ວັນທີ 25 ເມສາຜ່ານມາ, ທ່ານ ສີມູນ ອຸ່ນລາສີ ຮອງປະທານຄະນະບໍລິຫານງານສູນກາງສະຫະພັນກຳມະບານລາວ (ສກລ) ໄດ້ຖະແຫຼງການກະກຽມສະເຫຼີມສະຫຼອງວັນກຳມະກອນສາກົນ ຄົບຮອບ 133 ປີ (1 ພຶດສະ ພາ 1886-1 ພຶດສະພາ 2019) ເພື່ອໃຫ້ບັນດາຄະນະສະຫະພັນກຳມະບານອ້ອມຂ້າງສູນກາງ ແລະ ທ້ອງຖິ່ນ ທົ່ວປະເທດ ແລະ ສື່ມວນຊົນ ອ້ອມຂ້າງສູນກາງ ຈົ່ງພ້ອມກັນຈັດຕັ້ງໂຄສະນາເຜີຍແຜ່ໃຫ້ພາກສ່ວນຕ່າງໆໄດ້ຮັບຮູ້, ເຂົ້າໃຈ ແລະ ກຳ ເເໜ້ນເນື້ອໃນຈິດໃຈ ແລະ ມູນ ເຊື້ອຂອງວັນດັ່ງກ່າວນີ້ ໃຫ້ພ້ອມກັນຈັດຕັ້ງປະຕິບັດຢ່າງທົ່ວເຖິງ ແນໃສ່ເຮັດໃຫ້ການສະເຫຼີມສະຫຼອງຄັ້ງນີ້ ມີຄວາມຄຶກຄື້ນ ແລະ ມີຜົນສຳເລັດຢ່າງຈົບງາມ.

ທ່ານ ສີມູນ ອຸ່ນລາສີ ກ່າວ ວ່າ: ເພື່ອເຮັດໃຫ້ການສະເຫຼີມສະ ຫຼອງວັນດັ່ງກ່າວ ມີຄວາມໝາຍ ສຳຄັນ ແລະ ຄຶກຄື້ນນັ້ນທາງສູນ ກາງສະຫະພັນກຳມະບານລາວ ຈະຈັດກິດຈະກຳຕ່າງໆ ໂດຍສົມທົບກັບພາກສ່ວນກ່ຽວຂ້ອງ ເພື່ອຈັດຕັ້ງປາຖະກະຖາມູນເຊື້ອວັນກຳມະກອນສາກົນໃຫ້ແກ່ພະນັກງານ, ສະມາຊິກກຳມະບານ, ກຳມະກອນ ແລະ ຜູ້ອອກແຮງງານລາວ; ຈັດຂະບວນການຍ່າງ ເພື່ອສຸຂະພາບ ໃນວັນທີ 1 ພຶດສະພາ; ຂະບວນການແຂ່ງ ຂັນກິລາ, ສະແດງສິລະປະ ແລະ ອອກແຮງງານອະນາໄມອ້ອມຂ້າງ ສກລ ແນໃສ່ເຮັດໃຫ້ການສະເຫຼີມສະຫຼອງຄັ້ງນີ້ເຕັມໄປດ້ວຍບັນຍາກາດຄຶກຄື້ນມ່ວນຊື່ນ.

ວັນທີ 1 ພຶດສະພາ 1886, ເປັນເທື່ອທຳອິດທີ່ຊົນຊັ້ນກຳມະກອນ ແລະ ຊາວຜູ້ອອກແຮງງານຢູ່ຕົວເມືອງຊິກາໂກ້ ໃນປະເທດອາເມລິກາ ໄດ້ມີການຕໍ່ສູ້ໂດຍອີງໃສ່ເນື້ອໃນຂອງຖະແຫຼງການຮຽກຮ້ອງໃຫ້ພວກນາຍທຶນຕ້ອງປະຕິບັດຕາມການສະເໜີຂອງກຳມະກອນ ວ່າ: ແຕ່ນີ້ຕໍ່ໄປບໍ່ໃຫ້ກຳມະກອນຜູ້ໃດເຮັດວຽກເກີນ 8 ຊົ່ວ ໂມງຕໍ່ມື້, 8 ຊົ່ວໂມງພັກຜ່ອນ ແລະ 8 ຊົ່ວໂມງຮໍ່າຮຽນ ພ້ອມທັງຍັງໄດ້ຮຽກຮ້ອງ ແລະ ບັງຄັບໃຫ້ນາຍທຶນຕ້ອງຮັບ ຮອງເອົາສິດໃນການເຮັດວຽກຂອງກຳມະກອນໃນມື້ໜຶ່ງ 8 ຊົ່ວໂມງ; ຈາກເຫດການດັ່ງກ່າວ ໄດ້ສ້າງກະແສຟອງ ອັນໃຫຍ່ຫຼວງ ແລະ ແຂງແຮງເຖິງຂະບວນການກຳມະກອນຢູ່ທະວີບເອີລົບ ແລະ ທະວີບອາເມລິກາ ເປັນກຳລັງໃຈໃຫ້ຂະບວນການຕໍ່ສູ້ຂອງກຳມະກອນໂລກ, ທັງເປັນບາດກ້າວຂະຫຍາຍຕົວແຫ່ງໄຊຊະນະ, ເປັນວັນທີ່ມີຄວາມໝາຍສຳຄັນອັນໃຫຍ່ຫຼວງຂອງຊົນຊັ້ນກຳມະກອນໃນຂະບວນການຕໍ່ສູ້ ເພື່ອປົກປ້ອງສິດທິ ແລະ ຜົນປະໂຫຍດອັນຊອບທຳຂອງຕົນ.

ມາໃນວັນທີ 14 ກໍລະກົດ 1889, ກອງປະຊຸມພັກກອມມູນິດສາກົນ ຄັ້ງທີ II ໄດ້ໄຂຂຶ້ນຢູ່ທີ່ນະຄອນຫຼວງປາຣີ (ປະເທດຝຣັ່ງ) ໂດຍມີຜູ້ເຂົ້າຮ່ວມກອງປະຊຸມ 393 ຄົນ ທີ່ມາຈາກ 22 ປະ ເທດ, ເຊິ່ງໃນກອງປະຊຸມໄດ້ຜ່ານໂຄງການດຳເນີນງານສຳຄັນ ຄື: ຊົນຊັ້ນ ກຳມະກອນສາມັກຄີຕໍ່ສູ້ເພື່ອປະຕິບັດຄຳຂວັນ ມື້ໜຶ່ງເຮັດວຽກ 8 ຊົ່ວໂມງ ແລະ ກຳນົດເອົາວັນທີ 1 ພຶດສະພາ 1886 ເປັນວັນກຳມະກອນສາກົນ, ນັບແຕ່ນັ້ນມາ ວັນທີ 1 ພຶດສະພາ ຂອງທຸກໆປີຈຶ່ງໄດ້ກາຍເປັນວັນບຸນຍິ່ງໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ.

ໂອກາດດຽວກັນນີ້, ທ່ານ ວຽງເພັດ ພັນທະວົງ ປະທານກຳມະບານຮາກຖານ ບໍລິສັດ ເບຍລາວ ຜູ້ອຳນວຍການຝ່າຍບໍລິຫານ ແລະ ກິດຈະກຳເພື່ອສັງຄົມ ຍັງໄດ້ຕາງໜ້າໃຫ້ບໍລິສັດມອບເງິນຈຳນວນ 55.500.000 ກີບ ໃຫ້ ສກລ ເພື່ອປະກອບສ່ວນຊຸກຍູ້ຂະບວນສະຫຼອງວັນກຳມະກອນສາກົນ ຕາງໜ້າກ່າວຮັບໂດຍທ່ານ ສີມູນ ອຸ່ນລາສີ.