ເຜີຍແຜ່ວຽກງານສ້າງຄອບຄົວ ຕິດພັນກັບການສ້າງບ້ານພັດທະນາ

ສະຫະພັນແມ່ຍິງ ກະຊວງສາທາລະນະສຸກ ໄດ້ຈັດຝຶກອົບຮົມເຜີຍແຜ່ວຽກງານສ້າງຄອບຄົວ ແລະ ສ້າງບ້ານແມ່ຍິງ 3 ດີ ຕິດພັນກັບການສ້າງບ້ານພັດທະນາ ຕາມທິດ 3 ສ້າງ,ໃນວັນທີ 10 ພຶດສະພາ 2019 ໂດຍມີຄະນະບໍລິຫານງານສະຫະພັນແມ່ຍິງກະຊວງ, ຄະນະໜ່ວຍແມ່ຍິງທົ່ວກະຊວງສາທາລະນະສຸກເຂົ້າຮ່ວມ.

ທ່ານ ດຣ ນາງ ຜາສຸກ ວົງວິຈິດ ປະທານສະຫະພັນແມ່ຍິງ ຮອງຫົວໜ້າກົມແຜນການ ແລະ ການຮ່ວມມືກະຊວງສາທາລະນະສຸກ ກ່າວວ່າ:

ການຝຶກອົບຮົມດັ່ງກ່າວ ຈັດຂຶ້ນເພື່ອເປັນການສ້າງຂະບວນການຂໍ່ານັບຮັບຕ້ອນກອງປະຊຸມ 3 ຂັ້ນຂອງອົງຄະນະພັກກະຊວງສາທາລະນະສຸກ ແລະ ກອງປະຊຸມໃຫຍ່ ຄັ້ງທີ X ຂອງສະຫະພັນແມ່ຍິງກະຊວງສາທາລະນະສຸກ ທັງເປັນການເຜີຍແຜ່-ສ້າງຄວາມຮັບຮູ້ກ່ຽວກັບການສ້າງຄອບຄົວ ແລະ ສ້າງບ້ານແມ່ຍິງ 3 ດີ ຕິດພັນກັບການສ້າງບ້ານພັດທະນາ ຕາມທິດ 3 ສ້າງ, ຝຶກແອບຕື່ມແບບຟອມໃຫ້ບັນດາຄະນະໜ່ວຍແມ່ຍິງທົ່ວກະຊວງສາທາລະນະສຸກນຳໄປເຜີຍແຜ່ຕໍ່ໃຫ້ສະມາຊິກໃນຂົງເຂດຄວາມຮັບຜິດຊອບ ຂອງຕົນຮັບຮູ້ຢ່າງທົ່ວເຖິງ ແລ້ວນຳໄປຈັດຕັ້ງປະຕິບັດຢ່າງເປັນຮູບປະທຳ.

ເອກະການສ້າງທີ່ນຳມາຝຶກອົບຮົມ ແມ່ນເອກະສານວຽກງານ 3 ສ້າງ ຕິດພັນກັບ 3 ດີ ຂອງສະຫະພັນແມ່ຍິງລາວ, ທີ່ສະເໜີໂດຍ ທ່ານ ນາງ ສຸດາລາ ຈັນທະວີທອງ ຫົວໜ້າຫ້ອງການສູນກາງສະຫະພັນແມ່ຍິງລາວ ໃຫ້ຮູ້ວ່າ: ເອກະສານດັ່ງກ່າວ ມີຈຸດປະສົງເພື່ອເຮັດໃຫ້ແມ່ຍິງລາວບັນດາເຜົ່າມີຄວາມຮັບຮູ້ເຂົ້າໃຈ ແລະ ກຳແໜ້ນຕໍ່ເນື້ອໃນມາດຖານເງື່ອນໄຂ, ວິທີການຈັດຕັ້ງປະຕິບັດ ແລະ ແບບຟອມການປະເມີນມາດຖານການສ້າງຄອບຄົວ ແລະ ບ້ານແມ່ຍິງ 3 ດີ ພ້ອມທັງກຳນົດມາດຕະການຈັດຕັ້ງປະຕິບັດ ໂດຍໃຫ້ຄະນະສະຫະພັນແມ່ຍິງແຕ່ລະຂັ້ນເປັນເຈົ້າການຄົ້ນຄວ້າເຊື່ອມຊຶມ, ຈັດຕັ້ງນຳພາການເຜີຍແຜ່ໃຫ້ແມ່ຍິງ, ສະມາຊິກຄອບຄົວເຂົ້າໃຈເນື້ອໃນ ແລະ ການຈັດຕັ້ງປະຕິບັດປຶ້ມຄູ່ມືແນະນຳເບື້ອງຕົ້ນ ການສ້າງຄອບຄົວ ແລະ ບ້ານແມ່ຍິງ 3 ດີ ຕິດພັນກັບການສ້າງບ້ານພັດທະນາ ຕາມທິດ 3 ສ້າງ ໃຫ້ເປັນຂະບວນກວ້າງຂວາງ.