ຍ່າງເພື່ອສຸຂະພາບຕ້ອນຮັບວັນກຳມະກອນສາກົນ

ສູນກາງສະຫະພັນກໍາມະບານລາວ ຮ່ວມກັບສະຫະພັນກໍາມະບານກະຊວງ, ອົງການໃນນະຄອນຫຼວງວຽງຈັນ ຈັດກິດຈະກໍາຍ່າງເພື່ອສຸຂະພາບ ສະຫຼອງວັນກຳມະກອນສາກົນ ຄົບຮອບ 133 ປີ, ໂດຍເລີ່ມຈາກປະຕູໄຊ ເຖິງຫໍຄໍາ ແລະ ຈາກຫໍຄຳກັບຄືນສູ່ປະຕູໄຊ ໃນວັນທີ 1 ພຶດສະພາ 2019 ເພື່ອລະນຶກເຖິງວັນກໍາມະກອນສາກົນ ກໍຄືຊົນຊັ້ນກໍາມະກອນ ແລະ ຊາວຜູ້ອອກແຮງງານໃນທົ່ວໂລກ ໂດຍ ມີທ່ານ ບຸນທອງ ຈິດມະນີ ຮອງນາຍົກລັດຖະມົນຕີ, ທ່ານ ໄຊສົມພອນ ພົມວິຫານ ປະທານສູນກາງແນວລາວສ້າງຊາດ ທັງເປັນຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນ ພ້ອມດ້ວຍແຂກຮັບເຊີນ, ສະມາຊິກກໍາມະບານ-ກໍາມະກອນ, ຊາວຜູ້ອອກແຮງງານທົ່ວນະຄອນຫຼວງວຽງຈັນ ເຂົ້າຮ່ວມ.

ທ່ານ ສີມູນ ອຸ່ນລາສີ ຮອງປະທານສູນກາງສະຫະພັນກຳມະບານລາວ ກ່າວວ່າ:

ວັນທີ 1 ພຶດສະພາ 1886 ຢູ່ຕົວເມືອງຊິກາໂກ ປະເທດສະຫະລັດອາເມລິກາ ໄດ້ມີຂະບວນການຕໍ່ສູ້ຂອງກໍາມະກອນຫຼາຍພັນຄົນ ຮຽກຮ້ອງໃຫ້ພວກນາຍທຶນ ຕ້ອງປະຕິບັດຕາມການສະເໜີຂອງກຳມະກອນ ວ່າ: ແຕ່ມື້ນີ້ຕໍ່ໄປບໍ່ໃຫ້ກຳມະກອນ ຜູ້ໃດເຮັດວຽກເກີນ 8 ຊົ່ວໂມງ ຕໍ່ມື້, 8 ຊົ່ວໂມງ ແມ່ນພັກຜ່ອນ ແລະ ອີກ 8 ຊົ່ວ ໂມງຮໍ່າຮຽນ; ຕໍ່ໜ້າສະພາບການຄືແນວນັ້ນ ວັນທີ 1 ພຶດສະພາ 1886 ກອງປະຊຸມພັກກອມມູນິດສາກົນ ຄັ້ງທີ 2 ໄດ້ໄຂຂຶ້ນຢູ່ນະຄອນຫລວງປາຣີ ປະເທດຝຣັ່ງ ທີ່ປະຊຸມໄດ້ຜ່ານໂຄງການດຳເນີນງານສຳຄັນຄື: ຊົນຊັ້ນກຳມະກອນສາມັກຄີຕໍ່ສູ້ ເພື່ອປະຕິບັດຄຳຂວັນ ມື້ໜຶ່ງເຮັດວຽກ 8 ຊົ່ວ ໂມງ, ນັບແຕ່ນັ້ນມາ ຈຶ່ງໄດ້ກຳນົດເອົາວັນທີ 1 ພຶດສະພາເປັນວັນກຳມະກອນສາກົນ ແລະ ໄດ້ກາຍເປັນວັນບຸນໃຫຍ່ ຂອງຊົນຊັ້ນກຳມະກອນ ໃນທົ່ວໂລກ; ຈາກເຫດການ ຂອງວັນທີ 1 ພຶດສະພາ 1886 ມັນໄດ້ສ້າງກະແສຟອງອັນໃຫຍ່ຫຼວງ ແລະ ແຂງແຮງເຖິງຂະບວນການກໍາມະກອນຢູ່ທະວີບເອີຣົບ ແລະ ອາເມລິກາ ເປັນກໍາລັງໃຈໃຫ້ຂະບວນການຕໍ່ສູ້ຂອງກໍາມະກອນທັງເປັນບາດກ້າວແຫ່ງໄຊຊະນະ, ເປັນວັນທີ່ມີຄວາມໝາຍອັນສໍາຄັນໃຫຍ່ຫຼວງ ຂອງຊົນຊັ້ນກໍາມະກອນໃນທົ່ວໂລກ ໃນຂະບວນການຕໍ່ສູ້ ເພື່ອປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທໍາຂອງຕົນ.

ໃນໂອກາດດັ່ງກ່າວ, ຮອງປະທານສູນກາງສະຫະພັນກໍາມະບານລາວ ໄດ້ຮຽກຮ້ອງມາຍັງສະມາຊິກກໍາມະບານ, ກໍາມະກອນ, ຊາວຜູ້ອອກແຮງງານລາວ ຈົ່ງສາມັກຄີກັນຢ່າງແໜ້ນແຟ້ນ, ຕັ້ງໜ້າຝຶກຝົນຫຼ່ໍຫຼອມຕົນເອງໃຫ້ມີລະບຽບວິໄນໃນການອອກແຮງງານ, ເສີມຂະຫຍາຍຄຸນລັກສະນະອັນດີເລີດ, ທາດແທ້ ແລະ ມູນເຊື້ອອັນດີງາມຂອງຊົນຊັ້ນກໍາມະກອນລາວ ເອົາໃຈໃສ່ຍົກລະດັບຄວາມຮູ້,  ຄວາມສາມາດໃຫ້ສູງຂຶ້ນເລື້ອຍໆ  ເພື່ອຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການຂອງການພັດທະນາເສດຖະກິດ-ສັງຄົມຂອງປະເທດເຮົາ ໃນປັດຈຸບັນ, ປະກອບສ່ວນຢ່າງຕັ້ງໜ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃຫ້ນັບມື້ນັບເຂັ້ມແຂງຂຶ້ນເລື້ອຍໆ.