ໃນວັນທີ 7 ພຶດສະພາ, ເດິ ກາດຽນ ລາຍງານ ການສະຫຼຸບເນື້ອຄວາມສຳຄັນ ຈາກລາຍງານການປະເມີນສະຖານະການໂລກ ດ້ານຄວາມຫຼາກຫຼາຍທາງຊີວະພາບ ແລະ ລະບົບນິເວດວິທະຍາ (Global Assessment Report on Biodiversity and Ecosystem Services) ຂອງ ສະຫະປະຊາຊາດ ທີ່ຫາກໍເຜີຍແຜ່ວ່າ:

ມະນຸດກຳລັງເຮັດໃຫ້ສັດ ແລະ ພືດ 1 ລ້ານຊະນິດ ສ່ຽງສູນພັນຢູ່ໃນຂະນະນີ້.

ບັນຫາສິ່ງແວດລ້ອມ ທີ່ໂລກກຳລັງປະເຊີນ

ສັງຄົມມະນຸດ ໃນປັດຈຸບັນ ກໍ່ໃຫ້ເກີດອັນຕະລາຍຕໍ່ລະບົບນິເວດ ຢ່າງໄວວາ ຫຼາຍກວ່າເມື່ອ 10 ລ້ານປີກ່ອນ ຕັ້ງແຕ່ 10 ເທົ່າ ຈົນເຖິງຫຼາຍຮ້ອຍເທົ່າ.

ອີງຕາມລາຍງານການວິໄຈໜາ 1.800 ໜ້າ ທີ່ລວບລວມຂໍ້ມູນເປັນເວລາ 3 ປີ ຈາກການຮ່ວມມືລະຫວ່າງ ນັກວິທະຍາສາດ ແລະ ນັກການທູດທົ່ວໂລກ ຫຼາຍກວ່າ 450 ຄົນ ລະບຸວ່າ:

ລະບົບນິເວດ ຫຼຸດລົງເຄິ່ງໜຶ່ງ ເຮັດໃຫ້ສິ່ງມີຊີວິດຫຼາຍລ້ານຊະນິດ ສ່ຽງຕໍ່ການສູນພັນ.

ສັດລ້ຽງລູກດ້ວຍນົມ ຫຼຸດລົງເຖິງ 82% ສາເຫດໃຫຍ່ເກີດຈາກການກະທຳຂອງມະນຸດ, ສ່ວນສັດເຄິ່ງບົກເຄິ່ງນໍ້າ 2 ໃນ 5 ຊະນິດ ສ່ຽງສູນພັນ, ຂະນະທີ່ ປະກາລັງ ກໍກໍ່ແນວຫີນປະກາລັງ ຕາມແນວຫີນສົກກະປົກ 1 ໃນ 3 ແລະ ສັດນໍ້າ ຫຼົງລົດເກືອບ 1 ໃນ 3. ສຳລັບ ແມງໄມ້ ທີ່ມີຂໍ້ມູນບໍ່ຊັດເຈນເທົ່າໃດ ມີການປະເມີນວ່າ ຢ່າງໜ້ອຍແມງໄມ້ 1 ໃນ 10 ຊະນິດ ກຳລັງຕົກຢູ່ໃນພາວະສ່ຽງສູນພັນ.

In this Dec. 14, 2011, a lemur looks through the forest at Andasibe-Mantadia National Park in Andasibe, Madagascar.

ຜົນຈາກການທີ່ທຳມະຊາດ ເສຍສົມດຸນ ເຮັດໃຫ້ເກີດການສູນເສຍທາງເສດຖະກິດມະຫາສານ ລວມທັ້ງຈາກຄຸນນະພາບດິນທີ່ດ້ອຍລົງ ເຮັດໃຫ້ພືດຜົນການກະສິກຳຫຼຸດລົງ, ການຂາດເຂີນນໍ້າຈືດ ແລະ ການປ່ຽນແປງສະພາບອາກາດ.

ທ່ານ ໂຣເບີດ ວັດສັນ ປະທານສຳນັກງານບໍລິການຄວາມຫຼາກລາຍທາງຊີວະພາບ ແລະ ລະບົບນິເວດວິທະຍາ ກ່າວວ່າ:

ລະບົບນິເວດ ກຳລັງເຊື່ອມໂຊມ ເຮັດໃຫ້ເສດຖະກິດ, ຊີວິດການເປັນຢູ່, ຄວາມໝັ້ນຄົງທາງການເມືອງ ແລະ ສຸຂະພາບຂອງຄົນທົ່ວໂລກ ໄດ້ຮັບຜົນກະທົບ.

In this June 21, 2015, file photo, a fisherman unloads his catch in the port of Suao, north eastern Taiwan.

ບັນຫາດັ່ງກ່າວ ເຮັດໃຫ້ຜູ້ແທນລັດຖະບານ ແລະ ຜູ້ກຳນົດນະໂຍບາຍຈາກທົ່ວໂລກ ຄຳນຶງເຖິງກະແສການປ່ຽນແປງ ເຊິ່ງອາດນຳໄປສູ່ການທົບທວນກົດລະບຽນການຄ້າ ແລະ ການລົທຶນໃນປ່າ ໄປຈົນເຖິງ ການປ່ຽນພຶດຕິກຳຂອງແຕ່ລະຄົນ ເຊັ່ນ: ຫຼຸດການບໍລິໂພກຊີ້ນ ແລະ ສິນຄ້າອື່ນໆ ເຊິ່ງເຫັນໄດ້ຈາກການທີ່ ສະພາແຫ່ງຊາດອັງກິດ ປະກາດແຜນສຸກເສີນ ເພື່ອຮັບມືກັບສະພາບອາກາດປ່ຽນແປງ, ຂະນະທີ່ ນັກການເມືອງ ສະຫະລັດອາເມລິກາ ແລະ ແອັດສະປາຍ ກໍອະທິບາຍເຖິງການຈັດການສິ່ງແວດລ້ອມໃໝ່.

ລາຍງານນີ້ ຊີ້ໃຫ້ເຫັນວ່າ:

ແຜ່ນດິນ 3 ໃນ 4 ຂອງໂລກ ປ່ຽນໄປເປັນດິນເພື່ອການກະສິກຳ ຫຼື ຖືກຄອນກຣີດເທຖົມ ຫຼື ປ່ຽນເປັນອ່າງເກັບນໍ້າໃນເຂື່ອນ.

ຂະນະທີ່ 2 ໃນ 3 ຂອງທະເລ ປ່ຽນໄປເປັນຟາມປາ, ເປັນເສັ້ນທາງເດີນເຮືອ ຫຼື ຖືກວາງທຸ່ນລະເບີດໃຕ້ນໍ້າ ແລະ ໂຄງການອື່ນໆ.

In this Aug. 30, 2008, file photo, fish swim next to a coral reef at Cayo de Agua in archipelago Los Roques, Venezuela.

ສ່ວນ 3 ໃນ 4 ຂອງແມ່ນໍ້າ ແລະ ທະເລສາບ ກໍນຳນໍ້າມາໃຊ້ໃນການກະສິກຳ ຫຼື ການລ້ຽງສັດ ສົ່ງຜົນໃຫ້ສິ່ງມີຊີວິດຫຼາຍກວ່າ 500.000 ຊະນິດ ບໍ່ມີທີ່ຢູ່ອາໄສພຽງພໍທີ່ຈະຢູ່ລອດຕໍ່ໄປ ໃນໄລຍະຍາວ ເຊິ່ງເກງວ່າ ສັດຫຼາຍຊະນິດ ອາດຈະສູນຫາຍໄປໃນອີກ 10 ປີນີ້.

ສາເຫດຫຼັກທີ່ເຮັດໃຫ້ສິ່ງແວດລ້ອມເຊື່ອມໂຊມ ເປັນເພາະການກະສິກຳ ແລະ ການປະມົງ ເນື່ອງຈາກຕ້ອງຜະລິດອາຫານເພີ່ມຂຶ້ນຢ່າງຕໍ່ເນື່ອງ ມາຕັ້ງແຕ່ເມື່ອ 40 ກວ່າປີກ່ອນແລ້ວ ເພື່ອລ້ຽງປະຊາກອນມະນຸດທີ່ເພີ່ມຈຳນວນຂຶ້ນ ແລະ ຕອບສະໜອງຕໍ່ການເຕີບໃຫຍ່ທາງເສດຖະກິດ.

ໃນທາງກັບກັນ, ອຸດສາຫະກຳຊີ້ນ ໄດ້ຮັບຜົນກະທົບຢ່າງໜັກ ຈາກການທີ່ສິ່ງແວດລ້ອມປ່ຽນແປງ ເພາະໃຊ້ພື້ນທີ່ປູກຫຍ້າໃຫ້ງົວກິນ 25% ຂອງພື້ນທີ່ທີ່ບໍ່ມີນໍ້າແຂງປົກຄຸມ ແຕ່ກັບປ່ອຍກ໊າສທີ່ກໍ່ໃຫ້ພາວະເຮືອນແກ້ວ 18% ຂອງທັງໂລກ, ຂະນະທີ່ ການກະສິກຳ ໃຊ້ພື້ນທີ່ 12% ແລະ ປ່ອຍກ໊າສເຮືອນແກ້ວ ໜ້ອຍກວ່າ 7%.

In this Dec. 4, 2018, file photo, birds fly past a smoking chimney in Ludwigshafen, Germany.

ລາຍງານຍັງລະບຸອີກ ວ່າ:

ການເພາະປູກພືດທີ່ສ້າງເງິນ ແລະ ການລ້ຽງສັດທີ່ມີມູນຄ່າສູງ ກຳລັງຮຸກຮານພື້ນທີ່ປ່າ ແລະ ລະບົບນິເວດ ເຮັດໃຫ້ໜ້າດິນຖືກກັດເສາະ ເຊິ່ງສົ່ງຜົນໃຫ້ຄວາມອຸດົມສົມບູນ ຫຼຸດລົງ ເນື່ອງຈາກການປູກພືດດ່ຽວ ຫຼື ລະບົບກະສິກຳພືດດຽວ ເຮັດໃຫ້ເກີດພະຍາດ ແລະ ຄວາມແຫ້ງແລ້ງ, ຕົວຢ່າງ ການປູກພືດດ່ຽວ ໄດ້ແກ່ ການປູກຢາງພາລາ, ໄມ້ເກດສະໜາ, ການປູກອ້ອຍ, ການປູກສາລີ…

ສ່ວນພື້ນທີ່ຊຸ່ມນໍ້າ ກໍແຫ້ງແລ້ງໄປ 83% ແລ້ວ ຕັ້ງແຕ່ 300 ກວ່າປີກ່ອນ ສົ່ງຜົນກະທົບຕໍ່ຄຸນນະພາບນໍ້າ ແລະ ຊີວິດການເປັນຢູ່ຂອງນົກນາໆຊະນິດ, ຂະນະທີ່ປ່າຖືກຖາງທຳລາຍ ໂດຍສະເພາະ ປ່າໃນເຂດຮ້ອນຊຸ່ມ ເພາະພຽງແຕ່ 13 ປີທຳອິດ ຂອງສະຕະວັດນີ້ ກໍມີປ່າຖືກຕັດຫຼົ້ມເຖິງ 7% ຂອງພື້ນທີ່ປ່າທັງໂລກ ຫຼື ມີຂະໜາດໃຫຍ່ກວ່າ ປະເທດຝຣັ່ງ ແລະ ອັງກິດ ລວມກັນ.

ເຖິງແມ່ນວ່າ ການຕັດໄມ້ທຳລາຍປ່າໂດຍລວມ ຫຼຸດລົງ ແຕ່ການປູກພືດດ່ຽວ ກໍເຮັດໃຫ້ປ່າໄມ້ ແລະ ຄວາມຫຼາກຫຼາຍທາງຊີວະພາບ ໜ້ອຍລົງ, ສ່ວນອຸດສາຫະກຳການປະມົງ ກໍກິນພື້ນທີ່ກວ່າເຄິ່ງໜຶ່ງຂອງ ມະຫາສະໝຸດ ເຮັດໃຫ້ປາຖືກຈັບຫຼາຍເກີນໄປເຖິງ 1 ໃນ 3.

In this March 20, 2018, file photo, giraffes and zebras congregate under the shade of a tree in the afternoon in Mikumi National Park, Tanzania.

ຂະນະທີ່ ມະນຸດຍັງປ່ອຍກ໊າສເຮືອນແກ້ວຢູ່ ເຖິງວ່າຈະບໍ່ເກີນເປົ້າໝາຍ ຕາມຂໍ້ຕົກລົງປາຣີ ກໍຕາມ ແຕ່ຈະເຫັນໄດ້ວ່າ ຄົນທີ່ຢູ່ໃນພື້ນທີ່ທີ່ພັດທະນາແລ້ວ ເຮັດໃຫ້ເກີດຜົນກະທົບຕໍ່ລະບົບນິເວດ ຫຼາຍກວ່າປະເທດທຸກຍາກເຖິງ 4 ເທົ່າ ແລະ ຊ່ອງວ່າງກໍຍິ່ງຫ່າງຂຶ້ນໄປເລື້ອຍໆ.

ສິ່ງແວດລ້ອມໂລກຮ້າຍແຮງລົງເລື້ອຍໆ ເພາະມະນຸດປ່ອຍນໍ້າເສຍ 80% ລົງໃນແມ່ນໍ້າ, ທະເລສາບ ແລະ ມະຫາສະໝຸດ ໂດຍບໍ່ຜ່ານການບຳບັດ ເຊິ່ງມີທັງສານໂລຫະໜັກ ແລະ ສານພິດຈາກໂຮງງານອຸດສາຫະກຳ ນຳອີກ. ສ່ວນຂີ້ເຫຍື້ອພຼາສຕິກ ກໍເພີ່ມຂຶ້ນ ຕັ້ງແຕ່ 30 ກວ່າປີກ່ອນ ສົ່ງຜົນກະທົບຕໍ່ ເຕົ່າທະເລ 86%, ນົກທະເລ 44% ແລະ ສັດລ້ຽງລູກດ້ວຍນົມ 43%.

ເຕົ່າທະເລ ທີ່ໄດ້ຮັບຜົນກະທົບ
ເຕົ່າທະເລ ທີ່ໄດ້ຮັບຜົນກະທົບ

ທັ້ງນີ້, ນັກວິໄຈ ເຕືອນວ່າ:

ອີກ 18 ເດືອນຂ້າງໜ້າ ໂລກຈະປະເຊີນກັບພາວະວິກິດ ເພາະຈະເປັນຄັ້ງທຳອິດທີ່ຄວາມຫຼາກຫຼາຍທາງຊີວະພາບ ບໍ່ໄດ້ບັນຈຸໃນວາລະກອງປະຊຸມ G8, ສ່ວນປີໜ້າ ຈີນຈະເປັນເຈົ້າພາບກອງປະຊຸມສະຫະປະຊາຊດາ ວ່າດ້ວຍ ເປົ້າໝາຍໃໝ່ຂອງຄວາມຫຼາກຫຼາຍທາງຊີວະພາບ ເຊິ່ງເຮັດໃຫ້ຫົວໜ້າອົງກອນຄວາມຫຼາກຫຼາຍທາງຊີວະພາບ ຂອງ ສະຫະປະຊາຊາດ ວິຕົກກັງວົນວ່າ ຝ່າຍການເມືອງ ຍັງບໍ່ໄດ້ມີເຈດຕະນາທີ່ຈະລົງມືຢ່າງຈິງຈັງ.

ຄຳແນະນຳສົ່ງທ້າຍລາຍງານຄື ທຸກຝ່າຍ ທັງດ້ານສັງຄົມ, ການເມືອງ, ເສດຖະກິດ ແລະ ເຕັກໂນໂລຊີ ຈະຕ້ອງປະສານງານກັນ, ຂະນະທີ່ ຜູ້ກຳນົດນະໂຍບາຍລະດັບທ້ອງຖິ່ນ, ລະດັບປະເທດ ແລະ ນາໆປະເທດ ຈະຕ້ອງກະຕຸ້ນໃຫ້ປະຊາຊົນ ຄຳນຶງ ແລະ ຮ່ວມກັນລົງທຶນ ໃນສາທາລະນຸປະໂພກ ທີ່ບໍ່ທຳລາຍສິ່ງແວດລ້ອມ.