ວສປ ປະກາດເລື່ອນຊັ້ນ ໃຫ້ນາຍຕຳຫຼວດ

ວິທະຍາຄານສັນຕິບານ ປະຊາຊົນ (ວສປ) ກະຊວງ ປກສ ໄດ້ຈັດພິທີປະກາດເລື່ອນຊັ້ນໃຫ້ນາຍຕຳຫຼວດຈຳນວນ 15 ສະຫາຍ ໃນວັນທີ 9 ພຶດສະພາ 2019 ເພື່ອປະຕິບັດນະໂຍບາຍໃຫ້ຜູ້ທີ່ມີຜົນງານດີເດັ່ນ, ໃນການຝຶກຝົນຫໍ່ຼຫຼອມຕົນເອງ, ດ້ານຄຸນສົມບັດ, ມີຄວາມຮູ້-ຄວາມສາມາດ ແລະ ມີຜົນສຳເລັດໃນວຽກງານຕົວຈິງ; ເປັນປະທານ ແລະ ປະດັບຊັ້ນ ໂດຍ ພົຈວ ປອ ວັນເຮືອງ ນັນທະຈັກ ຜູ້ອຳນວຍການ ວສປ ມີບັນດາຄະນະພັກ-ຄະນະບັນຊາ ແລະ ພະນັກງານ-ນັກຮົບເຂົ້າຮ່ວມ.

ພັທ ປອ ສີພອນ ພັນທະວົງ ຫົວໜ້າຫ້ອງການ ວສປ ໄດ້ຂຶ້ນຜ່ານຂໍ້ຕົກລົງສະບັບ ເລກທີ 1333/ ກມປສ ລົງວັນທີ 23 ເມສາ 2019 ວ່າດ້ວຍການເລື່ອນຊັ້ນໃຫ້ນາຍຕຳຫຼວດ ວສປ ຈຳນວນ 15 ສະຫາຍ; ໃນນັ້ນ, ເລື່ອນຊັ້ນ ຮ້ອຍຕີ ຂຶ້ນ ຮ້ອຍໂທ 15 ສະຫາຍ ຍິງ 3 ສະຫາຍ. ພ້ອມທັງຜ່ານຂໍ້ຕົກລົງ ສະບັບເລກທີ 340/ວສປ ລົງວັນທີ 29 ເມສາ 2019 ວ່າດ້ວຍການສັບຊ້ອນນາຍຕຳຫຼວດທີ່ຂຶ້ນກັບວິທະຍາຄານສັນຕິບານ ປະຊາຊົນ, ໃນນີ້ໄດ້ສັບຊ້ອນນັກສຶກສາ ທີ່ສຳເລັດການສຶກສາຈາກໂຮງຮຽນ ປກສ ຊັ້ນກາງ ເລກ I ກອງບັນຊາການ ປກສ ແຂວງຫຼວງພະບາງ ຮຸ່ນທີ VII ສົກປີ 2019 ຈຳນວນ 1 ສະຫາຍ ມາຊ່ວຍວຽກພະແນກໂຄສະນາ-ຂ່າວສານ, ສິລະປະ-ກິລາ ຫ້ອງການເມືອງ ວສປ.

ໃນໂອກາດນີ້, ພົຈວ ປອ ວັນເຮືອງ ນັນທະຈັກ ໄດ້ຮຽກຮ້ອງໃຫ້ບັນດາສະຫາຍທີ່ໄດ້ຮັບການເລື່ອນຊັ້ນໃໝ່ ແລະ ຜູ້ທີ່ໄດ້ຮັບການສັບຊ້ອນ ຈົ່ງຕັ້ງໜ້າຝຶກຝົນຫໍ່ຼຫຼອມຕົນເອງໃຫ້ມີຄວາມໜັກແໜ້ນທາງດ້ານການເມືອງ, ມີຄວາມເຂັ້ມແຂງທາງດ້ານການຈັດຕັ້ງ, ເພີ່ມທະວີມານະຈິດປະຕິວັດ, ນໍ້າໃຈຫ້າວຫັນ ແລະ ບຸກບືນສູ້ຊົນໃນການສຶກສາຮໍ່າຮຽນ, ເສີມສ້າງທັດສະນະຄະຕິ ແລະ ນໍ້າໃຈ ຮັບໃຊ້ປະຊາຊົນ ດ້ວຍຄວາມຊື່ສັດ ຈິງໃຈຄຽງຄູ່ກັບກັບການປະຕິບັດທຸກມະຕິຄຳສັ່ງທີ່ຂັ້ນເທິງວາງອອກຢ່າງເຂັ້ມງວດ ເພື່ອພ້ອມກັນເຮັດສຳເລັດໜ້າທີ່ຕາມທີ່ພັກ-ລັດການຈັດຕັ້ງມອບໜາຍໃຫ້.