ກອງບັນຊາການ ປກສ ແຂວງບໍລິຄໍາໄຊ ເລື່ອນຊັ້ນໃຫ້ນາຍ ແລະ ພົນຕໍາຫຼວດ ຈໍານວນ 138 ສະຫາຍ ໃນວັນທີ 10 ພຶດສະພາ 2019 ເພື່ອເປັນການປະຕິບັດນະໂຍບາຍໃຫ້ຜູ້ທີ່ມີຜົນງານ ແລະ ຄົບເງື່ອນໄຂຂອງການເລື່ອນຊັ້ນ, ໃຫ້ກຽດປະດັບຊັ້ນໂດຍ ພັອ ທອງໃບ ລໍວັນໄຊ ຫົວໜ້າກອງບັນຊາການ ປກສ ແຂວງບໍລິຄໍາໄຊ, ມີ ພະນັກງານ-ຫຼັກແຫຼ່ງພະນັກງານ-ນັກຮົບທີ່ໄດ້ຮັບການເລື່ອນຊັ້ນ ເຂົ້າຮ່ວມ.

ພັທ ຄໍາໄມ ແກ່ນຄໍາຈັນ ຮອງຫົວໜ້າຫ້ອງການເມືອງ ປກສ ແຂວງ ໄດ້ຂຶ້ນຜ່ານຂໍ້ຕົກລົງຂອງກົມໃຫຍ່ການເມືອງ ກະຊວງ ປກສ ສະບັບ ເລກທີ 1096/ກມປສ, ວ່າດ້ວຍການເລື່ອນຊັ້ນໃຫ້ນາຍ ແລະ ພົນຕໍາຫຼວດ ທົ່ວກອງບັນຊາການ ປກສ ແຂວງບໍລິຄໍາໄຊ. ໃນນີ້, ເລື່ອນຊັ້ນ ຮ້ອຍຕີ ຂຶ້ນຊັ້ນ ຮ້ອຍໂທ 74 ສະຫາຍ ຍິງ 17 ສະຫາຍ, ວາທີ ຂຶ້ນ ຮ້ອຍຕີ ມີ 18 ສະຫາຍ, ສິບເອກ ຂຶ້ນ ວາທີ ມີ 21 ສະຫາຍ, ຍິງ 3 ສະຫາຍ ສິບໂທ ຂຶ້ນສິບເອກ 24 ສະຫາຍ ຍິງ 1 ສະຫາຍ ແລະ ສິບຕີ ຂຶ້ນສິບໂທ ມີ 1 ສະຫາຍ.

ນອກນີ້, ໃນພິທີຍັງໄດ້ມອບໃບຍ້ອງຍໍສັນລະເສີນໃຫ້ຜູ້ທີ່ມີຜົນງານປະກອບສ່ວນໃນບັ້ນປ້ອງກັນກອງປະຊຸມສຸດຍອດອາຊຽນ ຄັ້ງທີ 28-29 ໃຫ້ນາຍຕໍາຫຼວດ ກອງບັນຊາການ ປກສ ແຂວງບໍລິຄໍາໄຊ; ໃນນີ້, ຍ້ອງຍໍຂັ້ນກະຊວງປ້ອງກັນຄວາມສະຫງົບ ຈໍານວນ 76 ສະຫາຍ, ຂັ້ນກົມໃຫຍ່ການເມືອງປ້ອງກັນຄວາມສະຫງົບ ຈໍານວນ 7 ສະຫາຍ.