ການບູລະນະສ້ອມແປງທາງຫຼວງ ຂອງຂະແໜງໂຍທາທິການ ແລະ ຂົນສົ່ງ (ຍທຂ) ແມ່ນໄດ້ສຸມໃສ່ສ້ອມແປງບັນດາເສັ້ນທາງຫຼວງຫຼາຍລາຍໃນຂອບເຂດທົ່ວປະເທດ ເຊິ່ງມາເຖິງປັດຈຸບັນ ສາມາດປະຕິບັດສັນຍາສ້ອມແປງເສັ້ນທາງໄດ້ 97,19%.

ເພື່ອຮັບປະກັນການຄົມມະນາຄົມຂົນສົ່ງໃຫ້ມີຄວາມສະດວກໂລ່ງລ່ຽນ, ພວກເຮົາໄດ້ເອົາໃຈໃສ່ວຽກງານການສ້ອມແປງທາງຫຼວງ ໃນປີ 2017-2018 ກະຊວງ ຍທຂ ໄດ້ສຸມໃສ່ການບູລະນະສ້ອມແປງຕາໜ່າງເສັ້ນທາງຫຼວງ ເພື່ອໃຫ້ສາມາດຮັບໃຊ້ການຂົນສົ່ງໃຫ້ມີຄວາມສະດວກ, ໂລ່ງລ່ຽນ ໂດຍໄດ້ສືບຕໍ່ຈັດຕັ້ງປະຕິບັດໂຄງການບູລະນະຮັກສາທາງຫຼວງ ເຊິ່ງໃນປີ 2017 ປະຕິບັດທັງໝົດ 25 ໂຄງການແບ່ງອອກເປັນ 126 ສັນຍາ ລວມມູນຄ່າປະມານ 581,77 ຕື້ກີບ ແລະ ປີ 2018 ວຽກສ້ອມແປງທາງຫຼວງແຫ່ງຊາດ (ແບບເປັນກໍານົດ) ມີທັງໝົດ 130 ສັນຍາຂຶ້ນກັບ 25 ໂຄງການ, ລວມມູນຄ່າ 596,99 ຕື້ກີບ, ກໍານົດເວລາໃນການຈັດຕັ້ງປະຕິບັດສັນຍາ 5 ເດືອນ, ຮອດທ້າຍເດືອນທັນວາ ສະເລ່ຍຄວາມຄືບໜ້າທັງໝົດໄດ້ 97,19%.

ໃນການຈັດຕັ້ງປະຕິບັດການສ້ອມແປງທາງຫຼວງ ໃນໄລຍະ 2 ປີຜ່ານມາ, ການຈັດຕັ້ງປະຕິບັດວຽກບູລະນະຮັກສາທາງຫຼວງຕາມປົກກະຕິ ດ້ວຍແຮງງານປະຊາຊົນ ເຫັນວ່າຍັງບໍ່ສາມາດຈັດ ຕັ້ງປະຕິບັດໄດ້ດີ ແລະ ບໍ່ມີປະສິດທິຜົນເທົ່າທີ່ຄວນ, ການຕິດຕາມການປະຕິບັດສັນຍາຂອງຫ້ອງການ ຍທຂ ໃນການຈັດຕັ້ງປະຕິບັດການສ້ອມແປງທາງຫຼວງ ໃນໄລຍະ 2 ປີຜ່ານມາ, ການຈັດຕັ້ງປະຕິບັດວຽກບູລະນະຮັກສາທາງຫຼວງຕາມປົກກະຕິດ້ວຍແຮງງານປະຊາຊົນ ເຫັນວ່າຍັງບໍ່ສາມາດຈັດຕັ້ງປະຕິບັດໄດ້ດີ ແລະ ບໍ່ມີປະສິດທິຜົນເທົ່າທີ່ຄວນ, ການຕິດຕາມການປະຕິບັດສັນຍາຂອງຫ້ອງການ ຍທຂ ເມືອງ ຍັງບໍ່ໄດ້ເຮັດຢ່າງເປັນປະຈໍາ ແລະ ບໍ່ທົ່ວເຖິງ, ປະຊາຊົນຜູ້ຮັບຜິດຊອບແຕ່ລະ ຕອນທາງບໍ່ສາມາດປະຕິບັດໄດ້ໝົດທຸກ ໜ້າວຽກທີ່ກໍານົດໃນສັນຍາ, ມີພຽງໜ້າວຽກຖາງຫຍ້າບໍລິເວນສອງຂ້າງທາງທີ່ຖືກຈັດຕັ້ງປະຕິບັດ, ການຈັດຕັ້ງປະຕິບັດວຽກບູລະນະຮັກສາທາງຫຼວງຕາມ ປົກກະຕິດ້ວຍແຮງງານປະຊາຊົນ ມີ 4 ສັນຍາທີ່ທົດລອງຢູ່ແຂວງຜົ້ງສາລີ, ຫຼວງພະບາງ, ວຽງຈັນ ແລະ ຈໍາປາສັກ ຍັງບໍ່ມີປະສິດທິຜົນຍ້ອນການເປ່ເພຂອງທາງເກີນຄວາມສາມາດຂອງຜູ້ຮັບຜິດຊອບ, ຂາດການຕິດຕາມການປະຕິ ບັດສັນຍາຈາກເຈົ້າຂອງໂຄງການຢ່າງເປັນປົກກະຕິ; ເຖິງແນວໃດກໍຕາມ, ການສະໜອງງົບປະມານຂອງກອງທຶນ ທາງໃຫ້ແກ່ວຽກບູລະນະຮັກສາທາງຫຼວງຕາມປົກກະຕິດ້ວຍແຮງງານປະຊາຊົນຍັງຊັກຊ້າ, ເຮັດໃຫ້ປະຊາຊົນຜູ້ຮັບຜິດຊອບບໍ່ສາມາດຈັດຕັ້ງປະຕິບັດໄດ້ຕໍ່ເນື່ອງ.

ໃນຕໍ່ໜ້າ, ຍທຂ ຈະສືບຕໍ່ຈັດຕັ້ງປະຕິບັດບູລະນະຮັກສາເສັ້ນທາງທົ່ວປະເທດ ເພື່ອຮັບປະກັນການຈໍລະຈອນບໍ່ໃຫ້ຕັດຂາດ ໂດຍຈະສືບຕໍ່ປະຕິບັດການບູລະນະທາງຫຼວງແຫ່ງຊາດຕາມ ແຜນປີ 2019 ແລະ 2020 ໃຫ້ສໍາເລັດຕາມແຜນທີ່ວາງໄວ້.

ຂ່າວ: ຈັນສະໝອນ