ຄະນະບໍລິຫານງານຊາວໜຸ່ມປະຊາຊົນ ປະຕິວັດລາວ ( ຊາວໜຸ່ມ ປປລ ) ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ໄດ້ຈັດພິທີປະກາດ ເມືອງຈັນທະບູລີ ເປັນເມືອງ 3 ດີ, 4 ຮູ້ ແລະ 4 ບຸກ ປະຈໍາປີ 2018 ໃນວັນທີ 8 ພຶດສະພາ 2019, ໂດຍມີ ທ່ານ ນາງ ສຸມາລີ ທຳມະວົງ ຄະນະບໍລິຫານງານຊາວໜຸ່ມ ປປລ ນະຄອນຫຼວງວຽງຈັນ ແລະ ທ່ານ ຄຳພິທູນ ຈັນທະກູນ ຮອງເຈົ້າເມືອງໆຈັນທະບູລີ ທັງເປັນຜູ້ຊີ້ນຳ ອົງການຈັດຕັ້ງມະຫາຊົນ ແລະ ບັນດາຄະນະຊາວໜຸ່ມທົ່ວເມືອງ ເຂົ້າຮ່ວມ.

ທ່ານ ທອງຄູນ ສີອຸດົມ ເລຂາຄະນະບໍລິຫານຊາວໜຸ່ມ ປປລ ເມືອງຈັນທະບູລີ ໄດ້ຜ່ານການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີ, 4 ຮູ້ ແລະ 4 ບຸກ ວ່າ:
ພິທີປະກາດ ເມືອງຈັນທະບູລີ ເປັນເມືອງ 3 ດີ, 4 ຮູ້ ແລະ 4 ບຸກ ປະຈໍາປີ 2018

ໃນໄລຍະຜ່ານມາ, ຄະນະບໍລິຫານງານຊາວໜຸ່ມ ເມືອງຈັນທະບູລີ ໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດ ໃຫ້ຄະນະຊາວໜຸ່ມ, ສະມາຊິກຊາວໜຸ່ມ-ໄວໜຸ່ມ, ເຍົາວະຊົນ, ອະນຸຊົນ ໃຫ້ມີຄວາມຮັບຮູ້ ແລະ ເຂົ້າໃຈຕໍ່ແນວທາງນະໂຍບາຍຂອງພັກ-ລັດ ກໍຄື ກົດລະບຽບຂອງຊາວໜຸ່ມ-ເຍົາວະຊົນ ທີ່ຂັ້ນເທິງວາງອອກ.

ພ້ອມນັ້ນ, ຍັງໄດ້ເພີ່ມທະວີຄວາມສາມັກຄີເປັນປຶກແຜ່ນແໜ້ນໜາ ພາຍໃຕ້ການນຳພາຂອງພັກ, ເສີມຂະຫຍາຍບົດບາດ, ສິດໜ້າທີ່ຂອງ ຊາວໜຸ່ມ-ເຍົາວະຊົນໃນຂັ້ນຮາກຖານ, ປັບປຸງອົງການຈັດຕັ້ງຊາວໜຸ່ມ-ເຍົາວະຊົນທຸກຂັ້ນ ໂດຍສະເພາະຂັ້ນຮາກຖານຫ້ອງການ, ໂຮງຮຽນ ແລະ ບ້ານ ໃຫ້ມີຄວາມໜັກແໜ້ນເຂັ້ມແຂງຮອບດ້ານ ສອດຄ່ອງກັບສະພາບຕົວຈິງຂອງສັງຄົມ, ຮັບປະກັນໃຫ້ມີຄວາມສາມັກຄີ ແລະ ຄວາມສະຫງົບພາຍໃນ ຢ່າງມີປະສິດທິພາບ ແລະ ສ້າງໃຫ້ຊາວໜຸ່ມມີຄວາມເຂັ້ມແຂງ.

ມອບໃບຢັ້ງຢືນ 3 ດີ, 4 ຮູ້ ແລະ 4 ບຸກ ປະຈຳປີ 2018 ໃຫ້ແກ່ ຄະນະຊາວໜຸ່ມ ປປລ ເມືອງຈັນທະບູລີ

ຜ່ານການກວດກາການປະຕິບັດຂໍ້ແຂ່ງຂັນ 3 ດີ, 4 ຮູ້ ປະຈໍາປີ 2018 ສາມາດຈັດປະເພດ ສະມາຊິກເຍົາວະຊົນທັນວາ ທົ່ວເມືອງ ປະເພດແຂງ 4.400 ນ້ອງ ຍິງ 2.341 ນ້ອງ ແລະ ທົ່ວເມືອງຈັນທະບູລີ ມີ ກອງເຍົາວະຊົນທັນວາ ທັງໝົດ 27 ກອງ, ສາມາດປະເມີນ ກອງເຍົາວະຊົນ 3 ດີ, 4 ຮູ້ ປະເພດແຂງ 20 ກອງ, ປະເພດກາງ ມີ 7, ສາມາດຕີລາຄາຕາມມາດຖານຂໍ້ແຂ່ງຂັນ 3 ດີ, 4 ຮູ້ ໄດ້ 74,46% ແລະ ຜ່ານການກວດກາຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກ ປະຈໍາປີ 2018 ສາມາດຕີລາຄາແບ່ງປະເພດສະມາຊິກ ປະເພດແຂງ ໄດ້ 3.323 ສະຫາຍ ຍິງ 1.581 ສະຫາຍ ແລະ ປະເພດກາງ 59 ສະຫາຍ ຍິງ 10 ສະຫາຍ.

ມອບໃບຢັ້ງຢືນ 3 ດີ, 4 ຮູ້ ຂອງ ຄະນະບໍລິຫານງານຊາວໜຸ່ມ ປປລ ເມືອງ ໃຫ້ແກ່ 37 ໂຮງຮຽນ

ໃນພິທີ ຍັງໄດ້ມອບໃບຢັ້ງຢືນ 3 ດີ, 4 ຮູ້ ແລະ 4 ບຸກ ປະຈຳປີ 2018 ໃຫ້ແກ່ ຄະນະຊາວໜຸ່ມ ປປລ ເມືອງຈັນທະບູລີ ແລະ ມອບໃບຢັ້ງຢືນ 3 ດີ, 4 ຮູ້ ຂອງ ຄະນະບໍລິຫານງານຊາວໜຸ່ມ ປປລ ເມືອງ ໃຫ້ແກ່ 37 ໂຮງຮຽນ; ໃນນັ້ນ, ມີໂຮງຮຽນພາກລັດ 20 ແຫ່ງ ແລະ ພາກເອກະຊົນ 17 ແຫ່ງ ພ້ອມທັງມອບໃບຍ້ອງຍໍໃຫ້ແກ່ ກົມກອງລວມໝູ່, ສຳນັກງານ, ບ້ານ ແລະ ໂຮງຮຽນ ທັງໝົດ 92 ແຫ່ງ ທີ່ໄດ້ປະກອບສ່ວນວຽກງານຊາວໜຸ່ມ ແລະ ເຍົາວະຊົນທັນວາ ປະຈຳປີ 2018.