ການເຊື່ອມໂຍງ, ເຊື່ອມຈອດຂອງຂະແໜງ ຍທຂ ກັບບັນດາສາກົນ ແລະ ພາກພື້ນ ຈະນໍາເອົາຜົນປະໂຫຍດໃຫຍ່ຫຼວງມາສູ່ການພັດທະນາປະເທດ ສປປ ລາວ.

ຕໍ່ກັບວຽກງານດັ່ງກ່າວ, ກະຊວງ ຍທຂ ໄດ້ສ້າງຍຸດທະສາດເຊື່ອມໂຍງ-ເຊື່ອມຈອດກັບພາກພື້ນ ແລະ ສາກົນ ຂອງຂະແໜງການໂຍທາທິການ ແລະ ຂົນສົ່ງ ໄລຍະ 2016-2025 ໂດຍມີຈຸດປະສົງ ເພື່ອກໍານົດທິດທາງໃນການພັດທະນາໂຄງລ່າງພື້ນຖານ, ການປັບປຸງບັນດາລະບຽບການ ແລະ ການສ້າງຄວາມເຂັ້ມແຂງໃຫແກ່ກໍາລັງການຂົນສົ່ງລາວແນໃສ່ກຽມຄວາມພ້ອມໃນການເຊື່ອມໂຍງກັບດ້ານເສດຖະກິດສາກົນ ແລະ ພາກພື້ນ, ໄປຄຽງຄູ່ກັບການສ້າງຄວາມສາມາດດ້ານການຄຸ້ມຄອງ ແລະ ບໍລິຫານ.

ນອກຈາກນັ້ນ, ຍຸດທະສາດດັ່ງກ່າວຍັງກໍານົດໃຫ້ຖືກຕ້ອງກັບແຜນແມ່ບົດເຊື່ອມຈອດອາຊຽນ ຮອດປີ 2025 (MPAC 2025) ເພື່ອກໍາເອົາກາລະໂອກາດດັ່ງກ່າວຍາດແຍ່ງເອົາທຶນຮອນ ແລະ ເຕັກໂນໂລຊີ ມາພັດທະນາໂຄງລ່າງພື້ນຖານ ແນໃສ່ນໍາເອົາຜົນປະໂຫຍດອັນໃຫຍ່ຫຼວງມາສູ່ການພັດທະນາປະເທດເຮົາ. ຍຸດທະສາດດັ່ງກ່າວກໍານົດເພື່ອບັນລຸວິໄສທັດຂອງຂະແໜງການຂ້າງເທິງ ຈຶ່ງກໍານົດທິດທາງລວມຂອງການພັດທະນາລະບົບຕາໜ່າງເສັ້ນທາງລົດໂອໂຕໃຫ້ບັນລຸໄດ້ຕາມລະບົບຕາໜ່າງເຊື່ອມໂຍງພາຍໃນໃຫ້ເຂົ້າກັບອະນຸພາກພື້ນ ເປັນຕົ້ນ: ສໍາລັບສາຍຕັ້ງ ແມ່ນທາງຫຼວງແຫ່ງຊາດເລກ 1, ເລກທີ 13 ແລະ ເລກ 11, ເສັ້ນທາງຫຼວງແຫ່ງຊາດສາຍຂວາງ ແມ່ນ: ທາງຫຼວງແຫ່ງຊາດເລກ 3, ທາງຫຼວງແຫ່ງຊາດເລກ 2, ທາງຫຼວງແຫ່ງຊາດເລກ 6 ແລະ ເລກ 4, ທາງຫຼວງແຫ່ງຊາດເລກ 8, ທາງຫຼວງ ແຫ່ງຊາດເລກ 12, ທາງຫຼວງແຫ່ງຊາດ ເລກ 9, ທາງຫຼວງແຫ່ງຊາດເລກ 15, ທາງຫຼວງແຫ່ງຊາດເລກ 16 ແລະ ທາງຫຼວງແຫ່ງຊາດເລກ 18 ແລະ ເສັ້ນທາງເຊື່ອມໂຍງເຊື່ອມຈອດອີກຈໍານວນໜຶ່ງ ເຊັ່ນ: ເສັ້ນທາງເລກ 5A ແລະ 7, 5B, 10, 16A ແລະ ເສັ້ນທາງເຊື່ອມຈອດລະຫວ່າງ ທາງເລກ 17 ແລະ 19. ເພື່ອໃຫ້ໄດ້ຕາມມາດຖານເຕັກນິກຂອງເສັ້ນທາງຫຼວງອາຊຽນ; ສ້າງຂົວຂ້າມ ນໍ້າຂອງມິດຕະພາບລາວ-ໄທ ແຫ່ງທີ 5 (ປາກຊັນ-ບຶງການ), ຂົວມິດຕະພາບ ແຫ່ງທີ 6 ( ປາກຕະພານ-ເຂັມມະລາດ ), ຂົວຂ້າມນໍ້າຂອງ (ຈອມເພັດ-ຫຼວງພະບາງ), ຂົວຂ້າມນໍ້າຂອງສໍາລັບ ທາງລົດໄຟ ນະຄອນຫຼວງວຽງຈັນ- ໜອງຄາຍ ແລະ ຂົວຂ້າມນໍ້າເຊລໍາເພົາ ລາວ-ກໍາປູເຈຍ.

ນອກນີ້, ຮ່ວມກັບຝ່າຍຫວຽດນາມສຶກສາ, ສໍາຫຼວດ-ອອກແບບ ແລະ ກໍ່ສ້າງເສັ້ນທາງເຊື່ອມຕໍ່ທີ່ສັ້ນສຸດ ແລະ ມີປະສິດທິຜົນທີ່ສຸດ ລະຫວ່າງນະຄອນ ຫຼວງວຽງຈັນ-ນະຄອນຫຼວງຮ່າໂນ້ຍ ທັງ ເອົາໃຈໃສ່ກະກຽມຈັດຕັ້ງປະຕິບັດໂຄງ ການກໍ່ສ້າງທາງແບບມີສ່ວນຮ່ວມ ລະ ຫວ່າງພາກລັດ ແລະ ພາກທຸລະກິດ ( Public Private Partnership “PPP”) ຕາມເສັ້ນທາງທີ່ເໝາະສົມ; ສືບຕໍ່ສົມທົບກັບບັນດາບໍລິສັດເອກະຊົນຕ່າງປະເທດດໍາເນີນການສໍາຫຼວດ ແລະ ກໍ່ສ້າງໂຄງການເສັ້ນທາງດ່ວນ ແຕ່ນະຄອນຫຼວງວຽງຈັນ-ຊາຍແດນຈີນ ແລະ ນະຄອນຫຼວງວຽງຈັນ-ຊາຍແດນກໍາປູເຈຍ ໃນຮູບແບບການລົງທຶນຮ່ວມລະຫວ່າງ ພາກລັດ ແລະ ເອກະຊົນ ( Public Private Partnership-PPP ). ທັງຮັບປະກັນການບູລະນະຮັກ ສາໂຄງລ່າງທີ່ໄດ້ລົງທຶນແລ້ວໃຫ້ມີຄວາມຍືນຍົງ.

ນອກຈາກນັ້ນ ຍຸດທະສາດດັ່ງກ່າວ ຍັງກໍານົດໃຫ້ຖືກຕ້ອງກັບແຜນແມ່ບົດ ເຊື່ອມຈອດອາຊຽນ ຮອດປີ 2025 (MPAC 2025) ເພື່ອກໍາເອົາກາລະ ໂອກາດດັ່ງກ່າວ ຍາດແຍ່ງເອົາທຶນຮອນ ແລະ ເຕັກໂນໂລຊີ ມາພັດທະນາໂຄງລ່າງ ພື້ນຖານ ແນໃສ່ນໍາເອົາຜົນປະໂຫຍດ ອັນໃຫຍ່ຫຼວງມາສູ່ການພັດທະນາປະ ເທດເຮົາ. ຍຸດທະສາດດັ່ງກ່າວ ກໍານົດ ເພື່ອບັນລຸວິໄສທັດຂອງຂະແໜງການ ຂ້າງເທິງ ຈຶ່ງກໍານົດທິດທາງລວມຂອງ ການພັດ ທະນາລະບົບຕາໜ່າງເສັ້ນທາງລົດໂອໂຕໃຫ້ບັນລຸໄດ້ຕາມລະບົບຕາ ໜ່າງເຊື່ອມໂຍງພາຍໃນໃຫ້ເຂົ້າກັບອະ ນຸພາກພື້ນ ເປັນຕົ້ນ: ສໍາລັບສາຍຕັ້ງ ແມ່ນທາງຫຼວງແຫ່ງຊາດເລກ 1, ເລກທີ 13 ແລະ ເລກ 11, ເສັ້ນທາງຫຼວງແຫ່ງ ຊາດສາຍຂວາງ ແມ່ນ: ທາງຫຼວງແຫ່ງ ຊາດເລກ 3, ທາງຫຼວງແຫ່ງຊາດເລກ 2, ທາງຫຼວງແຫ່ງຊາດເລກ 6 ແລະ ເລກ 4, ທາງຫຼວງແຫ່ງຊາດເລກ 8, ທາງຫຼວງ ແຫ່ງຊາດເລກ 12, ທາງຫຼວງແຫ່ງຊາດ ເລກ 9, ທາງຫຼວງແຫ່ງຊາດເລກ 15, ທາງຫຼວງແຫ່ງຊາດເລກ 16 ແລະ ທາງຫຼວງແຫ່ງຊາດເລກ 18 ແລະ ເສັ້ນທາງເຊື່ອມໂຍງເຊື່ອມຈອດອີກຈໍານວນໜຶ່ງ ເຊັ່ນ: ເສັ້ນທາງເລກ 5A ແລະ 7, 5B, 10, 16A ແລະ ເສັ້ນທາງເຊື່ອມ ຈອດລະຫວ່າງ ທາງເລກ 17 ແລະ 19. ເພື່ອໃຫ້ໄດ້ຕາມມາດຖານເຕັກນິກຂອງເສັ້ນທາງຫຼວງອາຊຽນ; ສ້າງຂົວຂ້າມ ນໍ້າຂອງມິດຕະພາບລາວ-ໄທ ແຫ່ງທີ 5 (ປາກຊັນ-ບຶງການ), ຂົວມິດຕະພາບ ແຫ່ງທີ 6 ( ປາກຕະພານ-ເຂັມມະ ລາດ ), ຂົວຂ້າມນໍ້າຂອງ (ຈອມເພັດ-ຫຼວງພະບາງ), ຂົວຂ້າມນໍ້າຂອງສໍາລັບ ທາງລົດໄຟ ນະຄອນຫຼວງວຽງຈັນ- ໜອງຄາຍ ແລະ ຂົວຂ້າມນໍ້າເຊລໍາເພົາ ລາວ-ກໍາປູເຈຍ.
ນອກນີ້, ຮ່ວມກັບຝ່າຍຫວຽດນາມ ສຶກສາ, ສໍາຫຼວດ-ອອກແບບ ແລະ ກໍ່ ສ້າງເສັ້ນທາງເຊື່ອມຕໍ່ທີ່ສັ້ນສຸດ ແລະ ມີປະສິດທິຜົນທີ່ສຸດ ລະຫວ່າງນະຄອນ ຫຼວງວຽງຈັນ-ນະຄອນຫຼວງຮ່າໂນ້ຍ ທັງ ເອົາໃຈໃສ່ກະກຽມຈັດຕັ້ງປະຕິບັດໂຄງ ການກໍ່ສ້າງທາງແບບມີສ່ວນຮ່ວມລະຫວ່າງພາກລັດ ແລະ ພາກທຸລະກິດ ( Public Private Partnership “PPP” ) ຕາມເສັ້ນທາງທີ່ເໝາະສົມ; ສືບຕໍ່ສົມທົບກັບບັນດາບໍລິສັດເອກະ ຊົນຕ່າງປະເທດ ດໍາເນີນການສໍາຫຼວດ ແລະ ກໍ່ສ້າງໂຄງການເສັ້ນທາງດ່ວນ ແຕ່ນະຄອນຫຼວງວຽງຈັນ-ຊາຍແດນຈີນ ແລະ ນະຄອນຫຼວງວຽງຈັນ-ຊາຍແດນກໍາປູເຈຍ ໃນຮູບແບບການລົງທຶນຮ່ວມລະຫວ່າງພາກລັດ ແລະ ເອກະຊົນ (Public Private Partnership-PPP ) ທັງຮັບປະກັນການບູລະນະຮັກ ສາໂຄງລ່າງທີ່ໄດ້ລົງທຶນແລ້ວໃຫ້ມີຄວາມຍືນຍົງ.

ຂ່າວ: ບຸນຖິນ