ເມືອງສີໂຄດຕະບອງ ເປີດຊຸດຝຶກອົບຮົມກົດໝາຍ 45 ວັນ ຊຸດທີ 1

ຫ້ອງການຍຸຕິທໍາ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ໄດ້ເປີດຊຸດຝຶກອົບຮົມກົດໝາຍ 45 ວັນ ຊຸດທີ I ໃຫ້ພະນັກງານຫ້ອງການ, ອໍານາດການປົກຄອງບ້ານທົ່ວເມືອງສີໂຄດຕະບອງ ໃນວັນທີ 13 ພຶດສະພາ 2019, ເຂົ້າຮ່ວມໂດຍ ທ່ານ ນາງ ພູວຽງແກ້ວ ວົງວິຈິດ ເຈົ້າເມືອງໆສີໂຄດຕະບອງ ແລະ ທ່ານ ທອງສັນ ແກ້ວປະເສີດ ຮອງຫົວໜ້າພະແນກຍຸຕິທໍາ ນະຄອນຫຼວງວຽງຈັນ, ມີຫົວໜ້າ-ຮອງຫ້ອງການຍຸຕິທໍາ, ຄະນະຮັບຜິດຊອບ, ຕາງໜ້າຫ້ອງການ, ອໍານາດການປົກຄອງບ້ານອ້ອມຂ້າງເມືອງເຂົ້າຮ່ວມ.

ທ່ານ ໂສວັດ ແສງມະນີ ຫົວໜ້າຫ້ອງການຍຸຕິທໍາ ເມືອງສີໂຄດຕະບອງ ກ່າວວ່າ:

ຊຸດຝຶກອົບຮົມຄັ້ງນີ້, ເປັນການຈັດຕັ້ງຜັນຂະຫຍາຍຄໍາສັ່ງແນະນໍາຂອງກົມການເມືອງສູນກາງພັກ ວ່າດ້ວຍການສ້າງແຂວງ ເປັນຫົວໜ່ວຍຍຸດທະສາດ, ສ້າງເມືອງເປັນຫົວໜ່ວຍເຂັ້ມແຂງຮອບດ້ານ, ສ້າງບ້ານເປັນຫົວໜ່ວຍພັດທະນາ ແລະ ປະຕິບັດຕາມເນື້ອໃນຈິດໃຈຂອງຄໍາສັ່ງນາຍົກລັດຖະມົນຕີ ກ່ຽວກັບການເພີ່ມທະວີຄວາມເອົາໃຈໃສ່ວຽກງານຍຸຕິທໍາຮາກຖານ ເພື່ອຫັນການຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດ-ສັງຄົມດ້ວຍລະບຽບກົດໝາຍ, ເປັນຕົ້ນແມ່ນການບໍລິຫານວຽກງານຂັ້ນບ້ານ ໃຫ້ເຂົ້າສູ່ລະບຽບກົດໝາຍເທື່ອລະກ້າວ ແລະ ທັງເປັນການສ້າງໃຫ້ພະນັກງານ, ອໍານາດການປົກຄອງການຈັດຕັ້ງບ້ານ, ປະຊາຊົນ ໄດ້ເຂົ້າເຖິງຂົງເຂດຍຸຕິທໍາ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການກໍ່ສ້າງຮາກຖານການເມືອງໃຫ້ມີຄວາມເຂັ້ມແຂງ, ແນໃສ່ສຶກສາອົບຮົມປະຊາຊົນພາຍໃນເມືອງ ໄດ້ຮັບຮູ້ເຂົ້າໃຈລະບຽບກົດໝາຍຢ່າງຖືກຕ້ອງເລິກເຊິ່ງ, ສ້າງສະຕິຕື່ນຕົວເຄົາລົບ ແລະ ປະຕິບັດລະບຽບກົດໝາຍນັບມື້ນັບເຂັ້ມງວດ, ເສີມຂະຫຍາຍມູນເຊື້ອຄວາມສາມັກຄີປ້ອງດອງພາຍໃນບ້ານໃຫ້ມີຄວາມໜັກແໜ້ນ ຕ້ານສະກັດກັ້ນ ແລະ ຕີຖອຍທຸກປະກົດການຫຍໍ້ທໍ້ທີ່ລະເມີດລະບຽບກົດໝາຍໃຫ້ຫຼຸດໜ້ອຍຖອຍລົງເທື່ອລະກ້າວ,  ເຮັດໃຫ້ບ້ານມີຄວາມສະຫງົບ, ເຂັ້ມແຂງ, ສັງຄົມມີຄວາມເປັນລະບຽບຮຽບຮ້ອຍ ແລະ ຍຸຕິທໍາ.

ຊຸດຝຶກອົບຮົມ ມີນັກສໍາມະນາກອນ ທັງໝົດ 40 ທ່ານ, ມາຈາກຫ້ອງການຊາວໜຸ່ມ 1 ທ່ານ, ຫ້ອງການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ 1 ທ່ານ, ອົງການປົກຄອງບ້ານ 38 ທ່ານ ຍິງ 10 ທ່ານ, ປະກອບມີ 4 ກຸ່ມ ວິຊາຮຽນ ຄື: ກຸ່ມວິຊາທິດສະດີການເມືອງ-ການປົກຄອງ, ກຸ່ມວິຊາກົດໝາຍ, ກຸ່ມວິຊາວຽກງານຍຸຕິທໍາຮາກຖານ ແລະ ກຸ່ມວິຊາເຕັກນິກ ແຕ່ງເອກະສານທາງລັດຖະການ, ລວມທັງໝົດ ມີ 34 ວິຊາຮຽນ, ມີ 22.5 ໜ່ວຍກິດເທົ່າກັບ 360 ຊົ່ວໂມງ.