ປກສ ແຂວງໄຊຍະບູລີ ເຊື່ອມຊຶມຄໍາສັ່ງ ກ່ຽວກັບ ການຄຸ້ມຄອງອາວຸກເສິກ ແລະ ນໍາໃຊ້ສື່ອອນລາຍ

0
1064

ໃນວັນທີ 2 ພຶດສະພາ 2019, ກອງບັນຊາການ ປກສ ແຂວງໄຊຍະບູລີ ໄດ້ຈັດຕັ້ງເຊື່ອມຊຶມຄໍາສັ່ງເລກທີ 563 ຂອງ ທ່ານລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ວ່າດ້ວຍ ການຮີບໂຮມຂຶ້ນບັນຊີຄຸ້ມຄອງອາວຸດເສິກ ແລະ ຄໍາສັ່ງເລກທີ 583 ວ່າດ້ວຍ ການນໍາໃຊ້ສື່ສັງຄົມອອນລາຍ ໃນກໍາລັງປ້ອງກັນຄວາມສະຫງົບ, ໂດຍການເຜີຍແຜ່ຂອງ ພັອ ຄໍາແພງ ເພັດ ຫົວໜ້າກອງບັນຊາການ ປກສ ແຂວງ, ມີບັນດາຄະນະພັກ-ຄະນະບັນຊາ, ພະນັກງານຫຼັກແຫຼ່ງຈາກບັນດາຫ້ອງ-ກອງອ້ອມຂ້າງກອງບັນຊາການ ເຂົ້າຮ່ວມ.

ພັທ ບຸນຊ່ວງ ຈັນດາລາ

ທ່ານຫົວໜ້າກອງບັນຊາການ ປກສ ແຂວງ ໄດ້ເນັ້ນໃຫ້ບັນດາສະຫາຍຄະນະພັກ-ຄະນະບັນຊາ ແຕ່ລະຂັ້ນ ຈົ່ງຄົ້ນຄວ້າ, ກໍາແໜ້ນ ແລະ ນໍາເອົາເນື້ອໃນຈິດໃຈຄໍາສັ່ງຂອງ ທ່ານລັດຖະມົນຕີ ໄປຈັດຕັ້ງເຜີຍແຜ່ໃຫ້ພະນັກງານ-ນັກຮົບ ໄດ້ຮັບຮູ້, ເຂົ້າໃຈຢ່າງເລິກເຊິ່ງທົ່ວເຖິງ ແລະ ມີຄວາມເປັນເອກະພາບກັນຈັດຕັ້ງປະຕິບັດຢ່າງເຂັ້ມງວດ. ພ້ອມທັງກວດກາຄືນ ພະນັກງານທີ່ຂຶ້ນກັບຄວາມຮັບຜິດຊອບຂອງຕົນທີ່ນໍາໃຊ້ອາວຸດເສິກທຸກຊະນິດ ທີ່ໄດ້ປະກອບ ແລະ ອະນຸຍາດ ຫຼື ມີໄວ້ຄອບຄອງໃນໄລຍະຜ່ານມາ ເພື່ອແນະນໍາ-ສັງລວມສົ່ງໃຫ້ຂັ້ນເທິງກວດກາດ້ານເຕັກນິກ ແລະ ຄຸ້ມຄອງຕາມລະບຽບກົດໝາຍ.

ພັອ ຄໍາແພງ ເພັດ ຍັງເນັ້ນໃຫ້ພະນັກງານ-ນັກຮົບ ຈົ່ງຍົກສູງສະຕິລະວັງຕົວໃນການນໍາໃຊ້ສື່ ສັງຄົມອອນລາຍ; ເອົາໃຈໃສ່ຄຸ້ມ ຄອງ, ຕິດຕາມ, ກວດກາຢ່າງເຂັ້ມງວດຕໍ່ຜູ້ທີ່ນໍາໃຊ້ສື່ສັງຄົມອອນລາຍ ທີ່ເຄື່ອນໄຫວກະທໍາຜິດຕໍ່ແນວທາງນະໂຍບາຍ ແລະ ລະບຽບກົດໝາຍທີ່ໄດ້ກໍານົດໄວ້.

ເຊື່ອມຊຶມຄໍາສັ່ງເລກທີ 563 ຂອງ ທ່ານລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ

ທັງນີ້, ກໍເພື່ອຄວາມເປັນລະບຽບຮຽບຮ້ອຍ, ຄວາມສະຫງົບ-ປອດໄພໃນທົ່ວສັງຄົມ ແລະ ຮັບປະກັນບໍ່ໃຫ້ເກີດມີປະກົດການຫຍໍ້ທໍ້ໃນ ທົ່ວກໍາລັງປ້ອງກັນຄວາມສະຫງົບ ທີ່ອາດຈະເກີດຂຶ້ນໃນອະນາຄົດ.