ວປກ ປິດຊຸດບຳລຸງວຽກງານກໍ່ສ້າງຮາກຖານການເມືອງທົ່ວກອງທັບ ຊຸດທີ 9

ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ ( ວປກ ) ໄດ້ປິດຊຸດບຳລຸງວຽກງານກໍ່ສ້າງຮາກຖານການເມືອງທົ່ວກອງທັບ ຊຸດທີ IX ສົກປີ 2018–2019 ໃນວັນທີ 6 ພຶດສະພາ 2019 ນີ້. ໂດຍການເປັນປະທານຂອງ ພົຕ ສອນທອງ ພົມລາວົງ ຮອງຫົວໜ້າກົມໃຫຍ່ການເມືອງກອງທັັບ, ມີ ພົຈວ ປອ ແກ້ວສຸວັນ ອິນທະວົງສາ ຫົວໜ້າການທະຫານ ວປກ, ຜູ້ຕາງໜ້າຈາກກົມກໍ່ສ້າງຮາກຖານ, ກົມໂຮງຮຽນ ແລະ ຄະນະພັກ-ຄະນະບັນຊາ, ຄະນະວິຊາຄູ, ຄະນະຮັບຜິດຊອບນັກສຶກສາຊຸດບໍາລຸງ ໃນຄັ້ງນີ້ເຂົ້າຮ່ວມ.

ພັທ ບຸນທັນ ຈັນທະລີມາ ຮອງຫົວ ໜ້າກົມອົບຮົມ-ກໍ່ສ້າງ ວປກ ຜ່ານບົດລາຍງານວ່າ:

ຊຸດບຳລຸງດັ່ງກ່າວເປີດມາເປັນເວລາ 90 ວັນ, ເອກະສານທີ່ນຳມາບຳລຸງໃນຄັ້ງນີ້ລວມມີ 38 ບົດ. ໃນນີ້, ມີຜູ້ເຂົ້າຮ່ວມ 40 ສະຫາຍ; ຜ່ານການຝຶກອົບຮົມສາມາດສັງລວມ, ຕີລາຄາແບ່ງປະເພດຄວາມຮັບຮູ້, ຄວາມເຂົ້າໃຈຂອງຜູ້ທີ່ເຂົ້າຮ່ວມ ໄດ້ເກຼດ B+ມີ 21 ສະຫາຍ ເທົ່າກັບ 52,5% ແລະ ປະເພດ ເກຼດ B ມີ 19 ສະຫາຍ, ເທົ່າກັບ 47,5%.

ໃນໂອກາດນີ້ ພົຕ ສອນທອງ ພົມ ລາວົງ ໄດ້ຍ້ອງຍໍຊົມເຊີຍ, ພ້ອມຕີລາຄາສູງຕໍ່ຜົນສຳເລັດທີ່ຍາດມາໄດ້ ທັງໄດ້ເນັ້ນໃຫ້ແຕ່ລະສະຫາຍສືບຕໍ່ຝຶກຝົນຫຼ່ໍຫຼອມຕົນເອງໃຫ້ມີຫຼັກໝັ້ນການເມືອງໜັກແໜ້ນ, ສະແຫວງຫາຄວາມຮູ້ ດ້ວຍຫຼາຍຮູບການ, ເສີມຂະຫຍາຍບົດບາດເປັນເສນາທິການທີ່ມີຄຸນນະພາບ ໃຫ້ແກ່ຄະນະພັກ-ຄະນະບັນຊາ, ຖືສຳຄັັນໃນການເຮັດວຽກງານດ້ວຍຄວາມໂປ່ງໃສ ແລະ ຮັດແໜ້ນຄວາມສາມັກຄີ, ຄວາມເປັນເອກະພາບພາຍໃນ-ພາຍນອກຢ່າງແໜ້ນແຟ້ນ ເພື່ອພ້ອມກັນເຮັດໃຫ້ກົມກອງປະສົບຜົນສຳເລັດເປັນກ້າວໆ.