ກອງປະຊຸມໃຫຍ່ ຄັ້ງທີ IV ສະຫະພັນນັກຮົບເກົ່າ ເມືອງສີໂຄດຕະບອງ ໄດ້ຈັດຂຶ້ນໃນທ້າຍເດືອນຜ່ານມາ ໂດຍການເປັນປະທານຂອງ ພັທ ດວງຕາ ດວງມະນີ ປະທານສະຫະພັນນັກຮົບເກົ່າ ເມືອງສີໂຄດຕະບອງ ເປັນກຽດເຂົ້າຮ່ວມມີ ທ່ານ ພູວຽງ ແກ້ວວົງວິຈິດ ເຈົ້າເມືອງໆສີໂຄດຕະບອງ, ມີຜູ້ຕາງໜ້າຈາກສະຫະພັນນັກຮົບເກົ່າແຫ່ງຊາດລາວ-ນະຄອນຫຼວງວຽງຈັນ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ພັທ ບຸນຕາ ດວງມະນີ ຜ່ານບົດສະຫຼຸບວ່າ: ຕະຫຼອດໄລຍະ 5 ປີ ຜ່ານມາ ເຊິ່ງໄດ້ຊີ້ໃຫ້ເຫັນດ້ານດີຜົນງານ ແລະ ດ້ານອ່ອນຂໍ້ຄົງຄ້າງ, ເຊິ່ງຜູ້ແທນເຂົ້າຮ່ວມກອງປະຊຸມໄດ້ພ້ອມກັນປະກອບຄຳເຫັນເຂົ້າໃສ່ຮ່າງບົດສະຫຼຸບລາຍງານການເມືອງຢ່າງກົງໄປກົງມາ ມີຄວາມຮັບຜິດຊອບສູງ ແລະ ພ້ອມກັນຮັບຮອງເອົາທິດທາງແຜນການເຄື່ອນໄຫວວຽກງານຂອງສະຫະພັນນັກຮົບເກົ່າແຕ່ປີ 2019-2024, ກອງປະຊຸມຍັງໄດ້ປ່ອນບັດຄັດເລືອກເອົາຄະນະບໍລິຫານງານຊຸດໃໝ່ ມີຜູ້ລົງສະໝັກທັງໝົດ 27 ສະຫາຍ, 2 ສະຫາຍ ເລືອກໄດ້ ພັທ ດວງຕາ ດວງມະນີ ເປັນປະທານ, ພັທ ບຸນເກີດ ບາງຄຳເພົ້າ ເປັນຮອງປະທານ, ພັທ ວິລັດ ເທບສັກເມືອງ ເປັນຮອງປະທານ ແລະ ປະທານກວດກາ ພ້ອມກັບກຳມະການທັງໝົດ 24 ທ່ານ ເປັນປະທານໜ່ວຍ.

ໃນໂອກາດດັ່ງກ່າວ, ທ່ານເຈົ້າເມືອງໆສີໂຄດຕະບອງ ໄດ້ຮຽກຮ້ອງໃຫ້ບັນດາສະຫາຍຄະນະບໍລິຫານງານ ຈົ່ງພ້ອມກັນກຳແໜ້ນບັນດາເນື້ອໃນຈິດໃຈມະຕິກອງປະຊຸມໃຫຍ່ຄັ້ງນີ້ ເພື່ອພ້ອມກັນນຳເອົາໄປຈັດຕັ້ງຜັນຂະຫຍາຍຈັດຕັ້ງປະຕິບັດໃຫ້ປະກົດຜົນເປັນຈິງເສີມຂະຫຍາຍຈຸດດີແກ້ໄຂຈຸດອ່ອນເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ, ຮັກສາໄດ້ທາດແທ້ຂອງນັກຮົບເກົ່າ ຕາມຄຳຂວັນ 3 ດີ 6 ຮັກສາ, ມີຄຸນທາດການເມືອງໜັກແໜ້ນເປັນແບບຢ່າງທີ່ດີໃຫ້ແກ່ລູກຫຼານ ພ້ອມທັງນຳພາການຈັດຕັ້ງນັກຮົບເກົ່າໃຫ້ເຂັ້ມແຂງໜັກແໜ້ນ.