ທ້າວ ສອນທິໄຊ ຫຼື ກີໂລຍ ອາຍຸ 29 ປີ ຢູ່ບ້ານໂນນສະອາດ ເມືອງໄຊທານີ ນະຄອນຫຼວງວຽງຈັນ ເສບຢາເສບຕິດເປັນອາຈີນ, ເປັນລູກທໍລະພີ ມີພຶດຕິກຳອາລະວາດໃຊ້ຄວາມຮຸ່ນແຮງກັບຄອບຄົວ, ຖືກສຶກສາອົບຮົມ ແລະ ນຳໄປດັດສ້າງຫຼາຍຄັ້ງແຕ່ບໍ່ເຂັດຫຼາບ. ຄັ້ງນີ້, ໄດ້ທຳຮ້າຍຮ່າງກາຍແມ່ ອາຍຸ 60 ປີ ຈົນເສຍຊີວິດ ໃນວັນທີ 5 ເມສາ ທີ່ຜ່ານມາ.


ຄະດີດັ່ງກ່າວນີ້, ເປັນອຸທາຫອນໃຫ້ກັບຄອບຄົວທີ່ມີຜູ້ເສບຢາເສບຕິດ ເພາະຢາບ້າເຮັດໃຫ້ຜູ້ເສບຂາດສະຕິຄວບຄຸມຕົວເອງບໍ່ໄດ້ ມັກໃຊ້ຄວາມຮຸ່ນແຮງກັບຄອບຄົວ ແລະ ຄົນໃກ້ຕົວ ເຖິງຈະມີການສຶບສາອົບຮົມ ແລະ ນຳຕົວໄປປິ່ນປົ່ວ ຫຼື ດັດສ້າງຫຼາຍຄັ້ງກໍຕາມ. ແຕ່ກໍບໍ່ສາມາດປ່ຽນແປງຜູ້ທີ່ເສບໄດ້ໝົດ.

ສະນັ້ນ, ຜູ້ທີ່ຢູ່ໃນຄອບ ຄົວດຽວກັນຕ້ອງມີສະຕິໃນການເບິ່ງແຍງສະມາຊິກໃນຄອບຄົວໃຫ້ດີ. ດັ່ງຄະດີລາຍນີ້, ລູກຊາຍທໍລະພີທີ່ເສບຢາບ້າ ກໍ່ເຫດອາລະວາດຄອບຄົວທໍາຮ້າຍຮ່າງກາຍແມ່, ຈູດເຄື່ອງຂອງຢູ່ໃນເຮືອນຫຼາຍຄັ້ງ ແລະ ຖືກສຶກສາອົບຮົມຢູ່ຂັ້ນບ້ານ, ປກສ ກຸ່ມ ແລະ ຖືກນໍາໄປດັດສ້າງຫຼາຍຄັ້ງ ເມື່ອອອກມາກໍເຮັດຄືເກົ່າ. ຫຼ້າສຸດນີ້, ທ້າວ ສອນ ທິໄຊ ລູກທໍລະພີໄປ ຫຼິ້ນເກມ, ເສບຍາບ້າ, ກັບເຮືອນເດິກ ແລະ ເມື່ອມາຮອດເຮືອນໄດ້ຜິດຖຽງກັບແມ່. ຈາກນັ້ນ, ຜູ້ກ່ຽວທຳຮ້າຍຮ່າງກາຍແມ່ຈົນເສຍຊີວິດ. ຫຼັງຈາກກໍ່ເຫດເຈົ້າໜ້າທີ່ໄດ້ເຂົ້າກັກຕົວທ້າວ ສອນທິໄຊ (ລູກທໍລະພີ) ໄປດຳເນີນຄະດີ.

ຕາມຄຳໃຫ້ການຂອງພະຍານທີ່ຢູ່ເຮືອນໃກ້ຄຽງ ໃຫ້ຮູ້ວ່າ: ວັນທີ 5 ເມສາ 2019, ເວລາປະມານ 24:20 ໂມງ ໄດ້ຍິນສຽງ ນາງ ທຸມມາ ອາຍຸ 60 ປີ (ຜູ້ເສຍຊີວິດ) ຮ້ອງຂໍຄວາມຊ່ວຍເຫຼືອຈາກປະຊາຊົນ ວ່າ: (ຊ່ວຍແດ່ໄທບ້ານ ໄທເມືອງເອີຍ). ຈາກນັ້ນ, ໄດ້ຍິນສຽງລູກທໍລະພີນີ້ ຕອບແມ່ວ່າ: (ບໍ່ມີໃຜຊ່ວຍມຶງດອກ) ແລະ ໄດ້ຍິນສຽງຄ້າຍຄືເອົາວັດຖຸແຂງຕີແມ່ປະມານ 3-4 ບາດ, ເມື່ອເປັນຄືແນວນັ້ນ ພະຍານທີ່ຈອບແນມເບິ່ງ ແຕ່ບໍ່ເຫັນຫຍັງ. ແຕ່ໄດ້ຍິນສຽງລູກທໍລະພີເວົ້າໃຫ້ແມ່ດ້ວຍຖ້ອຍຄຳບໍ່ສຸພາບ ແລະ ຈົ່ມຄົນດຽວ.

ຈາກນັ້ນ, ພະຍານໄດ້ ໂທລະສັບແຈ້ງອຳນາດການຈັດຕັ້ງບ້ານໂນນສະອາດ. ຜ່ານໄປປະມານ 40 ນາທີ, ເຫັນນາງ ຄອນດາໄລ (ລູກ ສາວຂອງຜູ້ເສຍຊີວິດ) ກັບຊາຍ 1 ຄົນ ເຂົ້າມາເຮືອນ. ນາງ ຄອນດາໄລ ໃຫ້ຮູ້ວ່າ: ວັນທີ 2 ເມສາ 2019 ທ້າວ ສອນທິໄຊ ຜູ້ເປັນ ອ້າຍໂວຍວາຍອາລະວາດຜິດກັບທຸກຄົນຢູ່ໃນຄອບຄົວ, ເຊິ່ງນາງ ຄອນດາໄລ ກໍໄດ້ແຈ້ງໃຫ້ເຈົ້າໜ້າທີ່ ປກສ ກຸ່ມທ່າງ່ອນ ຮັບຮູ້ແລ້ວ. ມາວັນ ທີ 4 ເມສາ 2019, ແມ່ໄດ້ໂທລະສັບຫາວ່າ: ອ້າຍຂໍເງິນນໍາແມ່ 100.000 ກີບ ແຕ່ແມ່ເອົາໃຫ້ 50.000 ກີບ ແລະ ແມ່ຍັງເວົ້າອີກວ່າ: ຊິຕາຍ ຫຼື ຍັງກໍບໍ່ຮູ້ ເມື່ອແມ່ວາງສາຍ ໃນເວລານັ້ນຕົນເອງແມ່ນຢູ່ບ້ານອຸດົມຜົນ ເມືອງໄຊທານີ. ຮອດເວລາ 1:00 ໂມງ ຂອງວັນ 5 ເມສາ, ອ້າຍໄດ້ ຊ໋ອດໂທລະສັບຫາ ຈຶ່ງໄດ້ໂທກັບຫາອ້າຍ ພ້ອມທາງບອກຕົນວ່າ ພາແມ່ໄປໂຮງໝໍແດ່ ເມື່ອມາຮອດເຮືອນ ເຫັນອ້າຍນັ່ງກອດແມ່ທີ່ໝົດສະຕິຢູ່ ແລະ ບໍ່ປາກບໍ່ເວົ້າຫຍັງ ຍັງພົບເຫັນຮ່ອງຮອຍທີ່ອ້າຍເອົານໍ້າ ແລະ ຜ້າເຊັດລ້າງຄາບເລືອດຢູ່ພື້ນເຮືອນທັງດ້ານໃນ ແລະ ນອກເຮືອນ ຈຶ່ງແຈ້ງໃຫ້ການຈັດຕັ້ງບ້ານຈັບອ້າຍໄປດໍາເນີນຄະ ດີ.

ນາງ ຄອນດາໄລ ໃຫ້ຮູ້ວ່າ: ວັນທີ 2 ເມສາ 2019 ທ້າວ ສອນທິໄຊ ຜູ້ເປັນ ອ້າຍໂວຍວາຍອາລະວາດຜິດກັບທຸກຄົນຢູ່ໃນຄອບຄົວ, ເຊິ່ງນາງ ຄອນດາໄລ ກໍໄດ້ແຈ້ງໃຫ້ເຈົ້າໜ້າທີ່ ປກສ ກຸ່ມທ່າງ່ອນ ຮັບຮູ້ແລ້ວ. ມາວັນ ທີ 4 ເມສາ 2019, ແມ່ໄດ້ໂທລະສັບຫາວ່າ: ອ້າຍຂໍເງິນນໍາແມ່ 100.000 ກີບ ແຕ່ແມ່ເອົາໃຫ້ 50.000 ກີບ ແລະ ແມ່ຍັງເວົ້າອີກວ່າ: ຊິຕາຍ ຫຼື ຍັງກໍບໍ່ຮູ້ ເມື່ອແມ່ວາງສາຍ ໃນເວລານັ້ນຕົນເອງແມ່ນຢູ່ບ້ານອຸດົມຜົນ ເມືອງໄຊທານີ. ຮອດເວລາ 1:00 ໂມງ ຂອງວັນ 5 ເມສາ, ອ້າຍໄດ້ ຊ໋ອດໂທລະສັບຫາ ຈຶ່ງໄດ້ໂທກັບຫາອ້າຍ ພ້ອມທາງບອກຕົນວ່າ ພາແມ່ໄປໂຮງໝໍແດ່ ເມື່ອມາຮອດເຮືອນ ເຫັນອ້າຍນັ່ງກອດແມ່ທີ່ໝົດສະຕິຢູ່ ແລະ ບໍ່ປາກບໍ່ເວົ້າຫຍັງ ຍັງພົບເຫັນຮ່ອງຮອຍທີ່ອ້າຍເອົານໍ້າ ແລະ ຜ້າເຊັດລ້າງຄາບເລືອດຢູ່ພື້ນເຮືອນທັງດ້ານໃນ ແລະ ນອກເຮືອນ ຈຶ່ງແຈ້ງໃຫ້ການຈັດຕັ້ງບ້ານຈັບອ້າຍໄປດໍາເນີນຄະ ດີ.

ລູກທໍລະພີ ສາລະພາບວ່າ: ວັນທີ 4 ເມສາ 2019, ປະມານເວລາ 17:00 ໂມງ ໄດ້ໄປຊື້ຫົວອາຫານກັບແມ່ ແມ່ໄດ້ຕິດໜີ້ຢາສູບ 1 ຊອງໃຫ້ຕົນ ແລະ ຕົນຍັງຖາມແມ່ວ່າ: ຄືຕິດໜີ້ເງິນເອົາໄປໃສ່ໝົດ (ຄວາມຈິງແມ່ບໍ່ມີເງິນ ຈຶ່ງຕິດໜີ້ໃຫ້). ຮອດເວລາ 19:00 ໂມງຂອງວັນດຽວກັນ ໄດ້ຂໍເງິນນໍາແມ່ອີກ 20.000 ກີບ ແຕ່ແມ່ເອົາໃຫ້ 19.000 ກີບ ເພາະມີເທົ່ານັ້ນ. ຈາກນັ້ນ, ໄດ້ໄປຫຼິ້ນເກມຢູ່ເຂດບ້ານໂນນສະອາດ ແລະ ຊື້ຢາບ້ານຳໄວລຸ້ນ 1 ເມັດມາເສບ. ຮອດເວລາ 24:00 ໂມງ ກໍກັບມາເຮືອນ ແລະ ຮ້ອງບອກໃຫ້ແມ່ໄຂປະຕູໃຫ້, ແມ່ໄດ້ເວົ້າວ່າ: ໄປເຮັດຫຍັງມາຄືເດິກແທ້ ຕົນກໍເວົ້າຕອບແມ່ວ່າຊິຈົ່ມເຮັດຫຍັງອີກ ຈຶ່ງມີການຜິດຖຽງກັນຫຼາຍເລື່ອງ ຕົນໃຈ ຮ້າຍ ຈຶ່ງຢ່າງໄປຕີໜ້າແມ່ດ້ວຍກໍາປັ້ນທັງສອງເບື້ອງ ປະມານ 4-5 ບາດ, ຕີປາກ 2-3 ບາດ ແມ່ໄດ້ແລ່ນອອກໄປໜ້າບ້ານ ແລະ ຮ້ອງຂໍຄວາມຊ່ວຍເຫຼືອຈາກເຮືອນອ້ອມຂ້າງ ຕົນໄດ້ດຶງແຂນແມ່ເຂົ້າເຮືອນເອົາກຳປັ້ນຕີໃສ່ບໍລິ ເວນຫົວປະມານ 5-6 ບາດ ເຮັດໃຫ້ແມ່ລົ້ມລົງ ແລະ ໄດ້ເຕະຂ້າງເບື້ອງຂວາແມ່ອີກ 7-9 ບາດ ຈົນເລືອດໄຫຼ ອອກປາກ ແລະ ບໍລິເວນຫົວ. ຈາກນັ້ນ, ໄດ້ເອົາແພມາເຊັດຄາບເລືອດຢູ່ບໍລິເວນພື້ນເຮືອນ ແລະ ຕາມໃບໜ້າຂອງແມ່ໃນ. ຂະນະນັ້ນ, ແມ່ບອກໃຫ້ຕົນໂທຫານ້ອງສາວ (ນາງ ຄອນດາໄລ ) ຈຶ່ງໄດ້ຊ໋ອດໂທລະສັບຫານ້ອງສາວມາຮັບເອົາແມ່ໄປໂຮງໝໍ ເມື່ອນ້ອງສາວມາຮອດ ຕົນກໍອຸ້ມແມ່ອອກຈາກເຮືອນຊິພາໄປໂຮງໝໍ ຈຶ່ງຖືກການຈັດຕັ້ງບ້ານກັກຕົວ. ເຈົ້າໜ້າທີ່ໃຫ້ຮູ້ວ່າ: ຜ່ານການຊັນນະສູດສະຖານທີ່ເກີດເຫດຕົວຈິງ ແລະ ສົບຂອງນາງ ທຸມມາ ເສຍຊີວິດ ມີຮອຍກໍາຊໍ້າບວມໂດຍສະເພາະແມ່ນຕາສອງເບື້ອງ ແລະ ກະໂຫຼກໃບໜ້າຊໍ້າບວມ.

ປັດຈຸບັນນີ້, ເຈົ້າໜ້າທີ່ໄດ້ຈັບທ້າວ ສອນທິໄຊ ຫຼື ກີໂລຍ (ລູກທໍລະພີ) ຂັງໄວ້ຢູ່ຄ້າຍຄຸມຂັງດັດສ້າງ ແລ້ວຈະຍື່ນສຳນວນຄະດີໃຫ້ຄະນະສານອາຍາຕັດສິນຕາມຂັ້ນຕອນຂອງກົດໝາຍຕໍ່ໄປ.