ກຊສ ເປີດຊຸດຝຶກອົບຮົມ ທິດສະດີການເມືອງ – ການປົກຄອງ ຮຸ່ນທີ IV

0
2013

ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ (ກຊສ) ໄດ້ເປີດຊຸດຮຽນທິດສະດີການເມືອງ-ການປົກຄອງ ໄລຍະສັ້ນ 45 ວັນ ຮຸ່ນທີ IV ທີ່ສູນຝຶກອົບຮົມຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ໃນລະຫວ່າງວັນທີ 6 ພຶດສະພາ-12 ກໍລະກົດ 2019, ເປັນປະທານໂດຍ ທ່ານ ບຸນມີ ພຸດທະວົງ ຮອງເລຂາຄະນະພັກ ຮອງລັດຖະມົນຕີ ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ, ມີຄະນະພັກຮາກຖານ, ແຂກຮັບເຊີນ ແລະ ນັກສໍາມະນາກອນ ເຂົ້າຮ່ວມ.

ເປີດຊຸດຮຽນທິດສະດີການເມືອງ-ການປົກຄອງ ໄລຍະສັ້ນ 45 ວັນ ຮຸ່ນທີ IV

ທ່ານ ບຸນມີ ພຸດທະວົງ ກ່າວວ່າ:

ການເປີດຊຸດຮຽນທິດສະດີການເມືອງ-ການປົກຄອງ ໄລຍະສັ້ນ 45 ວັນ ຮຸ່ນທີ IV ຊຸດນີ້ ແມ່ນ ມີຈຸດປະສົງເພື່ອເປັນການສ້າງ ພະນັກງານສືບທອດນໍາພາ-ຄຸ້ມຄອງ ໃຫ້ມີຄວາມໜັກແໜ້ນທາງດ້ານຄຸນທາດການເມືອງ, ເຊື່ອໝັ້ນຕໍ່ອຸດົມການຂອງພັກ, ມີຄວາມຮູ້ເລິກເຊິ່ງກ່ຽວກັບ ທິດສະດີມາກ-ເລນິນ, ກໍາແໜ້ນແນວທາງນະໂຍບາຍຂອງພັກ, ຄຸນສົມບັດສິນທໍາປະຕິວັດ ແລະ ພາຍຫຼັງຝຶກອົບຮົມສໍາເລັດ ບັນດານັກສໍາມະນາກອນ ແມ່ນຈະສາມາດນໍາໄປໃຊ້ເຂົ້າໃນການປະຕິບັດໜ້າທີ່ວຽກງານ ຢູ່ກົມກອງຂອງຕົນ ໃຫ້ມີອັນຫັນປ່ຽນແປງໃໝ່ຢ່າງຕັ້ງໜ້າ.

ມີຄະນະພັກຮາກຖານ, ແຂກຮັບເຊີນ ແລະ ນັກສໍາມະນາກອນ ເຂົ້າຮ່ວມ

ຊຸດຝຶກອົບຮົມຮຸ່ນນີ້ ມີນັກສໍາມະນາກອນ ທັງໝົດ 26 ທ່ານ ຍິງ 10 ທ່ານ, ການຝຶກອົບຮົມ ແມ່ນປະຕິບັດຕາມຫຼັກສູດຂອງ ສະຖາບັນການເມືອງ-ການປົກຄອງແຫ່ງຊາດ ວາງອອກ ເຊິ່ງລວມມີ 5 ພາກ ວິຊາ, ມີ 39 ບົດ ຄື: ພາກວິຊາປັດຊະຍາ ມີ 8 ບົດ, ພາກວິຊາເສດຖະສາດການເມືອງ ມີ 10 ບົດ, ພາກວິຊາລັດທິສັງຄົມນິຍົມວິທະຍາສາດ ມີ 8 ບົດ, ພາກວິຊາບໍລິຫານສາດ ມີ 8 ບົດ ແລະ ພາກວິຊາກໍ່ສ້າງພັກ ມີ 5 ບົດ.

ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ (ກຊສ)

ພ້ອມນີ້, ທ່ານຮອງລັດຖະມົນຕີ ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ຍັງໄດ້ເນັ້ນໃຫ້ນັກສໍາມະນາກອນທີ່ເຂົ້າຮ່ວມຝຶກອົບຮົມຊຸດນີ້ ຈົ່ງທຸ່ມເທເຫື່ອແຮງ, ສະຕິປັນຍາເຂົ້າໃນການຄົ້ນຄວ້າຮໍ່າຮຽນ, ພ້ອມກັນເປັນເຈົ້າການເອົາໃຈໃສ່ປະຕິບັດໂມງເວລາ ເຂົ້າຫ້ອງຮໍ່າຮຽນຕາມຕາຕະລາງ ຢ່າງເຂັ້ມງວດ, ຕັ້ງໃຈຮັບຟັງການເຜີຍແຜ່ຂອງນັກວິທະຍາກອນ ເພື່ອເຮັດໃຫ້ການຝຶກອົບຮົມຄັ້ງນີ້ ເປັນການຍົກລະດັບຄວາມຮູ້-ຄວາມສາມາດຂອງບັນດາທ່ານ ໃຫ້ສູງຂຶ້ນ.

ການຝຶກອົບຮົມ ແມ່ນປະຕິບັດຕາມຫຼັກສູດຂອງ ສະຖາບັນການເມືອງ-ການປົກຄອງແຫ່ງຊາດ ວາງອອກ