ບໍລິສັດ CSK ເທີນຫີນບູນ ສຳເລັດການຝຶກອົບຮົມວຽກງານສະກັດກັ້ນ ແລະ ຕ້ານອັກຄີໄພ

ໃນວັນທີ 11 ພຶດສະພາ 2019, ພະແນກຕຳຫຼວດສະກັດກັ້ນ ແລະ ຕ້ານອັກຄີໄພ ປກສ ແຂວງຄຳມ່ວນ ໄດ້ລົງຝືກອົບຮົມວຽກງານສະກັດກັ້ນ ແລະ ຕ້ານອັກຄີໄພໃຫ້ພະນັກງານຮັກສາຄວາມປອດໄພພາຍໃນບໍລິສັດ CSK ( ຊີ ເອັດສ ເຄ ) ເທີນຫີນບູນ ເມືອງຄູນຄຳ ແຂວງຄຳມ່ວນ ເຊິ່ງນຳໂດຍ ພັຕ ອິນປົງ ແກ້ວບໍລະກົດ ຮອງຫົວໜ້າພະແນກ ຕຳຫຼວດສະກັດກັ້ນ ແລະ ຕ້ານອັກຄີໄພ ປກສ ແຂວງ  ພ້ອມດ້ວຍພະນັກງານວິຊາການພາຍໃນພະແນກ, ເຂົ້າຮ່ວມໂດຍ ທ່ານ ຖາວອນ ອຸ່ນແກ້ວວິໄລ ຮອງຫົວໜ້າອຳນວຍການບໍລິສັດ CSK ເທີນຫີນບູນ ພ້ອມຄະນະ ມີບັນດາພະນັກງານຮັກສາຄວາມປອດໄພພາຍໃນບໍລິສັດດັ່ງກ່າວເຂົ້າຮ່ວມ.

ພັຕ ອິນປົງ ແກ້ວບໍລະກົດ ໄດ້ຍົກໃຫ້ເຫັນເຖິງສາເຫດ ແລະ ຜົນເສຍຫາຍຈາກການເກີດອັກຄີໄພ-ໄຟໄໝ້ທີ່ສ້າງຄວາມເສຍຫາຍທາງດ້ານຊັບສິນ, ຊີວິດ ແລະ ສຸຂະພາບຂອງພໍ່-ແມ່ປະຊາຊົນ, ພ້ອມທັງໄດ້ອະທິບາຍຄວາມຮູ້ພື້ນຖານກຽ່ວກັບການສະກັດກັ້ນ ແລະ ຕ້ານອັກຄີໄພ, ວິທີປະຕິບັດຕົວຈິງເມື່ອເກີດອັກຄີໄພ-ໄຟໄໝ້, ການເອົາຕົວລອດຈາກເຫດການໄຟໄໝ້ ແລະ ໝອກຄວັນ ເຊັ່ນ: ເວລາເກີດເຫດໄຟໄໝ້ໃຫ້ກົດປຸ່ມສັນຍານເຕືອນໄພຖ້າມີ ຫຼື ຮ້ອງຂຶ້ນສຽງດັງໆ ເພື່ອໃຫ້ທຸກຄົນໄດ້ຮັບຮູ້ວ່າເກີດອັກຄີໄພ ແລ້ວໂທແຈ້ງເຈົ້າໜ້າທີ່ມອດໄຟ 1190 ຢ່າງຮີບດ່ວນ ໂດຍບອກສະຖານທີ່ເກີດເຫດ, ບ້ານ, ເມືອງ, ແຂວງໃຫ້ລະອຽດ, ຈາກນັ້ນໃຫ້ງັບກົງເຕີເພື່ອຕັດກະແສໄຟຟ້າ ຫຼື ໂທຫາເຈົ້າໜ້າທີ່ໄຟຟ້າທີ່ຢູ່ໃກ້ມາກວດກາ ເພື່ອສະກັດກັ້ນບໍ່ໃຫ້ເກີດໄຟຟ້າຊ໊ອດທີ່ອາດຈະເປັນອັນຕະລາຍຕໍ່ເຈົ້າໜ້າທີ່ວິຊາສະເພາະ, ໃຊ້ອຸປະກອນບັ້ງມອດໄຟ ສີດໃສ່ຈຸດເກີດໄຟໄໝ້ໄລຍະຫາງປະມານ 3-5 ແມັດ, ໃນການກອບກູ້ຊີວິດ ແລະ ຊັບສິນ, ຕ້ອງຮີບຮ້ອນນໍາເອົາຊັບສິນສິ່ງຂອງທີ່ມີຄ່າ ແລະ ຜູ້ເຄາະຮ້າຍອອກຈາກສະຖານທີ່ເກີດໄຟໄໝ້ໂດຍໄວ. ນອກນັ້ນ ຕ້ອງໄດ້ແຕ່ງຕັ້ງຄົນຮັບຜິດຊອບເວນຍາມເພື່ອປ້ອງກັນເຄື່ອງຂອງ ແລະ ຊັບສິນຕ່າງໆ ເພື່ອຫຼີກລ້ຽງກຸ່ມຄົນບໍ່ດີ ທີ່ສວຍໂອກາດມາລັກເອົາຊັບສິນໃນເວລາເກີດອັກຄີໄຟ.

ການລົງຝຶກອົບຮົມຄັ້ງນີ້, ກໍເພື່ອເນັ້ນໃຫ້ພະນັກງານທີ່ຢູ່ພາຍໃນບໍລິສັດດັ່ງກ່າວທີ່ໄດ້ຜ່ານການຝຶກອົບຮົມໃນຄັ້ງນີ້ ຕ້ອງນຳເອົາບົດຮຽນທີ່ຮຽນມານີ້ນຳໄປເຜີຍແຜ່ຕໍ່ໃຫ້ກັບບັນດາພະນັກງານພາຍໃນບໍລິສັດ ແລະ ພໍ່-ແມ່ປະຊາຊົນໃນຂອບເຂດດັ່ງກ່າວໃຫ້ຮັບຮູ້ ແລະ ເຂົ້າໃຈ ໃຫ້ທົ່ວເຖິງກ່ຽວກັບວຽກງານສະກັດກັ້ນ ແລະ ຕ້ານອັກຄີໄພຢ່າງເລິກເຊິ່ງ.