ປກສ ແຂວງວຽງຈັນ ປາຖະກະຖາ 2 ວັນປະຫວັດສາດ

ໃນວັນທີ 23 ເມສາ 2019 ຜ່ານມານີ້, ປກສ ແຂວງວຽງຈັນ ໄດ້ປາຖະກະຖາວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ 64 ປີ ແລະ ວັນສ້າງຕັ້ງກຳລັງປ້ອງກັນຄວາມສະຫງົບ ຄົບຮອບ 58 ປີ, ປາຖະກະຖາໂດຍແມ່ນ ພັອ ປອ ທອງເຄນ ບຸນໝັ້ນ ຫົວໜ້າກອງບັນຊາການ ປກສ ແຂວງວຽງຈັນ, ມີຕາງໜ້າຫ້ອງ, ກອງພັນປ້ອງກັນເຄື່ອນທີ່, ຄ້າຍຄຸມຂັງ-ດັດສ້າງ ແລະ ພະນັກງານຫຼັກແຫຼ່ງເຂົ້າຮ່ວມຮັບຟັງ 100 ກວ່າສະຫາຍ.

ໂອກາດນີ້, ພັອ ປອ ທອງເຄນ ບຸນໝັ້ນ ໄດ້ຍົກໃຫ້ເຫັນປະຫວັດຄວາມເປັນມາການກຳເນີດຂອງພັກປະຊາຊົນ ປະຕິວັດລາວ ແລະ ຜົນສຳເລັດແຫ່ງການຊີ້ນຳ-ນຳພາຂອງພັກປະຊາຊົນ ປະຕິວັດລາວ ໃນໄລຍະຕໍ່ສູ້ປົດປ່ອຍຊາດ ກໍຄືໄລຍະປົກປັກຮັກສາ ແລະ ສ້າງສາປະເທດຊາດ ເຊິ່ງສະຫາຍໄດ້ກ່າວບາງຕອນວ່າ:

“ຊາດລາວເປັນຊາດໜຶ່ງທີ່ມີປະຫວັດສາດອັນຍາວນານ, ມີມູນເຊື້ອໃນການຕໍ່ສູ້ເອົາຊະນະຈັກກະພັດຕ່າງດ້າວຜູ້ຮຸກຮານ ພ້ອມທັງມີມູນເຊື້ອໃນການປົກປັກຮັກສາ ແລະ ພັດທະນາສ້າງສາປະເທດຊາດ ”.

ໃນປີ 1893 ຈັກກະພັດຝຣັ່ງ ໄດ້ເຂົ້າມາຍຶດຄອງລາວ ເປັນຫົວເມືອງຂຶ້ນ ເຂົາເຈົ້າໄດ້ກົດຂີ່ຂູດຮີດປະຊາຊົນລາວຢ່າງໜັກໜ່ວງ ແລະ ປ່າເຖື່ອນ. ສະນັ້ນ ປະຊາຊົນລາວບັນດາເຜົ່າ ຈຶ່ງໄດ້ລຸກຮື້ຂຶ້ນຕໍ່ຕ້ານແອກປົກຄອງ ຂອງພວກລ່າເມືອງຂຶ້ນຢ່າງອົງອາດກ້າຫານ ແລະ ເປັນຂະບວນການຕໍ່ເນື່ອງ ແຕ່ເໜືອຮອດໃຕ້ ໂດຍໄດ້ຮັບການສະໜັບສະໜູນຈາກພັກຄອມມູນິດອິນດູຈີນ ເຊິ່ງແມ່ນປະທານໂຮ່ຈິມິນ ເປັນຜູ້ນຳພາຂະບວນການຕໍ່ສູ້ຂອງປະຊາຊົນຢູ່ອິນດູຈີນ ໂດຍສົມທົບກັບອົງຄະນະພັກແຄວ້ນລາວ ກໍໄດ້ຮັບການສ້າງຕັ້ງຂຶ້ນ, ເມື່ອມີພັກນຳພາການຕໍ່ສູ້ ຂອງປະຊາຊົນ ນັບມື້ນັບໄດ້ໄຊຊະນະ ເປັນກ້າວໆມາ; ພັກເຮົາໄດ້ເດັດດ່ຽວນຳພາປວງຊົນລຸກຮື້ຂຶ້ນຢຶດອຳນາດ, ຍາດເອົາອຳນາດການປົກຄອງໃນທົ່ວປະເທດ ຈາກກຳມືຂອງພວກຟາດຊິດຍີ່ປຸ່ນ ແລະ ພວກລ່າເມືອງຂຶ້ນຝຣັ່ງ, ປະກາດເອກະລາດຂອງປະເທດລາວ ຕໍ່ຊາວໂລກ ໃນວັນທີ 12 ຕຸລາ ປີ 1945.

ມາຮອດປີ 1955 ຕໍ່ໜ້າຄວາມຮຽກຮ້ອງຕ້ອງການໃໝ່ຂອງການປະຕິວັດ ແລະ ໂດຍປະຕິບັດຕາມມະຕິຂອງກອງປະຊຸມໃຫຍ່ ຄັ້ງທີ II ຂອງພັກຄອມມູນິດອິນດູຈີນ, ບັນດານັກຄອມມູນິດລາວ ພາຍຫຼັງທີ່ໄດ້ກະກຽມມາໄລຍະໜຶ່ງ ກໍໄດ້ເປີດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຂຶ້ນໃນວັນ ທີ 22 ມີນາ ປີ 1955. ພາຍຫຼັງ ພັກປະຊາຊົນ ປະຕິວັດລາວ ໄດ້ຮັບການສ້າງຕັ້ງຂຶ້ນ ກໍປະເຊີນໜ້າກັບຈັກກະພັດອາເມລິກາ ເຊິ່ງເປັນພວກລ່າເມືອງຂຶ້ນແບບໃໝ່ ແຕ່ພວກເຮົາກໍໄດ້ແບກຫາບເອົາພາລະກຳອັນໜັກໜ່ວງ ເພື່ອຊີ້ນຳປວງຊົນລາວທັງຊາດ ຕໍ່ສູ້ຕ້ານການຮຸກຮານຂອງຈັກກະພັດ ແລະ ລູກແຫຼ້ງຕີນມື, ປະຕິການຂາຍຊາດຢ່າງສົມບູນ ແລະ ພັດທະນາຢ່າງມີໝາກມີຜົນເປັນແຕ່ລະໄລຍະ ນັບແຕ່ໄລຍະຕໍ່ສູ້ປົດປ່ອຍຊາດ ກໍຄືໄລຍະແຫ່ງການປົກປັກຮັກສາ ແລະ ສ້າງສາປະເທດຊາດ ເປັນກ້າວໆມາ.

ພ້ອມນັ້ນ ສະຫາຍຍັງໄດ້ຮຽກຮ້ອງໃຫ້ບັນດາສະຫາຍສະມາຊິກພັກ ກໍຄືພະນັກງານຫຼັກແຫຼ່ງ, ພະນັກງານໜຸ່ມນ້ອຍຮຸ່ນສືບທອດ ຈົ່ງໄດ້ເພີ່ມທະວີນ້ຳໃຈຮັກຊາດອັນສູງສົ່ງ, ເສີມຂະຫຍາຍມູນເຊື້ອຂອງພັກປະຊາຊົນ ປະຕິວັດລາວ ປົກປັກຮັກສາໝາກຜົນຂອງການປະຕິວັດ ພ້ອມກັນກ້າວຂຶ້ນສູ່ສັງຄົມນິຍົມ ພາຍໃຕ້ການນຳພາຂອງພັກ, ຍາດເອົາໄຊຊະນະມາສູ່ປະເທດຊາດ-ສູ່ປະຊາຊົນໃຫ້ມີຄວາມສະຫງົບ, ສັງຄົມມີຄວາມສີວິໄລ ແລະ ຍຸດຕິທຳເປັນກ້າວໆ. ນອກນັ້ນ, ພັອ ປອ ທອງເຄນ ບຸນໝັ້ນ ຍັງໄດ້ຍົກໃຫ້ເຫັນປະຫວັດການກຳເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວ ຂອງກຳລັງປ້ອງກັນຄວາມສະຫງົບ ປະຊາຊົນ ຄົບຮອບ 58 ປີ ( 5 ເມສາ 1961-5 ເມສາ 2019 ) ພາຍໃຕ້ຄັນທຸງປະຕິວັດ ແລະ ການນຳພາຂອງພັກປະຊາຊົນ ປະຕິວັດລາວ; ກໍາລັງປ້ອງກັນຄວາມສະຫງົບ ໄດ້ກໍາເນີດເກີດຂຶ້ນມາເພື່ອ ແບກຫາບພາລະກິດປະຕິວັດອັນໃຫຍ່ຫຼວງຂອງຊາດ ໂດຍສະເພາະແມ່ນໄດ້ຄຽງບ່າຄຽງໄຫຼ່ກັບກອງທັບປະຊາຊົນລາວ ໃນການຕໍ່ສູ້ກູ້ຊາດອັນຍືດເຍື້ອຍາວນານ, ລະອິດລະອ້ຽວ, ຂ້ຽວຂາດ, ບໍ່ຍອມຈຳນົນຕໍ່ສັດຕູເດັດຂາດ ຈົນໄດ້ຮັບໄຊນະນະຫຼາຍໆບັ້ນຮົບ ພາຍຫຼັງໄດ້ກຳເນີດເກີດຂຶ້ນມາແລ້ວ, ກໍາລັງປ້ອງກັນຄວາມສະຫງົບປະຊາຊົນ ໄດ້ຮີບຮ້ອນປັບປຸງ-ກໍ່ສ້າງຕົນເອງໃຫ້ເຂັ້ມແຂງ ໃນທຸກໆດ້ານເຊິ່ງກຳລັງປ້ອງກັນຄວາມສະຫງົບປະຊາຊົນລາວ ແມ່ນກຳລັງປະກອບອາວຸດຂອງພັກ ທີ່ໄດ້ສືບທອດມູນເຊື້ອອັນພິລະອາດຫານບໍ່ຍອມຈຳນົນ, ຍາມໃດກໍເດັດດ່ຽວໜຽວແໜ້ນ, ມີຄວາມອາດຫານບໍ່ຫວັ່ນໄຫວ, ບໍ່ຄອນແຄນຕໍ່ຂໍ້ຫຍຸ້ງຍາກນາໆປະການ, ມີໄຫວພິບເພື່ອຕີເອົາຊະນະສັດຕູ, ຍິ່ງສູ້ຮົບກໍຍິ່ງເຕີບໃຫຍ່ເຂັ້ມແຂງ, ຍິ່ງສູ້ຮົບກໍຍິ່ງມີໄຊຊະນະເປັນກ້າວໆມາ ຈົນສາມາດຕີເອົາຊະນະຈັກກະພັດ ແລະ ປົດປ່ອຍປະເທດຊາດໄດ້ຢ່າງສົມບູນໃນປີ 1975 ພ້ອມທັງສະຖາປະນາປະເທດລາວເປັນປະເທດສາທາລະນະລັດ ປະ ຊາທິປະໄຕ ປະຊາຊົນລາວ. ຈາກນັ້ນ ກຳລັງປ້ອງກັນຄວາມສະຫງົບ ປະຊາຊົນ ຍັງໄດ້ສືບຕໍ່ພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃຫ້ຈະເລີນກ້າວໜ້າ ຈົນມາເຖິງປັດຈຸບັນນີ້.