ປກສ ແຂວງໄຊສົມບູນ ຫາລືແກ້ໄຂຄົນຕ່າງປະເທດເຄື່ອນໄຫວບໍ່ຖືກຕ້ອງ

ກອງບັນຊາການ ປກສ ແຂວງໄຊສົມບູນ ໄດ້ຈັດກອງປະຊຸມປຶກສາຫາລືແກ້ໄຂຄົນຕ່າງປະເທດທີ່ເຄື່ອນໄຫວບໍ່ຖືກຕ້ອງຕາມລະບຽບກົດໝາຍ ຂອງ ສປປ ລາວ ຢູ່ພາຍໃນແຂວງ ໃນວັນທີ 7 ພຶດສະພານີ້, ເປັນປະທານ ໂດຍ ພັອ ພິມພາ ທິຖາວອນ ຫົວໜ້າກອງບັນຊາການ ປກສ ແຂວງໄຊສົມບູນ, ມີພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ໃນກອງປະຊຸມ, ທ່ານ ສົມບູນ ສອນລິດທິເດດ ຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມ ແຂວງໄຊສົມບູນ ໃຫ້ຮູ້ວ່າ: ບັນຫາຄົນຕ່າງປະເທດທີ່ເຄື່ອນໄຫວ ແລະ ປະກອບອາຊີບແບບບໍ່ຖືກຕ້ອງຢູ່ພາຍໃນແຂວງ ເຊິ່ງເປັນບັນຫາຊໍາເຮື້ອມາຫຼາຍປີ; ເຊິ່ງໃນໄລຍະຜ່ານມາການນຳຂອງແຂວງ ໄດ້ແຕ່ງຕັ້ງຄະນະຮັບຜິດຊອບ ເພື່ອເປັນເສນາທິການໃນການແກ້ໄຂບັນຫາດ້ວຍການຂຶ້ນທະບຽນ, ອອກ ບັດອະນຸຍາດການເຄື່ອນໄຫວຊົ່ວຄາວໃຫ້ກັບຄົນຕ່າງປະເທດ ເພື່ອໃຫ້ຖືກຕ້ອງ ແຕ່ກໍເຫັນວ່າຍັງບໍ່ ສາມາດແກ້ໄຂໄດ້ໝົດ.

ການແກ້ໄຂ ແມ່ນໃຫ້ອົງການປົກຄອງທ້ອງຖິ່ນທຸກຂັ້ນ ລວມທັງຂັ້ນບ້ານໃຫ້ມີສ່ວນຮ່ວມຢ່າງຕັ້ງໜ້າໃນການແກ້ໄຂບັນຫາ, ກຳນົດເປົ້າໝາຍທີ່ຈະຕ້ອງເຂົ້າຮ່ວມຢ່າງຊັດເຈນ ເຊັ່ນ: ຄົນຕ່າງປະເທດ, ຫົວໜ່ວຍແຮງງານຕ່າງໆ, ອົງການຈັດຕັ້ງທີ່ກ່ຽວຂ້ອງ ແລະ ພົນລະເມືອງລາວ ຜູ້ທີ່ອຳນວຍຄວາມສະດວກໃຫ້ຄົນຕ່າງປະເທດ ເຄື່ອນໄຫວຕ້ອງແຍກໃຫ້ລະອຽດ ໂດຍສະເພາະຜູ້ທີ່ໃຫ້ສະຖານທີ່ພັກເຊົາ, ປະກອບອາຊີບ-ຄ້າຂາຍ ຫຼື ໃຫ້ເຊົ່າທະບຽນວິສາຫະກິດ ໃນການລົງທຶນຄ້າ-ຂາຍ ແລະ ປະເພດທີ່ຈະຕ້ອງໄດ້ດຳເນີນການຊຳລະສະສາງ ເພື່ອດຳເນີນການແກ້ໄຂໃຫ້ຖືກຕາມລະບຽບກົດໝາຍ ຂອງ ສປປ ລາວ.