ໄວ້ອາໄລ ແລະ ມອບອັດຖິທະຫານອາສາສະໝັກຫວຽດນາມ ກັບຄືນປະເທດ

0
1150
ມີ ພົຈວ ສີພອນ ຈັນສົມວົງ ຫົວໜ້າການເມືອງກອງບັນຊາການທະຫານ ນະຄອນຫຼວງວຽງຈັນ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງທັງສອງຝ່າຍ ເຂົ້າຮ່ວມ
ມີ ພົຈວ ສີພອນ ຈັນສົມວົງ ຫົວໜ້າການເມືອງກອງບັນຊາການທະຫານ ນະຄອນຫຼວງວຽງຈັນ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງທັງສອງຝ່າຍ ເຂົ້າຮ່ວມ

ກອງບັນຊາການທະຫານ ນະຄອນຫຼວງວຽງຈັນ ໄດ້ຈັດພິທີໄວ້ອາໄລ ແລະ ມອບ-ຮັບອັດຖິທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ທີ່ເສຍສະລະຊີວິດ ໃນສະໄໝສົງຄາມຢູ່ ສປປ ລາວ ຈໍານວນ 2 ອັດຖິ ກັບຄືນ ສສ ຫວຽດນາມ ໃນວັນທີ 7 ພຶດສະພາ 2019, ມອບໂດຍ ທ່ານ ສີຫຸນ ສິດທິລືໄຊ ຮອງເຈົ້າຄອງນະຄອນຫຼວງວຽງຈັນ ແຫ່ງ ສປປ ລາວ ແລະ ຮັບໂດຍ ທ່ານ ຟານກາວແທັງ ຄະນະປະຈໍາພັກແຂວງ ຫົວໜ້າຂົນຂວາຍ ແຂວງຮ່າຕິງ ແຫ່ງ ສສ ຫວຽດນາມ, ມີ ພົຈວ ສີພອນ ຈັນສົມວົງ ຫົວໜ້າການເມືອງກອງບັນຊາການທະຫານ ນະຄອນຫຼວງວຽງຈັນ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງທັງສອງຝ່າຍ ເຂົ້າຮ່ວມ.

ທ່ານ ສີຫຸນ ສິດທິລືໄຊ ກ່າວວ່າ:

ກອງບັນຊາການທະຫານ ນະຄອນຫຼວງວຽງຈັນ
ກອງບັນຊາການທະຫານ ນະຄອນຫຼວງວຽງຈັນ

ໂດຍປະຕິບັດຕາມສັນຍາຂອງ ສອງລັດຖະບານ ແລະ ບົດບັນທຶກຊ່ວຍຈໍາລະຫວ່າງ ສອງຄະນະປະຕິບັດງານພິເສດ ລາວ-ຫວຽດນາມ ກ່ຽວກັບ ການຊອກຫາ ແລະ ຂຸດຄົ້ນອັດຖິທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ທີ່ເສຍຊີວິດໃນສະໄໝສົງຄາມຢູ່ລາວ ໂດຍສະເພາະຢູ່ນະຄອນຫຼວງວຽງຈັນ, ໄດ້ມີການປະສານງານລະຫວ່າງ ຄະນະປະຕິບັດງານພິເສດ ແຂວງຮ່າຕິງ ກັບ ຄະນະປະຕິບັດງານພິເສດ ທະຫານນະຄອນຫຼວງວຽງຈັນ ເຊິ່ງເລີ່ມແຕ່ປີ 2000 ມາເຖິງປີ 2018 ສາມາດຂຸດຄົ້ນໄດ້ 118 ອັດຖິ ແລະ ໄດ້ມອບ-ຮັບຈັດສົ່ງແລ້ວ.

ສະເພາະປີ 2019, ໜ່ວຍງານຊອກຄົ້ນ ແລະ ຂຸດຄົ້ນ ເລີ່ມແຕ່ເດືອນມີນາ ຮອດທ້າຍເດືອນເມສາ 2019 ສາມາດຂຸດຄົ້ນໄດ້ຕົວຈິງ 2 ອັດຖິ ເຊິ່ງລວມທັງໝົດສາມາດຂຸດຄົ້ນໄດ້ 120 ອັດຖິ.

ສໍາລັບແຜນໃນປີຕໍ່ໄປ ແມ່ນຈະໄດ້ສືບຕໍ່ຮ່ວມກັນເກັບກໍາຂໍ້ມູນ, ຊອກຄົ້ນ ແລະ ຂຸດຄົ້ນ ໂດຍມອບໃຫ້ ກອງບັນຊາການທະຫານເມືອງ ສົມທົບກັບ ອໍານາດການປົກຄອງເມືອງ ແລະ ນາຍບ້ານ ຊອກຂໍ້ມູນນໍາປະຊາຊົນແຕ່ລະບ້ານຕື່ມ; ພ້ອມດຽວກັນນັ້ນ, ກໍຈະສືບຕໍ່ສຶກສາອົບຮົມພະນັກງານ, ທະຫານ, ຕໍາຫຼວດ ແລະ ປະຊາຊົນບັນດາເຜົ່າ ໂດຍສະເພາະ ແມ່ນຄົນຮຸ່ນໜຸ່ມໃຫ້ຮັບຮູ້ ແລະ ເຂົ້າໃຈເຖິງມູນເຊື້ອຄວາມສາມັກຄີພິເສດລະຫວ່າງສອງຊາດ ລາວ-ຫວຽດນາມ ແລະ ພ້ອມກັນປົກປັກຮັກສາມູນເຊື້ອດັ່ງກ່າວ ໃຫ້ໜັກແໜ້ນ, ໝັ້ນຄົງຍືນຍົງຕະຫຼອດໄປ.

ພິທີໄວ້ອາໄລ ແລະ ມອບ-ຮັບອັດຖິທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ທີ່ເສຍສະລະຊີວິດ ໃນສະໄໝສົງຄາມຢູ່ ສປປ ລາວ
ພິທີໄວ້ອາໄລ ແລະ ມອບ-ຮັບອັດຖິທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ທີ່ເສຍສະລະຊີວິດ ໃນສະໄໝສົງຄາມຢູ່ ສປປ ລາວ