ກົມຕຳຫຼວດຄຸມຂັງ-ດັດສ້າງປະກາດການຈັດຕັ້ງຂັ້ນພະແນກ-ຄ້າຍ

ກົມຕໍາຫຼວດຄຸມຂັງ-ດັດສ້າງ ກະຊວງ ປກສ ໄດ້ຈັດພິທີປະກາດການຈັດຕັ້ງຂັ້ນພະແນກ-ຄ້າຍ ທີ່ຂຶ້ນກັບ, ໃນວັນທີ 2 ພຶດສະພາ 2019 ເປັນປະທານໂດຍ ພັອ ສົມລິດ ດາວຮຸ່ງສຸລິ ຫົວໜ້າກົມຕໍາຫຼວດຄຸມຂັງ-ດັດສ້າງ, ມີຮອງຫົວໜ້າກົມ, ຫົວໜ້າ-ຮອງຫ້ອງ, ພະແນກ, ພະນັກງານ-ນັກຮົບ ເຂົ້າຮ່ວມ.

ພັທ ຄໍານ້ອຍ ທອງປະເສີດ ຫົວໜ້າພະແນກການເມືອງ ຜ່ານຂໍ້ຕົກລົງຂອງກົມໃຫຍ່ການເມືອງປ້ອງກັນຄວາມສະຫງົບ ວ່າດ້ວຍການແຕ່ງຕັ້ງນາຍຕໍາຫຼວດ ທີ່ຂຶ້ນກັບກົມຕໍາຫຼວດຄຸມຂັງ-ດັດສ້າງ ວ່າ: ເພື່ອປັບປຸງກົງຈັກການຈັດຕັ້ງຂອງກົມຕໍາຫຼວດຄຸມຂັງ-ດັດສ້າງ ໃຫ້ໜັກແໜ້ນທາງດ້ານການເມືອງ-ແນວຄິດ, ເຂັ້ມແຂງທາງດ້ານການຈັດຕັ້ງ ແລະ ສາມາດຕອບສະໜອງໄດ້ກັບຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງ ໃນໄລຍະໃໝ່, ຫົວໜ້າກົມໃຫຍ່ການເມືອງປ້ອງກັນຄວາມສະຫງົບ ຕົກລົງແຕ່ງຕັ້ງ ພັທ ວັນພອນ ບ່າວແພງສີ ເປັນຫົວໜ້າພະແນກພະລາທິການ, ພັທ ຈໍາປາທອງ ແກ້ວມະນີ ເປັນຮອງຫົວໜ້າ, ແຕ່ງຕັ້ງ ພັຕ ຄໍາໄຫຼ ສີຫາວົງ ເປັນຫົວໜ້າພະແນກຄຸ້ມຄອງການຜະລິດ ແລະ ຝືກວິຊາອາຊີບ, ແຕ່ງຕັ້ງ ພັຕ ພອນໄຊ ບົວລະພາ ເປັນຮອງຫົວໜ້າພະແນກສືບສວນ-ສອບສວນ, ແຕ່ງຕັ້ງ ພັທ ບົວເພັດ ປັນຍາພັນ ເປັນຫົວໜ້າພະແນກປ້ອງກັນ, ແຕ່ງຕັ້ງ ພັທ ນາງ ພັກສະຫວັນ ຊົມສີຫາປັນຍາ ເປັນຮອງຫົວໜ້າພະແນກຄົ້ນຄວ້າວິທະຍາສາດ-ປະຫວັດສາດ ແລະ ແຕ່ງຕັ້ງ ພັທ ສີສົມພອນ ວົງພະຈັນ ເປັນຫົວໜ້າຄ້າຍຄຸມຂັງໂພນຕ້ອງ.

ພັອ ສົມລິດ ດາວຮຸ່ງສຸລິ ໄດ້ຍ້ອງຍໍຊົມເຊີຍຕໍ່ຜູ້ທີ່ໄດ້ຮັບຕໍາແໜ່ງ ເຊິ່ງຖືວ່າເປັນບຸກຄົນທີ່ມີຄວາມກ້າວໜ້າ, ເປັນບຸກຄົນທີ່ມີຄວາມຮູ້-ຄວາມສາມາດໃນການຊີ້ນໍາ-ນໍາພາ, ບັນຊາ, ເຂັ້ມແຂງ ແລະ ຍັງເປັນບຸກຄົນທີ່ການຈັດຕັ້ງ, ພັກ-ລັດ, ເພື່ອນມິດສະຫາຍໄວ້ເນື່ອເຊື້ອໃຈ, ສະນັ້ນ, ບັນດາສະຫາຍ ຈົ່ງພາກພູມໃຈເປັນຢ່າງສູງ ທີ່ໄດ້ຮັບຕໍາແໜ່ງນີ້ ພ້ອມທັງເອົາໃຈໃສ່ພັດທະນາຕົນເອງໃຫ້ກາຍເປັນຜູ້ນໍາພາ-ບັນຊາທີ່ດີ, ທຸ່ມເທສະຕິປັນຍາເຂົ້າຮັບໃຊ້ວຽກງານ ການເມືອງທີ່ໄດ້ຮັບມອບໝາຍໃຫ້ໄດ້ຮັບຜົນສໍາເລັດ, ເປັນບຸກຄົນທີ່ເດັດດ່ຽວ, ເດັດຂາດໃນຄວາມຖືກຕ້ອງ, ກ້າຄິດ, ກ້າເຮັດ ແລະ ກ້າຕັດສິນໃຈແກ້ໄຂບັນຫາຕ່າງໆ ຢ່າງຍຸຕິທໍາ.

ນອກນັ້ນ, ຍັງໄດ້ປະກາດເລື່ອນຊັ້ນ ໃຫ້ພະນັກງານ-ນັກຮົບ ຈໍານວນ 8 ສະຫາຍ ໃນນັ້ນ, ເລື່ອນຊັ້ນ ຮ້ອຍຕີ ຂຶ້ນ ຮ້ອຍໂທ 4 ສະຫາຍ ຍິງ 2 ສະຫາຍ, ເລື່ອນຊັ້ນ ສິບເອກ ຂຶ້ນວາທີ 2 ສະຫາຍ ຍິງ 1 ສະຫາຍ ແລະ ເລື່ອນຊັ້ນ ສິບໂທ ຂຶ້ນສິບເອກ 2 ສະຫາຍ.