ເກີດເຫດເຮືອບິນສ່ວນຕົວລຳໜຶ່ງ ຕົກໃນເຂດເທືອກເຂົາ ໃນພື້ນທີ່ຫ່າງໄກທາງພາກເໜືອຂອງປະເທດເມັກຊິກ

ຂ່າວຕ່າງປະເທດລາຍງານ ໃນວັນທີ 7 ພຶດສະພາ ນີ້ ວ່າ: ເກີດເຫດເຮືອບິນສ່ວນຕົວລຳໜຶ່ງ ຕົກໃນເຂດເທືອກເຂົາ ໃນພື້ນທີ່ຫ່າງໄກທາງພາກເໜືອຂອງປະເທດເມັກຊິກ ເຮັດໃຫ້ຜູ້ທີ່ຢູ່ໃນເຮືອບິນ 13 ຄົນ ເສຍຊີວິດທັງໝົດ ລວມເຖິງສະມາຊິກ 5 ຄົນ ໃນຄອບຄົວໜຶ່ງທີ່ເດີນທາງກັບຈາກ ການຊົມການແຂ່ງຂັນຊົກມວຍ ໃນເມືອງລາສເວກັສ ສະຫະລັດອາເມລິກາ ໃນວັນທີ 5 ພຶດສະພາ ທີ່ຜ່ານມາ.

ລັດຖະບານທ້ອງຖິ່ນຂອງລັດໂກອາວີລາ ຂອງເມັກຊິກ ກ່າວໃນຖະແຫຼງການວ່າ:

ເຈົ້າໜ້າທີ່ພົບຊາກເຮືອບິນຈາກການສຳຫຼວດທາງອາກາດ ໃນເຂດໂອຄຳໂປ ທາງພາກເໜືອຂອງລັດດັ່ງກ່າວ; ພາບຖ່າຍທີ່ເຜີຍແຜ່ທາງໂທລະພາບທ້ອງຖິ່ນ ສະແດງໃຫ້ເຫັນວ່າ ເຮືອບິນລຳດັ່ງກ່າວຖືກໄຟເຜົາໄໝ້ ແລະ ແຕກອອກເປັນສ່ວນໆ ແລະ ຊິ້ນສ່ວນກະຈາຍເປັນບໍລິເວນກວ້າງ.

ເຈົ້າໜ້າທີ່ພົບຊາກເຮືອບິນຈາກການສຳຫຼວດທາງອາກາດ ໃນເຂດໂອຄຳໂປ ທາງພາກເໜືອຂອງລັດໂກອາວີລາ

ສື່ຂອງເມັກຊິກ ລາຍງານວ່າ:

ຜູ້ໂດຍສານຂອງເຮືອບິນລຳນີ້ ເດີນທາງໄປຊົມການແຂ່ງຂັນຊົກມວຍ ລະຫວ່າງ ຊາອູນ “ຄາເນໂລ່” ອັນວາເຣສ ນັກມວຍຊາວເມັກຊິກ ກັບ ແດນຽວ ຈາຄອບສ໌ ນັກຊົກຊາວອາເມລິກາ ໃນຄືນວັນທີ 4 ພຶດສະພາ ທີ່ຜ່ານມາ ທີ່ເມືອງລາສເວກັສ ແລະ ຂະນະນີ້ ຍັງບໍ່ຮູ້ສັນຊາດຂອງຜູ້ໂດຍສານ ແຕ່ຈາກນາມສະກຸນຂອງຜູ້ໂດຍສານ 10 ຄົນ ແລະ ພະນັກງານ 3 ຄົນ ອາດຈະເປັນຄົນເມັກຊິກ.

ຜູ້ເຄາະຮ້າຍໃນອຸປະຕິເຫດຄັ້ງນີ້ ມີອາຍຸລະຫວ່າງ 19-57 ປີ, ໃນຂະນະທີ່ ໜັງສືພິມທ້ອງຖິ່ນ ລາຍງານໃນເວັບໄຊຂ່າວວ່າ: ໜຶ່ງໃນຜູ້ເສຍຊີວິດຄື ຫຼຸຍສ໌ ອອກຕາວິໂອ ເຣເຢສ ໂດມິນເກສ ນັກທຸລະກິດ ອາຍຸ 55 ປີ ແລະ ຜູ້ເປັນເມຍ ພ້ອມດ້ວຍລູກອີກ 3 ຄົນ.

ທັ້ງນີ້, ບໍລິສັດ ບອມເບເດຍ ອິ້ງ ຂອງການາດາ ເປີດເຜີຍວ່າ:

ເຈົ້າໜ້າທີ່ເມັກຊິກ ອອກປະຕິບັດເກັບກູ້ຊາກເຮືອບິນ

ເຮືອບິນທີ່ຕົກເປັນເຮືອບິນ ແຊວເລນເຈີ 601 ແລະ ຈະຮ່ວມມືກັບ ຄະນະກຳມະການດ້ານຄວາມປອດໄພ ໃນການຂົນສົ່ງຂອງການາດາ ແລະ ເຈົ້າໜ້າທີ່ ໃນການສອບສວນຫາສາເຫດຂອງເຮືອບິນຕົກ ໃນຄັ້ງນີ້.

ນອກຈາກນັ້ນ, ເຈົ້າໜ້າທີ່ດ້ານການບິນພົນລະເຮືອນ ເມັກຊິກ ກ່າວວ່າ: ເຮືອບິນລຳດັ່ງກ່າວ ອອກຈາກລາສເວກັສ ຕອນກ່ອນ 15:00 ໂມງ ເລັກໜ້ອຍ ຕາມເວລາທ້ອງຖິ່ນ ແລະ ຫຼັງຈາກນັ້ນເກືອບ 2 ຊົ່ວໂມງ ກໍບໍ່ສາມາດຕິດຕາມ ແລະ ຕິດຕໍ່ກັບເຮືອບິນໄດ້.