ຫວນຄືນມູນເຊື້ອ ວັນສ້າງຕັ້ງກໍາມະກອນສາກົນ ຄົບຮອບ 133 ປີ

0
3086

ອົງການໄອຍະການປະຊາຊົນສູງສຸດ ຈັດພິທີປາຖະກະຖາຫວນຄືນ ວັນສ້າງຕັ້ງກຳມະກອນສາກົນ ຄົບຮອບ 133 ປີ (1 ພຶດສະພາ 1886-1 ພຶດສະພາ 2019) ເພື່ອເປັນການລະນຶກມູນເຊື້ອປະຫວັດສາດຂອງວັນດັ່ງກ່າວ, ໃຫ້ກຽດປາຖະກະຖາໂດຍ ທ່ານ ອິນແປງ ໝື່ນວິເສດ ຫົວໜ້າກົມພົວພັນຕ່າງປະເທດ ສູນກາງສະຫະພັນກຳມະບານລາວ, ມີ ຫົວໜ້າ-ຮອງຫ້ອງການ, ກົມ, ພະແນກ ແລະ ພະນັກງານວິຊາການ ເຂົ້າຮ່ວມ.

ມີຫົວໜ້າ-ຮອງຫ້ອງການ, ກົມ, ພະແນກ ແລະ ພະນັກງານວິຊາການ ເຂົ້າຮ່ວມ

ທ່ານ ອິນແປງ ໝື່ນວິເສດ ໄດ້ຍົກໃຫ້ເຫັນສະພາບແວດລ້ອມ ເງື່ອນໄຂທີ່ພາໃຫ້ເກີດມີວັນກຳມະກອນສາກົນ ເຊິ່ງທ່ານໄດ້ຍົກໃຫ້ຮູ້ວ່າ:

ພາຍໃຕ້ການປົກຄອງຂອງພວກນາຍທຶນ, ຊົ້ນຊັ້ນກຳມະກອນ ໄດ້ຖືກກົດຂີ່ຂູດຮີດນັບມື້ນັບໜັກໜ່ວງ ເຊິ່ງສະແດງອອກ ຄື: ການອອກແຮງງານສຸດທີ່ລຳບາກ ແລະ ມີຄວາມສ່ຽງຕໍ່ຊີວິດສູງ ເນື່ອງຈາກລະບົບປ້ອງກັນໄພຂອງເຄື່ອງຈັກໃນເວລານັ້ນ ຍັງບໍ່ທັນມີ, ນາຍທຶນນັບມື້ເພີ່ມທະວີການບັງຄັບຂົ່ມເຫັງໃຫ້ກຳມະກອນອອກແຮງງານ ໂດຍບໍ່ມີເວລາພັກຜ່ອນ ມື້ໜຶ່ງເຮັດວຽກ 14-15 ຊົ່ວໂມງ, ການອອກແຮງງານໜັກ ແຕ່ຄ່າແຮງງານພັດຖືກ, ການປ້ອງກັນສຸຂະພາບ ແລະ ຄວາມປອດໄພ ໃນສະຖານທີ່ເຮັດວຽກບໍ່ດີ, ບໍ່ມີການເອົາໃຈໃສ່ກ່ຽວກັບສະຫວັດດີການສັງຄົມ ຈຶ່ງພາໃຫ້ເກີດມີຂໍ້ຂັດແຍ່ງເກີດຂຶ້ນ ແລະ ຂໍ້ຂັດແຍ່ງດັ່ງກ່າວ ນັບມື້ນັບຮຸນແຮງ, ຊົນຊັ້ນກຳມະກອນ ແລະ ຊາວຜູ້ອອກແຮງງານຈຳເປັນ ຈຶ່ງໄດ້ຈັດຕັ້ງກັນເປັນກຸ່ມ-ເປັນຂະບວນ ເພື່ອລຸກຮື້ຂຶ້ນຕໍ່ສູ້ກັບພວກນາຍທຶນ ໂດຍມີການທວງໃຫ້ນາຍທຶນເພີ່ມເງິນເດືອນ ແລະ ຫຼຸດຜ່ອນຊົ່ວໂມງເຮັດວຽກລົງ.

ພິທີປາຖະກະຖາຫວນຄືນ ວັນສ້າງຕັ້ງກຳມະກອນສາກົນ ຄົບຮອບ 133 ປີ

ເຊິ່ງຂະບວນການຕໍ່ສູ້ທຳອິດ ແມ່ນເກີດຂຶ້ນຢູ່ປະເທດອັງກິດ ໃນປີ 1764 ເພາະອັງກິດໃນສະໄໝນັ້ນ ເປັນປະເທດທີ່ຂະຫຍາຍຕົວທາງດ້ານອຸດສາຫະກຳຫຼາຍກວ່າໝູ່, ຕໍ່ມາແມ່ນຢູ່ເມືອງຫຼວງຊິກາໂກ ໃນວັນທີ 11 ປີ 1884 ເນື່ອງຈາກວ່າ ຊີກາໂກ ເປັນຈຸດໃຈກາງອຸດສາຫະກຳຂອງປະເທດອາເມລິກາ; ມາຮອດວັນທີ 1 ພຶດສະພາ 1886 ເປັນເທື່ອທຳ ອິດ ໃນປະເທດອາເມລິກາ ຢູ່ໃນຕົວເມືອງຊິກາໂກ, ຊົ້ນຊັ້ນກຳມະກອນ ແລະ ຊາວຜູ້ອອກແຮງງານ ໄດ້ມີການຕໍ່ສູ້ສົມທົບກັບເນື້ອໃນຂອງຖະແຫຼງການຮຽກຮ້ອງໃຫ້ພວກນາຍທຶນ ຕ້ອງປະຕິບັດຕາມການສະເໜີຂອງກຳມະກອນ ວ່າ: ແຕ່ນີ້ຕໍ່ໄປ, ບໍ່ໃຫ້ກຳມະກອນຜູ້ໃດເຮັດວຽກເກີນ 8 ຊົ່ວໂມງຕໍ່ມື້, 8 ຊົ່ວໂມງພັກຜ່ອນ ແລະ 8 ຊົ່ວໂມງຮ່ຳຮຽນ.

ຕໍ່ໜ້າສະພາບການຄືແນວນັ້ນ, ກອງປະຊຸມພັກຄອມມູນິດສາກົນ ໄດ້ໄຂຂຶ້ນຢູ່ທີ່ປາຣີ ( ປະເທດຝຣັ່ງ ) ໃນວັນທີ 1 ພຶດສະພາ 1886 ເຊິ່ງກອງປະຊຸມດັ່ງກ່າວ ໄດ້ຜ່ານໂຄງການດຳເນີນງານ ຄື:

ຊົນຊັ້ນກຳມະກອນສາມັກຄີຕໍ່ສູ້ ເພື່ອປະຕິບັດຄຳຂວັນ ມື້ໜຶ່ງເຮັດວຽກ 8 ຊົ່ວໂມງ ກອງປະຊຸມໄດ້ເຫັນດີຕົກລົງຕາມຄໍາຂວັນດັ່ງກ່າວ ແລະ ໄດ້ກຳນົດເອົາວັນທີ 1 ພຶດສະພາ 1886 ເປັນວັນກຳມະກອນສາກົນ ນັບແຕ່ນັ້ນມາ.

ອົງການໄອຍະການປະຊາຊົນສູງສຸດ

ສະເພາະຢູ່ ສປປ ລາວ ໃນທຸກໆປີ, ຊົນຊັ້ນກຳມະກອນ ແລະ ຊາວຜູ້ອອກແຮງງານລາວ ກໍໄດ້ຈັດຕັ້ງງານໂຮມຊຸມນຸມໃຫຍ່ ເພື່ອລະນຶກມູນເຊື້ອສາມັກຄີຕໍ່ສູ້ຂອງຊາວກຳມະກອນ ເພື່ອເປັນການປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳຂອງຊາວຜູ້ອອກແຮງງານ ແລະ ທັງເປັນການປົກປັກຮັກສາສັນຕິພາບໂລກ ອັນເປັນຂີດໝາຍສຳຄັນຂອງຊົນຊັ້ນກຳມະກອນ.