ກອງປະຊຸມວຽກງານຂະແໜງໂຍທາທິການ ແລະ ຂົນສົ່ງ (ຍທຂ) ປະຈໍາປີ 2018 ທີ່ຈັດຂຶ້ນໃນລະຫວ່າງວັນ ທີ 27-29 ມີນາ 2019 ໃຫ້ຮູ້ວ່າ: ສາເຫດທີ່ພາໃຫ້ຂະແໜງ ຍທຂ ພົບ ຄວາມຫຍຸ້ງຍາກໃນການບູລະນະຮັກສາ ແລະ ສ້ອມແປງທາງຫຼວງໃນໄລຍະຜ່ານມາແມ່ນການພັດທະນາຕາໜ່າງທາງຫຼວງບໍ່ມີຈຸດສຸມ, ຕາໜ່າງທາງຫຼວງເພີ່ມຂຶ້ນຢ່າງໄວວາໃນໄລຍະ 10 ປີຜ່ານມາ, ປັດຈຸບັນຄວາມຍາວຂອງທາງຫຼວງທັງໝົດມີປະມານ 59.000 ກິໂລແມັດ, ມູນຄ່າຊັບສິນທາງຫຼວງ ກວມເອົາປະມານ 40-45% ຂອງ GDP (ປົກກະຕິມີມູນຄ່າທາງຫຼວງແມ່ນປະມານ 20-25% ຂອງ GDP) ເຮັດໃຫ້ລັດຖະບານບໍ່ສາມາດສະໜອງງົບປະມານຢ່າງ ພຽງພໍເຂົ້າໃນການບູລະນະຮັກສາ ແລະ ສ້ອມແປງຕາໜ່າງທາງຫຼວງ.

ນອກຈາກນີ້, ການຄຸ້ມຄອງນໍ້າໜັກຍັງບໍ່ທັນເຂັ້ມງວດ, ບໍ່ສາມາດຈໍາກັດນໍ້າໜັກບັນທຸກຕາມກໍານົດ ເຮັດໃຫ້ທາງ ຫຼວງເປ່ເພໄວກ່ອນກໍານົດ ຈຶ່ງເກີດຫາງສຽງທາງລົບຕໍ່ສັງຄົມຕໍ່ການບູລະນະຮັກສາ ແລະ ສ້ອມແປງທາງຫຼວງ; ສໍາລັບທາງຫຼວງແຫ່ງຊາດທີ່ຖືກຮັບຮອງເປັນທາງຫຼວງອາຊຽນ ໄດ້ຮັບການກໍ່ສ້າງ ແລະ ນໍາໃຊ້ມາຫຼາຍປີ, ບໍ່ໄດ້ຮັບການຍົກລະດັບໃຫ້ໄດ້ມາດຕະຖານທາງອາຊຽນ ບໍ່ຮອງຮັບ 11 ໂຕນຕໍ່ເພົາ, ນອກນີ້ ກົມຂົວທາງບໍ່ສາມາດລົງຕິດຕາມ, ກວດກາ ແລະ ປະເມີນຜົນການຈັດຕັ້ງປະຕິບັດຂອງບັນດາວຽກງານໂຄງການສ້ອມແປງທາງຫຼວງແຫ່ງຊາດໄດ້ຢ່າງທົ່ວເຖິງຍ້ອນຂາດບຸກຄະລາກອນ.

ການຂຶ້ນແຜນ ແລະ ການນໍາໃຊ້ງົບປະມານຈັດຕັ້ງປະຕິບັດວຽກງານສ້ອມແປງທາງຫຼວງແຫ່ງຊາດ ປະຈໍາປີກວມເອົາ 50%-60% ຂອງຄວາມຕ້ອງການສ້ອມແປງທັງໝົດ (800-1.200 ຕື້ກີບຕໍ່ປີ), ແຕ່ຄວາມສາມາດນໍາໃຊ້ໃນການ ຊໍາລະຕົວຈິງຂອງກອງທຶນທາງໄດ້ພຽງ 10%-15% ຕໍ່ປີ ເຮັດໃຫ້ໜີ້ສິນຂອງວຽກງານສ້ອມແປງສະສົມເພີ່ມຂຶ້ນໃນແຕ່ລະປີ, ຄວາມຕ້ອງການດ້ານງົບປະມານສໍາລັບວຽກສ້ອມແປງສຸກເສີນ, ຟື້ນຟູຫຼັງລະດູຝົນ ແລະ ປັບປຸງເສັ້ນທາງໃຫ້ສາມາດຄົງທົນຕໍ່ການປ່ຽນແປງສະພາບດິນຟ້າອາກາດເພີ່ມຂຶ້ນການປັບປຸງ ແລະ ຮອງຮັບນິຕິກໍາລຸ່ມກົດໝາຍຍັງຊັກຊ້າໂດຍສະເພາະແມ່ນການຄຸ້ມຄອງເຂດສະຫງວນຂອງທາງຫຼວງ, ການສະຫງວນ ແລະ ຄຸ້ມຄອງແຫຼ່ງວັດສະດຸກໍ່ສ້າງ, ຄຽງຄູ່ກັນນີ້ການຂະຫຍາຍຕົວຂອງເມືອງ ແລະ ເຂດຊຸມຊົນລຽບຕາມທາງຫຼວງ, ການບຸກລຸກເຂດສະຫງວນຂອງທາງຫຼວງ, ຖົມດິນຊະຊາຍໃສ່ຮ່ອງລະບາຍນໍ້າ, ທໍ່ລະບາຍນໍ້າ, ທາງເຂົ້າ-ອອກຂອງນໍ້າ ເຮັດໃຫ້ເກີດມີນໍ້າຖ້ວມຂັງຢູ່ໃນລະດູຝົນ, ເປັນສາເຫດທີ່ເຮັດໃຫ້ເສັ້ນທາງເກີດການເປ່ເພ ແລະ ລັດຕ້ອງນໍາໃຊ້ງົບປະ ມານເພີ່ມຂຶ້ນເພື່ອແກ້ໄຂບັນຫາດັ່ງກ່າວ.

ຢ່າງໃດກໍຕາມເຖິງຈະພົບຄວາມຫຍຸ້ງຍາກ, ແຕ່ກະຊວງ ຍທຂ ກໍມີທິດທາງແກ້ໄຂໃນຕໍ່ໜ້າ, ເຊິ່ງຈະປັບປຸງຍົກລະດັບຄວາມຮູ້ທາງດ້ານເຕັກນິກວິຊາການ, ການຄຸ້ມຄອງໂຄງການ, ຄຸ້ມຄອງສັນຍາໃຫ້ແກ່ຄະນະຄຸ້ມຄອງໂຄງການຢ່າງເປັນປົກກະຕິ, ສືບຕໍ່ປັບປຸງນິຕິກໍາລຸ່ມກົດໝາຍທີ່ຕິດພັນກັບວຽກງານບູລະນະຮັກສາ ແລະ ສ້ອມແປງທາງຫຼວງໃຫ້ສໍາເລັດ, ການຄຸ້ມຄອງເຂດສະຫງວນຂອງທາງການຂຶ້ນບັນຊີຈົດທະບຽນແຫຼ່ງວັດສະດຸກໍ່ສ້າງທີ່ຕິດດິນທາງຫຼວງ, ພ້ອມນີ້ ເລັ່ງປັບປຸງການນໍາໃຊ້ລະບົບຄຸ້ມຄອງທາງຫຼວງ (RMS) ເພື່ອເປັນເຄື່ອງມີໃນການເກັບກໍາຂໍ້ມູນເກັບກໍາສະພາບທາງຫຼວງ, ວິເຄາະ ແລະ ຈັດລຽງບູລິມະສິດເປັນບ່ອນອີງໃນການຂຶ້ນແຜນວຽກ ແລະ ຈັດສັນງົບປະມານ, ຄຽງຄູ່ກັນນີ້ ກໍຄົ້ນຄວ້າປັບປຸງເງື່ອນໄຂສັນຍາໃນການນໍາ ໃຊ້ກອງສ້ອມແປງຊຸມຊົນຮັບຜິດຊອບວຽກງານບູລະນະຮັກສາຕາມປົກກະຕິໃຫ້ກວມເອົາບັນດາໜ້າວຽກເຊັ່ນ: ຖາງຫຍ້າບໍລິເວນສອງຟາກທາງ, ອະນາໄມເສດຂີ້ດິນ, ເສດໄມ້ອອກຈາກໜ້າທາງ ແລະ ຄວັດລ່ວງອານາໄມຮ່ອງລະບາຍນໍ້າ, ອານາໄມລວງທໍ່ນໍ້າລອດທາງ ລວມທັງບໍລິເວນປະຕູນໍ້າເຂົ້າ-ອອກ, ຕັກດິນ ເຈື່ອນອອກຈາກທາງ ແລະ ຮ່ອງລະ ບາຍນໍ້າ; ນອກນີ້, ຖາງບໍລິເວນສົ້ນຫົວຂົວ, ຕາບຂຸມຮັງໄກ່ ແລະ ຂຸມມີຂະໜາດເນື້ອທີ່ບໍ່ເກີນ 1-2 ແມັດ, ສ້ອມແປງສິ່ງປ້ອງກັນຄວາມປອດໄພ, ສິ່ງປະກອບຂອງທາງສິ່ງອໍານວຍຄວາມສະດວກໃນການສັນຈອນ, ສິ່ງສໍາຄັນປະສານສົມທົບກັບພາກສ່ວນກ່ຽວຂ້ອງໃນການຊອກວິທີແກ້ໄຂບັນຫາບັນທຸກນໍ້າໜັກເກີນ.

ໂດຍ: ບຸນຖິນ