ຫ້ອງວ່າການ ກະຊວງ ປກສ ຝຶກອົບຮົມລະບຽບ ກຳລັງປ້ອງກັນຄວາມສະຫງົບ

0
2254
ຝຶກອົບຮົມລະບຽບຂອງ ກຳລັງ ປກສ ໃຫ້ນາຍ ແລະ ພົນຕຳຫຼວດ ທີ່ເປັນກຳລັງໃໝ່-ກຳລັງທົດແທນ

ຫ້ອງວ່າການ ກະຊວງ ປກສ ໄດ້ເປີດຝຶກອົບຮົມລະບຽບຂອງ ກຳລັງ ປກສ ໃຫ້ນາຍ ແລະ ພົນຕຳຫຼວດ ທີ່ເປັນກຳລັງໃໝ່-ກຳລັງທົດແທນ ເຊິ່ງຮຽນຈົບຈາກຂະແໜງປົກຄອງ ເພື່ອໃຫ້ມີຄວາມຮັບຮູ້ເຂົ້າໃຈຕໍ່ລະບຽບກົດໝາຍ, ລະບຽບວິໄນຂອງ ກຳລັງ ປກສ ແລະ ການເຄົາລົບເຊິ່ງກັນແລະກັນ ໃຫ້ຖືກຕ້ອງ, ເຂົ້າຮ່ວມເປັນປະທານໂດຍ ພັອ ຄານໄຊ ໄຊຍະຫານ ຮອງຫົວໜ້າຫ້ອງວ່າການ ກະຊວງ ປກສ, ພ້ອມດ້ວຍບັນດາສະຫາຍຕາງໜ້າກົມ, ຫ້ອງ ແລະ ບັນດານາຍ ແລະ ພົນຕຳຫຼວດ ທີ່ເປັນກຳລັງໃໝ່-ກຳລັງທົດແທນ ເຂົ້າຮ່ວມ, ໃນວັນທີ 6 ພຶດສະພາ 2019.

ພັອ ສົມພອນ ທອງວິໄລ ຫົວໜ້າຫ້ອງການເມືອງ ຫ້ອງວ່າການ ກະຊວງ ປກສ

ພັອ ສົມພອນ ທອງວິໄລ ຫົວໜ້າຫ້ອງການເມືອງ ຫ້ອງວ່າການ ກະຊວງ ປກສ ກ່າວວ່າ:

ມີບັນດາສະຫາຍຕາງໜ້າກົມ, ຫ້ອງ ແລະ ບັນດານາຍ ແລະ ພົນຕຳຫຼວດ ທີ່ເປັນກຳລັງໃໝ່-ກຳລັງທົດແທນ ເຂົ້າຮ່ວມ

ຊຸດຝຶກອົບຮົມ ຈະດຳເນີນເປັນເວລາ 15 ວັນ ນັບແຕ່ວັນທີ 6-24 ພຶດສະພາ 2019 ໂດຍມີນາຍ ແລະ ພົນຕຳຫຼວດທີ່ເປັນກຳລັງໃໝ່-ກຳລັງທົດແທນ ເຂົ້າຮ່ວມຝຶກອົບຮົມ ຈຳນວນ 33 ສະຫາຍ ຍິງ 17 ສະຫາຍ, ເຊິ່ງຈະຮຽນຮູ້ກ່ຽວກັບ ເອກະສານພາລະບົດບາດຂອງ ຫ້ອງວ່າການ ກະຊວງ ປກສ, ຄຳສັ່ງຂອງ ລັດຖະມົນຕີ ກະຊວງ ປກສ ວ່າດ້ວຍ ການປັບປຸງລະບຽບວິໄນຂອງ ກຳລັງ ປກສ, ເອກະສານຝຶກຝົນຫຼ່ໍຫຼອມຄຸນສົມບັດສິນທຳປະຕິວັດຂອງນາຍ ແລະ ພົນຕຳຫຼວດ ໃນໄລຍະໃໝ່, ຕ້ານຍຸດທະສາດຫັນປ່ຽນໂດຍສັນຕິ, 3 ທາດແທ້ 7 ມູນເຊື້ອຂອງ ກຳລັງ ປກສ, ລະບຽບວິໄນຂອງ ກຳລັງ ປກສ, ວິຊາງົດງາມບຸກຄົນມືເປົ່າປະຈຳທີ່ ແລະ ລະບຽບເຄົາລົບລາຍງານ ແລະ ທິດສະດີ-ພາກປະຕິບັດຕົວຈິງ ວຽກງານຍຸດໂທ.

ພັຕ ບຸນຫໍ ອິນທະວົງ
ພັຕ ບຸນຫໍ ອິນທະວົງ

ໂອກາດນີ້, ພັອ ຄານໄຊ ໄຊຍະຫານ ໄດ້ຮຽກຮ້ອງໃຫ້ ຄະນະຮັບຜິດຊອບ ເອົາໃຈໃສ່ຄົ້ນຄວ້າເອກະສານມາເຜີຍແຜ່ຢ່າງລະອຽດ, ສຳລັບກຳລັງໃໝ່-ກຳລັງທົດແທນ ຈົ່ງຕັ້ງໃຈຄົ້ນຄວ້າຮໍ່າຮຽນ ເພື່ອນຳເອົາບົດຮຽນໄປໝູນໃຊ້ເຂົ້າໃນວຽກງານຂອງຕົນ ໃຫ້ເກີດປະໂຫຍດສູງສຸດ, ຝຶກຝົນຫຼ່ໍຫຼອມຕົນເອງໃຫ້ກາຍເປັນ ກຳລັງ ປກສ ທີ່ມີຄວາມເຂັ້ມແຂງ ແລະ ປະຕິບັດລະບຽບວິໄນຢ່າງເຂັ້ມງວດ.

ຫ້ອງວ່າການ ກະຊວງ ປກສ