ຫ້ອງການຍຸຕິທຳ ເປີດຝຶກອົບຮົມໄລຍະສັ້ນ 45 ວັນ

ທ້າຍອາທິດຜ່ານມາ, ຫ້ອງການຍຸຕິທໍາ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ໄດ້ເປີດຝຶກອົບຮົມກົດໝາຍໄລຍະສັ້ນ 45 ວັນ ໂດຍການເປັນປະທານຂອງ ທ່ານ ບຸນຄໍາ ວິຈິດລາສີ ຮອງເຈົ້າເມືອງໆສີສັດຕະນາກ ຜູ້ຊີ້ນໍາວຽກງານຍຸຕິທໍາຮາກຖານ, ມີ ທ່ານ ບົວເກດ ພົມມະຈັນ ຮອງຫົວໜ້າພະແນກຍຸຕິທໍາ ນະຄອນຫຼວງວຽງຈັນ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ ແລະ ນັກສໍາມະນາກອນເຂົ້າຮ່ວມ.

ທ່ານ ສົມຈັນ ຈັນດາມະນີ ຫົວໜ້າຫ້ອງການຍຸຕິທໍາເມືອງ ກ່າວວ່າ:

ການເປີດຝຶກອົບຮົມໃນ ຄັ້ງນີ້ ມີຜູ້ເຂົ້າຮ່ວມ ຈຳນວນ 35 ທ່ານ. ໃນນັ້ນ, ມີຮອງນາຍບ້ານ 6 ທ່ານ, ປກສ ບ້ານ 5 ທ່ານ, ສະຫະພັນແມ່ຍິງບ້ານ 7 ທ່ານ, ຄະນະຊາວໜຸ່ມ 2 ທ່ານ, ແນວລາວສ້າງຊາດ 2 ທ່ານ ແລະ ພະນັກງານຫ້ອງການອ້ອມຂ້າງອີກຈໍານວນ 13 ທ່ານ; ປະກອບມີ 34 ວິຊາ, 22 ໜ່ວຍກິດ ແລະ 360 ຊົ່ວໂມງ. ຈຸດປະສົງຂອງການຝຶກອົບຮົມກໍເພື່ອເປັນການຈັດຕັ້ງປະຕິບັດວຽກງານສ້າງບຸກຄະລາກອນກົດໝາຍ ໃຫ້ແກ່ພະນັກງານຮາກຖານບ້ານ ແລະ ພະນັກງານຫ້ອງການອ້ອມຂ້າງເມືອງ.

ພ້ອມດຽວກັນນີ້, ຍັງເປັນການຜັນຂະຫຍາຍເນື້ອໃນຈິດໃຈຂອງຄໍາສັ່ງເລກທີ 46/ນຍ, ລົງວັນທີ 29 ກັນຍາ 2009 ກ່ຽວກັບການເພີ່ມທະວີຕໍ່ວຽກງານຍຸຕິທໍາຮາກຖານຂັ້ນພື້ນຖານໃນຫຼັກສູດ 45 ວັນ ເຊິ່ງເປົ້າໝາຍແມ່ນຈະສ້າງໃຫ້ກາຍເປັນຜູ້ສືບທອດ ແລະ ໃຫ້ໄດ້ຮັບຜົນທາງດ້ານຄຸນນະພາບ ແລະ ມີຄວາມຮູ້-ຄວາມສາມາດທາງດ້ານກົດໝາຍ.