ພົຈວ ປອ ວັນເຮືອງ ນັນທະຈັກ ອໍານວຍການວິທະຍາຄານສັນຕິບານ ປະຊາຊົນ (ວສປ) ກະຊວງ ປກສ ແຫ່ງ ສປປ ລາວ ພ້ອມຄະນະ ໄດ້ຕ້ອນຮັບການເຂົ້າຢ້ຽມຢາມຂອງ ພົຕ ຫວງຊວງ ເລື່ອງ ຫົວໜ້າສູນຄົ້ນຄວ້າສິດທິມະນຸດເຂດພູດອຍ ແຫ່ງ ສສ ຫວຽດນາມ ພ້ອມຄະນະໃນວັນທີ 26 ເມສາ 2019 ເນື່ອງໃນໂອກາດທີ່ທ່ານ ພ້ອມຄະນະໄດ້ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໂດຍສະເພາະແມ່ນເຮັດວຽກຮ່ວມກັບສູນກາງແນວລາວສ້າງຊາດ ໃນວັນທີ 23 ເມສາຜ່ານມາ.

ໃນພິທີ, ທັງສອງຝ່າຍໄດ້ສະເໜີສະພາບຈຸດພິເສດ, ທີ່ຕັ້ງພາລະບົດບາດການເຄື່ອນໄຫວວຽກງານພາຍໃນໃຫ້ກັນຮັບຮູ້ ເພື່ອເຮັດໃຫ້ການປະຕິບັດໜ້າທີ່ຂອງທັງສອງຝ່າຍມີຄວາມເຂົ້າໃຈ; ເຊິ່ງຈຸດປະສົງໃນການຢ້ຽມຢາມຄັ້ງ ນີ້ ແມ່ນເພື່ອເປັນການຮັດແໜ້ນສາຍພົວພັນອັນພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ຫວຽດນາມ-ລາວ ທີ່ມີມາແຕ່ດົນນານ, ສະເພາະແມ່ນວິທະຍາຄານສັນຕິບານປະຊາ ຊົນກະຊວງ ປກສ ສປປ ລາວ ກັບສູນຄົ້ນຄວ້າສິດທິມະນຸດເຂດພູດອຍ ສສ ຫວຽດນາມ; ພ້ອມທັງເປັນການແລກປ່ຽນບົດຮຽນໃນການຊ່ວຍເຫຼືອເຊິ່ງກັນແລະກັນໃນວຽກງານຕ່າງໆໃຫ້ແຕກດອກອອກຜົນຍິ່ງໆຂຶ້ນ.