ກົມໃຫຍ່ພາລະທິການ ສະຫຼອງວັນສ້າງຕັ້ງ ຄົບຮອບ 48 ປີ

ກົມໃຫຍ່ພະລາທິການ ກະຊວງ ປກສ ໄດ້ຈັດພິທີສະຫຼອງວັນສ້າງຕັ້ງກຳລັງພະລາທິການປ້ອງກັນຄວາມສະຫງົບ ຄົບຮອບ 48 ປີ ( ວັນທີ 2 ພຶດສະພາ 1971-2 ພຶດສະພາ 2019 ) ທີ່ສະໂມສອນກົມໃຫຍ່ພະລາທິການ ໃນວັນທີ 2 ພຶດສະພານີ້ ເຂົ້າຮ່ວມໂດຍ ພັອ ໜູດີ ມີໄຊຍະລາດ ຫົວໜ້າກົມໃຫຍ່ພະລາທິການ ກະຊວງ ປກສ, ພ້ອມດ້ວຍບັນດາຄະນະພັກ-ຄະນະບັນຊາກົມໃຫຍ່, ພະນັກງານປະຕິວັດອາວຸໂສບຳນານ ແລະ ພະນັກງານຫຼັກແຫຼ່ງທົ່ວກົມໃຫຍ່ ພະລາທິການ.

ພັອ ໜູດີ ມີໄຊຍະລາດ ໄດ້ຍົກໃຫ້ຮູ້ເຖິງການກໍາເນີດຂອງກໍາລັງພະລາທິການ ປ້ອງກັນຄວາມສະຫງົບ ແມ່ນມີຄວາມໝາຍສໍາຄັນອັນໃຫຍ່ຫຼວງ ໃນປະຫວັດສາດ ຂອງກໍາລັງປ້ອງກັນຄວາມສະຫງົບ, ໃນວັນທີ 5-12 ເມສາ 1961 ສູນກາງພັກໄດ້ດໍາເນີນກອງປະຊຸມຄົບຄະນະໄຂຶ້ນຢູ່ຄັງໄຂ ແຂວງຊຽງຂວາງ  ກອງປະຊຸມໄດ້ຄົ້ນຄວ້າ ຕົກລົງຫຼາຍບັນຫາສໍາຄັນກ່ຽວກັບການປະຕິວັດລາວ ໃນສະເພາະໜ້າ ແລະ ຍາວນານ; ໃນນັ້ນ, ໄດ້ຕົກລົງປັບປຸງ-ກໍ່ສ້າງກໍາລັງປ້ອງກັນ ພາຍໃນຢູ່ຂອບເຂດທົ່ວປະເທດ ເພື່ອປົກປັກຮັກສາການນໍາຂອງພັກ, ຂອງແນວລາວສ້າງຊາດ, ປົກປັກຮັກສາຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ;  ບົນພື້ນຖານດັ່ງກ່າວ ລັດຖະບານຈຶ່ງໄດ້ຕົກລົງອອກດໍາລັດຮັບຮອງເອົາວັນທີ 5 ເມສາ 1961 ເປັນວັນສ້າງຕັ້ງກໍາລັງປ້ອງກັນຄວາມສະຫງົບ; ໃນປີ 1969-1970 ພາຍຫຼັງທີ່ກໍາລັງປ້ອງກັນຄວາມສະຫງົບ ໄດ້ຮັບການສ້າງຕັ້ງຂຶ້ນ ເຊິ່ງປະກອບດ້ວຍຫຼາຍເຫຼົ່າຮົບ; ໃນນັ້ນ, ກໍາລັງພະລາທິການກໍໄດ້ຮັບການສ້າງຕັ້ງຂຶ້ນ ພ້ອມກັບບັນດາເຫຼົ່າຮົບດັ່ງກ່າວ ແຕ່ກົງຈັກສະເພາະບໍ່ທັນມີ, ມີແຕ່ພະນັກງານເຮັດໜ້າທີ່ການຄຸ້ມຄອງ ແລະ ເບີກຈ່າຍເທົ່ານັ້ນ; ມາເຖິງວັນທີ 2 ພຶດສະພາ 1971 ຈຶ່ງໄດ້ສ້າງຕັ້ງ ເປັນພະແນກພະລາທິການ ຂຶ້ນຢູ່ຖານທີ່ໝັ້ນເມືອງວຽງໄຊ ແຂວງຫົວພັນ; ວັນທີ 13 ກຸມພາ 2012 ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ໄດ້ອອກຂໍ້ຕົກລົງສະບັບເລກທີ 237/ ປກສ ຮັບຮອງເອົາວັນທີ 2 ພຶດສະພາ 1971 ເປັນວັນສ້າງຕັ້ງກໍາລັງພະລາທິການປ້ອງກັນຄວາມສະຫງົບ ຢ່າງເປັນທາງການ.

ຕະຫຼອດໄລຍະ 48 ປີ ແຫ່ງການຕໍ່ສູ້ ແລະ ເຄື່ອນໄຫວວຽກງານວິຊາສະເພາະພະລາທິການ ໃນເງື່ອນໄຂທີ່ຫຍຸ້ງຍາກລໍາບາກທີ່ສຸດນັ້ນ, ກໍາລັງພະລາທິການ ປ້ອງກັນຄວາມສະຫງົບ ປະຊາຊົນລາວ ໄດ້ເຮັດສໍາເລັດພາລະກິດປະຕິວັດອັນຍິ່ງໃຫຍ່ ແລະ ໜັກໜ່ວງທີ່ພັກກໍຄືກະຊວງປ້ອງກັນຄວາມສະຫງົບ ມອບໝາຍໃຫ້ຢ່າງສະຫງ່າງາມ, ສ້າງຜົນງານອັນດີເດັ່ນ, ສ້າງມູນເຊື້ອອັນດີງາມ ແລະ ມີຄວາມເຊື່ອໝັ້ນຢ່າງໜັກແໜ້ນໃຫ້ແກ່ກໍາລັງປະກອບອາວຸດປະຕິວັດ ເວົ້າລວມ, ເວົ້າສະເພາະແມ່ນກໍາລັງປ້ອງກັນຄວາມສະຫງົບປະຊາຊົນ.