ໂຮງຮຽນ ປກສ ຊັ້ນຕົ້ນ ກອງບັນຊາການປ້ອງກັນສູນກາງ ກະຊວງ ປກສ ໄດ້ເປີດຊຸດຮຽນຮຸ່ນທີ XXI ສົກຮຽນປີ 2019-2020 ໃນວັນທີ 26 ເມສາ 2019 ທີ່ວິທະຍາຄານສັນຕິບານປະຊາຊົນ, ເຂົ້າຮ່ວມໂດຍ ພັອ ຄຳເກື່ອງ ຜິວວັນນາ ຮອງຫົວໜ້າກອງບັນຊາການປ້ອງກັນສູນກາງ, ມີຄະນະພັກ, ຄະນະອຳນວຍການ, ຕາງໜ້າ ກົມໃຫຍ່ການເມືອງ, ວິທະຍາຄານ, ພະນັກງານຄູ-ອາຈານ ແລະ ນັກຮຽນເຂົ້າຮ່ວມ.

ພັທ ແສງຈັນ ແກ້ວມີໄຊ ອຳນວຍການໂຮງຮຽນ ປກສ ຊັ້ນຕົ້ນປ້ອງກັນສູນກາງ ກ່າວວ່າ: ການເປີດຊຸດຮຽນຄັ້ງນີ້ ເພື່ອເປັນການຜັນຂະຫຍາຍແຜນຍຸດທະສາດການປັບປຸງກໍ່ສ້າງກຳລັງປ້ອງກັນຄວາມສະຫງົບ ປະຊາຊົນໃຫ້ ມີຄວາມເຂັ້ມແຂງ, ຮັບປະກັນທາງດ້ານປະລິນມານ ແລະ ຄຸນນະພາບ ເວົ້າລວມ ເວົ້າສະເພາະ ເພື່ອເປັນການສຶກສາອົບຮົມຍົກລະດັບຄວາມຮູ້, ຄວາມສາມາດທາງດ້ານທິດສະດີ, ຫຼັກການພື້ນຖານຂອງວຽກງານວິຊາສະເພາະປ້ອງກັນສູນກາງ ຮຸ່ນທີ XXI ໃຫ້ໄດ້ບົດຮຽນ ແລະ ພຶດຕິກຳຕົວຈິງ, ພ້ອມທັງໝູນໃຊ້ທິດສະດີດັ່ງກ່າວ ເຂົ້າໃນວຽກງານວິຊາສະເພາະປ້ອງກັນສູນກາງໃຫ້ສູງຂຶ້ນ, ພາຍຫຼັງສຶກສາຮໍ່າຮຽນ ແລະ ເສັງຈົບຊັ້ນ ສາມາດຊັບຊ້ອນໃຫ້ປະຕິບັດໜ້າທີ່ວຽກງານຕົວຈິງໄດ້. ໃນຊຸດຮຽນ ຮຸ່ນທີ XXI ມີນັກຮຽນທັງໜົດ 154 ສະຫາຍ ຍິງ 26 ສະຫາຍ, ກຳນົດເວລາການຮຽນ-ການສອນ 1 ປີ, ມີ 365 ວັນ ເທົ່າກັບ 2.555 ຊົ່ວ ໂມງ, ວິຊາຮຽນມີ 4 ໝວດໃຫຍ່ ຄື: ໝວດວິຊາເບື້ອງຕົ້ນຂອງກໍາລັງ ປກສ 6 ວັນ ເທົ່າກັບ 42 ຊົ່ວໂມງ, ໝວດວິຊາຮຽນຄວາມຮູ້ ທົ່ວໄປ 4 ວິຊາຮຽນ ມີ 25 ວັນ ເທົ່າກັບ 175 ຊົ່ວໂມງ, ໝວດວິຊາພື້ນຖານວິຊາສະເພາະມີ 9 ວິ ຊາ ມີ 75 ວັນ ເທົ່າກັບ 525 ຊົ່ວ ໂມງ, ໝວດວິຊາສະເພາະລວມ ແລະ ວິຊາສະເພາະປ້ອງກັນສູນກາງ ມີ 17 ວິຊາ ມີ 109 ວັນ ເທົ່າກັບ 763 ຊົ່ວໂມງ, ພາຍຫຼັງຮຽນແລ້ວຈະມີການກວດກາສອບເສັງ ທັງພາກທິດສະດີ ແລະ ພາກ ປະຕິບັດຕົວຈິງ ເພື່ອວັດແທກຄວາມຮູ້-ຄວາມເຂົ້າໃຈຂອງການສຶກສາຮໍ່າຮຽນ.

ພັອ ຄຳເກື່ອງ ຜິວວັນນາ ໄດ້ເນັ້ນໃຫ້ໃຫ້ນັກຮຽນຊຸດນີ້ ຕ້ອງຖືເອົາການໄຂສົກຮຽນໃໝ່ນີ້ ເປັນການຕີລາຄາຕົນເອງ ພ້ອມທັງທຸ່ມເທເຫື່ອແຮງ, ສະຕິປັນຍາເຂົ້າໃນການຄົ້ນຄວ້າຮໍ່າຮຽນໃຫ້ສົມກັບການຈັດຕັ້ງ, ຄອບຄົວ ແລະ ຍາດພີ່ນ້ອງລໍຖ້າຢູ່ເບື້ອງຫຼັງ; ຢາກເຮັດໄດ້ແນວນັ້ນຕ້ອງດຸໝັ່ນໃນການຊອກຮູ້ຮໍ່າຮຽນ, ໝັ່ນຖາມ-ຕອບ ແລະ ເຂົ້າຮ່ວມຂະບວນການຕ່າງໆ, ເຊິ່ງເປັນໜ້າທີ່ການເມືອງຂອງນັກຮຽນ ແລະ ພ້ອມກັນເປັນເຈົ້າການເອົາໃຈໃສ່ປະຕິບັດໂມງເວລາເຂົ້າຫ້ອງຮໍ່າຮຽນຕາມຕາຕະລາງຢ່າງເຂັ້ມງວດ, ຕັ້ງໃຈຮັບຟັງການເຜີຍແຜ່ຂອງຄູ-ອາຈານ ເພື່ອເຮັດໃຫ້ການສຶກສາຮໍ່າຮຽນຄັ້ງນີ້ ເປັນການຍົກລະດັບຄວາມຮູ້, ຄວາມສາມາດຂອງພະນັກງານ-ນັກຮົບໃຫ້ ສູງຂຶ້ນ.