ຍ້ອນການຕິດໜີ້ ຫຼິ້ນກິນຟຸມເຟືອຍ ຈຶ່ງກ້າເນລະຄຸນ ແມ້ກະທັ້ງແມ່ແທ້ໆຂອງຕົນເອງ

ອີກຄະດີໜຶ່ງຍິ່ງໜັກກວ່າກໍລະນີຂອງ ທ້າວ T ແມ່ນ ທ້າວ ຫງວຽນວັນງຽນ ເກີດທີ່ແຂວງບັກຢ້າງ ທີ່ຢູ່ປັດຈະບັນແມ່ນ ແຂວງບິ່ງເຢື້ອງ, ເຖິງວ່າອາຍຸຂອງຜູ້ກ່ຽວຈະພຽງແຕ່ 22 ປີ ແຕ່ເລືອດການພະນັນຂອງຜູ້ກ່ຽວແມ່ນ ມີໃນຕົວຕັ້ງແຕ່ນ້ອຍ, ຫຼາຍຄັ້ງທີ່ຜູ້ກ່ຽວໄປຫຼິ້ນການພະນັນຈົນບໍ່ມີເງິນຈ່າຍ, ພໍ່-ແມ່ກໍໄດ້ເອົາເງິນນໍາໄປຈ່າຍໃຫ້, ທ້າວ ງຽນ ບໍ່ພຽງແຕ່ຫາຫຼິ້ນການພະນັນຕາມສະຖານທີ່ໃນປະເທດຫວຽດນາມ ແຕ່ຜູ້ກ່ຽວຍັງໄດ້ຫາທາງອອກໄປປະເທດກໍາປູເຈຍ ເພື່ອຫາຫຼິ້ນການພະນັນຕາມຄາຊິໂນນໍາອີກ.

ໃນໄລຍະກາງເດືອນພະຈິກ 2018, ທ້າວ ງຽນ ໄດ້ຂ້າມໄປປະເທດກໍາປູເຈຍ ເພື່ອເຂົ້າຄາຊິໂນ ຫຼິ້ນການພະນັນ (ໄພ້) ແລະ ເສຍເງິນຈົນໝົດຕົວປະມານ 15.000 ໂດລາ, ເມື່ອບໍ່ມີເງິນຈ່າຍເຂົາຕາມຈໍານວນທີ່ເສຍ ຜູ້ກ່ຽວຖືກເຈົ້າຂອງຄາຊິໂນນັ້ນຈັບຕົວໄວ້ ແລະ ສັ່ງໃຫ້ຜູ້ກ່ຽວໂທກັບມາທາງ ຫວຽດນາມ ເພື່ອໃຫ້ທາງຄອບຄົວຊອກເງິນໄປໄຖ່ຕົນເອງອອກມາ. ໃນຂະນະທີ່ຖືກກັກຕົວໄວ້ນັ້ນ, ຜູ້ກ່ຽວໄດ້ຮູ້ຈັກລຶ້ງເຄີຍກັບ ທ້າວ ຫງວຽນວັນແທ່ງ ອາຍຸ 50 ປີ ຢູ່ແຂວງເຕີ້ຍນິ້ງ, ທ້າວ ງຽນ ໄດ້ຮັບການຊ່ວຍເຫຼືອຈາກ ທ້າວ ແທ່ງ ພ້ອມກັນໂຕນໜີອອກຈາກສະຖານທີ່ກັກຂັງ ແລະ ໜີກັບມາ ຫວຽດນາມ.

ຜູ້ເປັນລູກ ຈົນຫົນທາງ ຈຶ່ງວາງແຜນຕົວະໃຫ້ແມ່ໄປຫາຢືມເງິນນໍາພີ່ນ້ອງ ມາໄຖ່ເອົາຕົນເອງ ດ້ວຍວິທີການທີ່ຕົນຄິດຂຶ້ນມາ

ເມື່ອກັບມາທີ່ ຫວຽດນາມ, ຫຼາຍມື້ທີ່ບ່ໍມີວຽກເຮັດງານທໍາຈ່ຶງບ່ໍມີເງິນໃຊ້ຈ່າຍ, ທ້າວ ງຽນ ເກີດມີຄວາມຄິດຢາກຕົວະແມ່ ເພື່ອຈະມີເງິນມາໃຊ້ຈ່າຍໃນການຫຼິ້ນການພະນັນ; ເຊິ່ງທັງສອງໄດ້ປຶກສາ ແລະ ວາງແຜນການໂດຍໃຫ້ ທ້າວ ແທ່ງ ເປັນຄົນໂທຫາແມ່ຂອງ ທ້າວ ງຽນ ທີ່ຊື່ ນາງ DTH ໃຊ້ຄໍາເວົ້ານາບຂູ່ວ່າ:

ຕ້ອງໂອນເງິນມາໃຫ້ຈໍານວນ 200 ລ້ານ ຕາມເລກບັນຊີທີ່ສົ່ງໃຫ້ ເພື່ອແລກກັບຕົວ ທ້າວ ງຽນ ອອກຈາກຫ້ອງຄາຊິໂນ ທີ່ປະເທດກໍາປູເຈຍ, ຖ້າຫາກບ່ໍມີເງິນມາຈ່າຍ ທ້າວ ງຽນ ຈະຖືກຂາຍໃຫ້ພາກສ່ວນຄາຊິໂນອື່ນ.

ຍ້ອນເປັນຫ່ວງຕໍ່ຊີວິດຂອງລູກຊາຍ, ນາງ H ແມ່ຂອງ ທ້າວ ງຽນ ຈຶ່ງຕອບຕົກລົງ ຈາກນັ້ນໄດ້ໂອນເງິນເຂົ້າບັນຊີຂອງ ທ້າວ ແທ່ງ 5 ລ້ານດົ່ງ ແລະ ຈະໂອນເງິນສ່ວນທີ່ເຫຼືອໃຫ້ ເມື່ອສາມາດທ້ອນໄດ້ຄົບຕາມຈໍານວນ. ຫຼັງຈາກນັ້ນ, ຜ່ານໄປຫຼາຍມື້ເມື່ອຈ່າຍເງິນນັ້ນໝົດ ທ້າວ ງຽນ ກໍໄດ້ສັ່ງໃຫ້ ທ້າວ ແທ່ງ ສືບຕໍ່ທວງຖາມເງິນທີ່ຍັງເຫຼືອນໍາແມ່ຂອງຕົນ ແຕ່ຍ້ອນອົດບໍ່ໄຫວທີ່ຖືກນາບຂູ່ຕະຫຼອດ ນາງ H ຈຶ່ງໄດ້ໄປລາຍງານກັບ ເຈົ້າໜ້າທ່ີຕໍາຫຼວດກຸ່ມ ເລົ່າຕົ້ນປາຍສາເຫດໃຫ້ຟັງທັງໝົດ.

ຈຳນວນເງິນທີ່ລູກເນລະຄຸນ ຫຼອກລວງໃຫ້ແມ່ ຫາມາໃຊ້ຄ່າໄຖ່

ເມື່ອຮູ້ດັ່ງນັ້ນ, ເຈົ້າໜ້າທີ່ ຈຶ່ງໄດ້ແນະນໍາໃຫ້ ນາງ H ໂທກັບຫາ ທ້າວ ແທ່ງ ເພື່ອຕົວະມາຮັບເງິນທີ່ຍັງເຫຼືອຢູ່ຮ້ານກາເຟແຫ່ງໜຶ່ງ, ເມື່ອຮອດເວລານັດໝາຍ ພວກກ່ຽວກໍອອກມາຕາມນັດໂດຍຫວັງຈະໄດ້ເງິນ ແຕ່ກໍຖືກເຈົ້າໜ້າທີ່ເຂົ້າຈັບຕົວເສຍກ່ອນ.

ຜ່ານການສືບສວນ-ສອບສວນໃນເບື້ອງຕົ້ນ, ທ້າວ ແທ່ງ ໄດ້ຮັບສາລະພາບວ່າ:

ແຜນການທັງໝົດນັ້ນແມ່ນ ທ້າວ ງຽນ ເປັນຄົນຄິດຂຶ້ນມາ ແລະ ຄອຍສັ່ງການໃຫ້ຕົນເອງເປັນຄົນລົງມື.

ເຖິງເວລານີ້, ນາງ H ຜູ້ເປັນແມ່ຈຶ່ງສະເດີດຕື່ນ ແລະ ຮູ້ວ່າເປັນແຜນການຂອງລູກຕົວເອງ ທີ່ຢາກຕົວະເອົາເງິນໄປຫຼິ້ນກິນຟຸມເຟືອຍ.

ຜູ້ເປັນແມ່ ທີ່ຍາມໃດກໍຫ່ວງ ແລະ ຮັກລູກສະເໝີ ແຕ່ບໍ່ຄາດຄິດວ່າ ລູກຂອງຕົນ ຈະເຮັດກັບຕົນໄດ້ເຖິງຂະໜາດນີ້

ດັ່ງນັ້ນ, ສິ່ງທີ່ເຈັບປວດທີ່ສຸດ ກໍຄື ລູກຂອງຕົນເອງເປັນຜູ້ວາງແຜນຕົວະຄົນໃນຄອບຄົວ ເພື່ອຢາກໄດ້ເງິນມາຈ່າຍໃນສິ່ງທີ່ບໍ່ເປັນປະໂຫຍດ; ແຕ່ເຖິງຢ່າງໃດກໍຕາມ, ການກະທໍາຂອງພວກກ່ຽວນັ້ນ ລ້ວນແຕ່ເຮັດຜິດຕໍ່ລະບຽບກົດໝາຍ ເຊິ່ງບັນດາເປົ້າໝາຍທັງໝົດຕ້ອງໄດ້ຮັບຜົນຂອງການກະທໍາຂອງຕົນຢ່າງສະສົມ ແລະ ຖືກຕ້ອງຕາມລະບຽບກົດໝາຍ ເພາະການກໍ່ເຫດ ຫຼື ການຈັບຕົວຮຽກຄ່າໄຖ່ ລ້ວນແຕ່ເປັນການສ້າງຄວາມບໍ່ສະຫງົບຕໍ່ສັງຄົມ.

ສະນັ້ນແລ້ວ, ການຕົວະວ່າ ຕົນເອງຖືກກຸ່ມຄົນຮ້າຍຈັບຕົວຮຽກຄ່າໄຖ່ ມັນບໍ່ພຽງແຕ່ສ້າງຄວາມເສື່ອມເສຍຕໍ່ຄອບຄົວຂອງເປົ້າໝາຍເອງ ແຕ່ມັນຍັງສ້າງຄວາມສັບສົນ ແລະ ເສຍເວລາ, ເສຍກໍາລັງໃນວຽກສືບສວນ-ສອບສວນຂອງເຈົ້າໜ້າທີ່ ແລະ ສ້າງຄວາມວິຕົກກັງວົນໃຫ້ກັບມວນຊົນ; ຕ່ໍກັບກໍລະນີດັ່ງກ່າວ ເຊິ່ງຜູ້ກໍ່ເຫດພະຍາຍາມສ້າງເລື່ອງຂຶ້ນມາປັ່ນຫົວຄອບຄົວ ແລະ ເຈົ້າໜ້າທີ່ ສົມຄວນໄດ້ຮັບການໃສ່ລະບຽບການທີ່ເໝາະສົມ ເພື່ອບ່ໍໃຫ້ຜູ້ອື່ນຮຽນແບບນໍາ ແລະ ເພື່ອເປັນການປ້ອງກັນບ່ໍໃຫ້ເກີດເຫດການ ໃນລັກສະນະນີ້ອີກຕໍ່ໄປ.