ມູນຄ່າສິນຄ້າໂອດັອບ-ຄອບຄົວຕົວແບບເຂົ້າຮ່ວມວາງສະແດງ ແລະ ຈຳໜ່າຍເພີ່ມຂຶ້ນ

ໃນພິທີເປີດງານວາງສະແດງ ແລະ ຈຳໜ່າຍສິນຄ້າ “ໜຶ່ງເມືອງ ໜຶ່ງຜະລິດຕະພັນ” (ໂອດັອບ) ແລະ ສິນຄ້າຄອບຄົວຕົວແບບຂອງນະຄອນຫຼວງວຽງຈັນ (ນວ)ຄັ້ງທີ VI ທີ່ຈັດຂຶ້ນ ວັນທີ 29 ເມສາ 2019 ຢູ່ສູນການຄ້າລາວ-ໄອເຕັກ ນະຄອນຫຼວງວຽງຈັນ ໂດຍ ມີທ່ານ ສີຫຸນ ສິດທິລືໄຊ ຮອງເຈົ້າຄອງ ນວ, ທ່ານ ບຸນມີ ມະນີວົງ ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ, ໄດ້ໃຫ້ຮູ້ວ່າ: ປີນີ້, ມີບັນດາຫົວໜ່ວຍທຸລະກິດທີ່ເຂົ້າຮ່ວມງານດັ່ງກ່າວ ຈໍານວນ 123 ຫົວ ໜ່ວຍມີ 116 ຫ້ອງ ແລະ 23 ເຕັ້ນ ທຽບໃສ່ປີ 2018 ເພີ່ມຂຶ້ນ 8,84%; ໃນນີ້,ນວ ມີສິນຄ້າຄອບຄົວຕົວແບບ 57 ຫົວໜ່ວຍ ແລະ 23 ເຕັ້ນ ເພີ່ມຂຶ້ນ 50%.

ທ່ານ ເບີລິນ ເພັດຈັນທະຣາດ ຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າ ນວ ກ່າວວ່າ:

ປັດຈຸບັນຫົວໜ່ວຍທຸລະກິດທີ່ໄດ້ຮັບກາໝາຍສິນຄ້າໜຶ່ງເມືອງໜຶ່ງຜະລິດຕະພັນແຫ່ງຊາດ ມີ 48 ຫົວ ໜ່ວຍທຽບໃສ່ປີ 2018 ເພີ່ມຂຶ້ນ 4 ຫົວໜ່ວຍ ເທົ່າກັບ 9,1%; ສຳລັບຫົວໜ່ວຍທຸລະກິດທີ່ເຂົ້າຮ່ວມງານຄັ້ງນີ້ ມີ 123 ຫົວໜ່ວຍ ມີ 116 ຫ້ອງ ແລະ 23 ເຕັ້ນ ທຽບໃສ່ປີ 2018 ເພີ່ມຂຶ້ນ 8,84%; ໃນນີ້, ນວ ມີສິນຄ້າໂອດັອບ 42 ຫົວໜ່ວຍ ເພີ່ມຂຶ້ນ 5% ສິນຄ້າຄອບຄົວຕົວແບບ 57 ຫົວໜ່ວຍ ແລະ 23 ເຕັ້ນເພີ່ມຂຶ້ນ 50% ແລະ ຕ່າງແຂວງ ມີສິນຄ້າໂອດັອບ 20 ຫົວໜ່ວຍ  21 ຫ້ອງ ເພີ່ມຂຶ້ນ 5,26% ສິນຄ້າຄອບຄົວຕົວແບບ 4 ຫົວໜ່ວຍ 4 ຫ້ອງ ເພີ່ມຂຶ້ນ 55,5% ຄາດຄະເນມູນຄ່າ 3,6 ຕື້ກັບ ເພີ່ມຂຶ້ນ 5% ແລະ ຄາດຄະເນການຈຳໜ່າຍ 654 ລ້ານກີບ.

ງານຄັ້ງນີ້ ຈັດຂຶ້ນເພື່ອຊຸກຍູ້ສົ່ງເສີມດ້ານການຕະຫຼາດຂອງຜະລິດຕະພັນສິນຄ້າໜຶ່ງເມືອງ ໜຶ່ງຜະລິດຕະພັນຂອງ ນວ ທັງເປັນການປະກອບສ່ວນສົ່ງເສີມປີທ່ອງທ່ຽວ ລາວ-ຈີນ 2019 ແລະ ສ້າງຂະບວນການຄຳນັບຮັບຕ້ອນວັນກຳມະກອນສາກົນ 1 ພຶດສະພາ ຄົບຮອບ 133 ປີ ໃຫ້ມີບັນຍາກາດຟົດຟື້ນ, ນອກນັ້ນ, ຍັງເປັນການຍູ້ໜູນລະດັບຜະລິດຕະພັນໃຫ້ກ້າວໄປສູ່ການພັດທະນາແບບຍືນຍົງສາມາດສ້າງຄວາມເຂັ້ມແຂງໃຫ້ຫົວໜ່ວຍທຸລະກິດທີ່ເຮັດການຜະລິດ ເຂົ້າຫາຕະຫຼາດເປົ້າໝາຍ ເພື່ອຈຳໜ່າຍ ແລະ ຈັບຄູ່ທຸລະກິດຮ່ວມກັນ ທັງຊ່ວຍຊຸກຍູ້ໃຫ້ທຸລະກິດຄອບຄົວຕົວແບບມີການພັດທະນາຕົນເອງໃນການຄຸ້ມຄອງບໍລິຫານ ການຜະລິດສິນຄ້າກ້າວຂຶ້ນເປັນສິນຄ້າທີ່ໄດ້ຮັບກາໝາຍສິນຄ້າໜຶ່ງ ເມືອງໜຶ່ງຜະລິດຕະພັນແຫ່ງຊາດ (ໂອດັອບ) ສ້າງມູນຄ່າເພີ່ມໃຫ້ສິນຄ້າດັ່ງກ່າວ ໃຫ້ເປັນທີ່ຍອມຮັບ ຂອງສັງຄົມ ແລະ ຜູ້ຊົມໃຊ້ມີຄວາມເຊື່ອໝັ້ນຫຼາຍຂຶ້ນ.

ພາຍໃນງານ, ຍັງມີກິດຈະກຳສຳມະນາໃຫ້ຫົວໜ່ວຍສິນຄ້າທີ່ໄດ້ຮັບກາໝາຍໂອດັອບ ແລະ ຄອບຄົວຕົວແບບຂອງ 9 ຕົວເມືອງ ໃນນະຄອນຫຼວງວຽງຈັນ ທີ່ນໍາສິນຄ້າຂອງຕົນມາວາງສະແດງ ເຊິ່ງປະກອບມີຫົວຂໍ້ການພັດທະນາຜະລິດຕະພັນເຂົ້າຫາຕະຫຼາດການສ້າງຍີ່ຫໍ້ເຄື່ອງໝາຍ ການຄ້າ ແລະ ການເຂົ້າຫາແຫຼ່ງທຶນ ພ້ອມນີ້ຍັງມີກິດຈະກຳແຂ່ງຂັນສິນລະປະ-ວັນນະຄະດີ ແລະ ກິດຈະກຳອື່ນໆທີ່ໜ້າສົນໃຈ ໂດຍ ງານຄັ້ງນີ້ຈະດຳເນີນ ແຕ່ວັນທີ 29 ເມສາ-5 ພຶດສະພາ 2019.