ຮທມ ສ້າງແຜນກຳນົດພະນັກງານນຳພາ-ບັນຊາ

ໂຮງຮຽນທິດສະດີການເມືອງ ປກສ (ຮທມ) ກົມໃຫຍ່ການເມືອງ ກະຊວງ ປກສ ໄດ້ຈັດກອງປະຊຸມ ການສ້າງແຜນກໍານົດພະນັກງານນໍາພາ-ບັນຊາຂັ້ນກົມໃຫຍ່ການເມືອງປ້ອງກັນຄວາມສະຫງົບຄຸ້ມຄອງຂຶ້ນໃນລະຫວ່າງວັນທີ 29-30 ເມສາ 2019 ເປັນປະທານໂດຍ ພັທ ຊາຍຄ່ອງ ເພັດຊະວົງ ຫົວໜ້າອໍານວຍການ ຮທມ, ມີ ພັອ ນາງ ວິໄລທອງ ມັງໜໍ່ເມກ ຄະນະພັກກົມໃຫຍ່ ຫົວໜ້າຫ້ອງການເມືອງ ກົມໃຫຍ່ການເມືອງ ປກສ, ມີຄະນະພັກ-ຄະນະບັນຊາ, ຄູ-ອາຈານ ແລະ ພະນັກງານຫຼັກແຫຼ່ງພາຍໃນ ຮທມ ເຂົ້າຮ່ວມ.

ພັທ ຊາຍຄ່ອງ ເພັດຊະວົງ ກ່າວວ່າ:

ແຜນກໍານົດພະນັກງານ ແມ່ນຂະບວນວິວັດແຫ່ງການສ້າງແຫຼ່ງພະນັກງານເພື່ອສືບທອດປ່ຽນແທນ ທັງປັດຈຸບັນ ແລະ ອະນາຄົດ, ເນື້ອແທ້ຂອງການສ້າງແຜນກໍານົດພະນັກງານ ແມ່ນເພື່ອຊອກໃຫ້ເຫັນ, ບໍາລຸງສ້າງ, ຈັດວາງ, ສັບຊ້ອນ ແລະ ນໍາໃຊ້ຜູ້ທີ່ມີຄວາມຮູ້, ຄວາມສາມາດ, ຄົບມາດຖານ-ເງື່ອນໄຂຢູ່ຕໍາແໜ່ງງານຂັ້ນນໍາພາ-ບັນຊາຕາມເປົ້າໝາຍແຜນ ການໄລຍະຍາວ, ວຽກງານສ້າງແຜນກໍານົດພະນັກງານຈຶ່ງເປັນໜ້າທີ່ຄວາມຮັບຜິດຊອບໂດຍກົງ, ເປັນວຽກປົກກະຕິໃນຊີວິດການເມືອງຂອງຄະນະພັກແຕ່ລະຂັ້ນ, ວຽກງານພະນັກງານແມ່ນມີບົດບາດສໍາຄັນ ແລະ ເປັນປັດໄຈຕັດສິນໄຊຊະນະ ຫຼື ປະລາໄຊ ຂອງການຈັດຕັ້ງເຊິ່ງລວມໄປເຖິງການຄົງຕົວ ແລະ ຂະຫຍາຍຕົວຂອງລະບອບປະຊາທິປະໄຕ ທີ່ພັກປະຊາຊົນ ປະຕິວັດລາວ ເປັນຜູ້ຈັດຕັ້ງນໍາພາເພື່ອກ້າວເດີນຕາມເສັ້ນທາງສັງຄົມນິຍົມ.

ສໍາລັບການສ້າງແຜນກໍານົດພະນັກງານນໍາພາ-ບັນຊາຂັ້ນກົມໃຫຍ່ການເມືອງ ປກສ ຄຸ້ມຄອງ ຂອງ ຮທມ ໃນຄັ້ງນີ້, ແມ່ນໄດ້ມີການແຕ່ງຕັ້ງຄະນະຮັບຜິດຊອບຊີ້ນໍາ ແລະ ອະນຸກໍາມະການຊ່ວຍວຽກເພື່ອເຮັດໜ້າທີ່ໃນການກະກຽມດ້ານຕ່າງໆບົນພື້ນຖານການປະສານສົມທົບກັບຄະນະຫ້ອງການເມືອງ ກົມໃຫຍ່ການເມືອງ ປກສ ແນໃສ່ເຮັດໃຫ້ກອງປະຊຸມສ້າງແຜນກໍານົດພະນັກງານໃນຄັ້ງນີ້ດໍາເນີນໄປຖືກຕ້ອງຕາມທິດນໍາ, ຄາດໝາຍ ແລະ ຮັບປະກັນດ້ານເນື້ອໃນທີ່ໄດ້ກໍານົດໃນມະຕິເລກທີ 38, 39, 40/ຄພປກສ ແລະ ຄໍາສັ່ງແນະນໍາ ເລກທີ 3543/ກມປກສ ລົງວັນທີ 9 ພະຈິກ 2018 ຂອງກົມໃຫຍ່ການເມືອງ ປກສ.

ໃນກອງປະຊຸມ, ໄດ້ຈັດຕັ້ງທາບທາມຮອບທີ 1 ເຊິ່ງໄດ້ທາບທາມ 6 ຕໍາແໜ່ງ ຄື: ເລຂາໜ່ວຍພັກ ຫົວໜ້າ ຮທມ, ຮອງເລຂາ ໜ່ວຍພັກ ຮທມ, ຄະນະພັກຮາກຖານ ຮທມ, ຮອງອໍານວຍການ ຮທມ, ຫົວໜ້າພະແນກ ແລະ ທຽບເທົ່າ ແລະ ຮອງຫົວໜ້າພະແນກ  ແລະ ທຽບເທົ່າ.