນທີ່ປະມານ 120.000 ຕາລາງກິໂລແມັດ;

ລາຍງານ ຍັງລະບຸອີກວ່າ: ພື້ນທີ່ເກືອບ 1 ໃນ 3 ຫຼື ປະມານ 36.000 ຕາລາງກິໂລແມັດ ເປັນພື້ນທີ່ປ່າເຂັດຮ້ອນທີ່ມີອາຍຸເກົ່າແກ່.

ປ່າໄມ້ທົ່ວໂລກ ຖືກທຳລາຍຫຼາຍທີ່ສຸດ ໃນປີ 2016 ສ່ວນໜຶ່ງເປັນຜົນມາຈາກປະກົດການ ເອວນີໂຢ ທີ່ເຮັດໃຫ້ເກີດໄຟປ່າທີ່ບໍ່ສາມາດຄວບຄຸມໄດ້ ໃນເບຼຊິນ ແລະ ອິນໂດເນເຊຍ.

ສຳລັບປັດໄຈສຳຄັນທີ່ເຮັດໃຫ້ປ່າໄມ້ຖືກທຳລາຍ ມາຈາກອຸດສາຫະກຳການລ້ຽງສັດໃນຄອກ ແລະ ການກະສິກຳຂະໜາດໃຫຍ່ ເຊັ່ນ:

ປາມນໍ້າມັນໃນອາຊີ ແລະ ອາຟຣິກກາ, ຖົ່ວເຫຼືອງ ແລະ ພືດທີ່ໃຊ້ເຮັດເຊື້ອໄຟຊີວະພາບ ໃນອາເມລິກາໃຕ້.

ແນວໃດກໍຕາມ, ການກະສິກຳຂະໜາດໜ້ອຍ ເຊັ່ນ: ການເຮັດຟາມໂກໂກ້ ການສາມາດນຳໄປສູ່ການຖາງພື້ນທີ່ປ່າໄດ້.

ສຳລັບປີ 2018, ພື້ນທີ່ປ່າເຂດຮ້ອນ ຖືກທຳລາຍ ໃນເບຼຊິນ ຫຼາຍທີ່ສຸດ ຄິດເປັນ 1 ໃນ 4 ຂອງພື້ນທີ່ທີ່ຖືກທຳລາຍທັງໝົດ ຕາມມາດ້ວຍ ສາທາລະນະລັດ ປະຊາທິປະໄຕ ກົງໂກ ແລະ ອິນໂດເນເຊຍ ທີ່ 10% ເທົ່າກັນ ໃນຂະນະທີ່ ມາເລເຊຍ ແລະ ມາດາກັສກາ ກໍມີພື້ນທີ່ປ່າຖືກທຳລາຍຫຼາຍເຊັ່ນກັນ.