ບັນຫາຜູ້ຂັບຂີ່ພາຫະນະຢຸດລົດທັບເສັ້ນທາງມ້າລາຍຢູ່ຕົວເມືອງໃຫຍ່ ໂດຍສະເພາະນະຄອນຫຼວງວຽງຈັນ ໄດ້ກາຍເປັນຄວາມຊິນເຄີຍ ເຊິ່ງໄດ້ສ້າງຄວາມລໍາບາກໃຫ້ກັບຄົນຍ່າງຂ້າມທາງສ່ວນຫຼາຍຈະພົບເຫັນຢູ່ບັນດາໄຟອໍານາດ ຫຼື ໄຟແດງ ມີທັງລົດຈັກ-ລົດໃຫຍ່ຈອດກວມເອົາເສັ້ນທາງມ້າລາຍ ເຮັດໃຫ້ຄົນຍ່າງທີ່ຕ້ອງການຈະຂ້າມທາງຢູ່ຈຸດມ້າລາຍ ຈໍາເປັນຕ້ອງໄດ້ຍ່າງກ່ຽວໄປ-ມາ ຫຼື ສອດໄປຊ່ອງວ່າງຂອງລົດ. ສະນັ້ນ, ເຈົ້າໜ້າທີ່ຕໍາຫຼວດຈະລາຈອນ ຄວນໃຊ້ມາດຕະການທາງດ້ານກົດໝາຍ, ລະບຽບການສັນຈອນ ແລະ ມາດຕະການປັບໃໝຢ່າງເຂັ້ມງວດ ເພື່ອບໍ່ໃຫ້ເປັນແບບຢ່າງຄົນອື່ນຕໍ່ໆໄປ.

ເສັ້ນທາງມ້າລາຍ ຈະເຫັນຢູ່ທຸກຖະໜົນສາຍຫຼັກ ໃນນະຄອນຫຼວງວຽງຈັນ ເຊິ່ງເປັນເສັ້ນສີຂາວຢູ່ຜິວຫົນທາງ ຕາມ 4 ແຍກໄຟອໍານາດ ຫຼື ໄຟແດງ, ສາມແຍກ ແລະ ທາງຄົບກັນ ເຊິ່ງໃຊ້ສະເພາະສໍາລັບຄົນຍ່າງຂ້າມທາງ. ບັນດາຜູ້ຂັບຂີ່ຍານພາຫະນະ ໄດ້ຮັບຮູ້ ແລະ ເຂົ້າໃຈດີຕໍ່ເຄື່ອງໝາຍການສັນ ຈອນດັ່ງກ່າວ, ຄົນຈໍານວນສ່ວນຫຼາຍກໍ່ພາກັນເຄົາລົບ ແລະ ປະຕິບັດຕໍ່ກົດລະບຽບວາງອອກເປັນຢ່າງດີ. ກໍລະນີຂັບຂີ່ໄປຕາມທາງ ພົບເຫັນຄົນກໍາລັງຍ່າງຢູ່ຈຸດເສັ້ນທາງມ້າລາຍ ແມ່ນຢຸດໃຫ້ຂ້າມຫວິດກ່ອນຈຶ່ງໄປ. ແຕ່ມີຜູ້ຂັບຂີ່ບາງຈໍານວນໜຶ່ງຮັບຮູ້ແຕ່ພັດພາກັນຕ່າວພາໂລ ຂັບຂີ່ຟ້າວຟັ່ງຢ້ານແຕ່ບໍ່ໄດ້ໄປກ່ອນ ບໍ່ວ່າຈະເປັນລົດໃຫຍ່, ລົດຈັກຊິງແຊງ ກັນຂຶ້ນໜ້າ ສ່ວນຫຼາຍເຫັນຢູ່ບັນດາໄຟແດງ ໃນເວລາໂມງເຂົ້າການ-ເລີກການບັນດານັກຂັບຂີ່ ພາກັນຢຸດລົດກວມເອົາ ເສັ້ນມ້າລາຍທີ່ກໍານົດໄວ້ນັ້ນ ເຮັດໃຫ້ຄົນທີ່ຈະມີຈຸດປະສົງຈະຂ້າມທາງຢູ່ຈຸດມ້າລາຍ ຕ້ອງໄດ້ລໍຖ້າໃຫ້ລົດໄປໝົດກ່ອນຈຶ່ງຂ້າມໄດ້. ບາງຄັ້ງຕ້ອງໄດ້ຍ່າງເລາະເວັ້ນໄປຕາມຊ່ອງທາງໄລຍະຫ່າງຂອງລົດທີ່ພວກເພິ່ນຈອດກວມເອົາ.

ໃນປີ 2018 ຜ່ານມາ ເຈົ້າໜ້າທີ່ຈະລາຈອນ ນວ ກວດພົບນັກຂັບຂີ່ລະເມີດ ກົດຈະລາຈອນທັງໝົດ 4.404 ຄົນ ຍິງ 1.842 ຄົນ, ສຶກສາອົບຮົມ ແລະ ຂຽນໃບເຕືອນ 1.983 ຄົນ ຍິງ 870 ຄົນ, ຂຽນໃບສັ່ງກັກເອກະສານ ແລະ ລົດ ຈໍານວນ 2.421 ໃບ ຍິງ 972 ຄົນ. ໃນນີ້, ກວດພົບລົດຢຽບເສັ້ນມ້າລາຍ 502 ຄັນ; ສ່ວນຫຼາຍແມ່ນລົດຈັກ ຕໍ່ກັບບັນຫາດັ່ງກ່າວ ນອກຈາກຈະສ້າງຄວາມຫຍຸ້ງຍາກໃຫ້ກັບຄົນທີ່ຈະຂ້າມທາງແລ້ວ ພຶດຕິກໍາດັ່ງກ່າວ ຍັງຜິດຕໍ່ກົດໝາຍ, ລະບຽບການສັນຈອນທາງບົກ ແລະ ລະບຽບປັບໃໝ ເຊັ່ນ: ຕາມດໍາລັດ 188/ນຍ ມາດຕາ 15 ກ່ຽວກັບການຢຸດລົດກາຍເສັ້ນທາງຢຸດ ຫຼື ເສັ້ນມ້າລາຍ ລະບຸວ່າ: ຜູ້ຂັບຂີ່ຜູ້ໃດ ຫາກໄດ້ຢຸດລົດທັບ ຫຼື ກາຍເສັ້ນທາງໝາຍຢຸດ ຫຼື ມ້າລາຍ ຈະປັບໃໝຕາມປະເພດລົດ ຄື: ລົດຖີບ, ລົດສາມລໍ້ 10.000 ກີບ, ລົດຈັກ 20.000 ກີບ, ລົດສາມລໍ້ຕິດເຄື່ອງຈັກ 40.000 ກີບ, ລົດ 4 ລໍ້ ທຸກປະເພດ 50.000 ກີບ,ລົດ 6 ລໍ້ທຸກປະເພດ 60.000 ກີບ ແລະ ລົດບັນທຸກ 10 ລໍ້ ຂຶ້ນໄປ, ລົດໂດຍສານ (ລົດບັດ) 100.000 ກີບ.

ພັທ ເພັງສະຫວັນ ທໍາມາບູນ ຫົວໜ້າພະແນກຕໍາຫຼວດຈະລາຈອນ ນະຄອນຫຼວງວຽງຈັນ ກ່າວວ່າ: ຕໍ່ກັບບັນຫາດັ່ງກ່າວນີ້ ພະແນກໄດ້ຈັດກໍາລັງວິຊາສະເພາະ ລົງເຄື່ອນໄຫວປະຕິບັດໜ້າທີ່ປະຈໍາແຕ່ລະຈຸດ ຕາມ 3 ແຍກ, 4 ແຍກ ແລະ ເສັ້ນທາງຄົບກັນ ຕາມບັນດາເສັ້ນທາງສາຍຫຼັກ ເພື່ອໂຄສະນາ ແລະ ຕັກເຕືອນບັນດາຜູ້ຂັບຂີ່ ເພື່ອໃຫ້ເຄົາລົບກົດລະບຽບບການສັນຈອນ ໃຫ້ກຽດເຊິ່ງກັນແລະກັນ ໃນນີ້; ກໍຄືຫ້າມບໍ່ໃຫ້ນັກຂັບຂີ່ລົດທຸກປະເພດ ຢຸດລົດທັບເສັ້ນທາງມ້າລາຍ ກໍລະນີພົບເຫັນແມ່ນໄດ້ມີການຕັກເຕືອນບໍ່ໃຫ້ກະທໍາອີກ.

ຜ່ານການປະຕິບັດມາໄດ້ເດືອນກວ່າ ຮອດເດືອນຕຸລາ ເຫັນວ່າຜູ້ຂັບຂີ່ຈໍານວນຫຼາຍແມ່ນມີຄວາມເຂົ້າໃຈໃຫ້ການຮ່ວມມືກັບເຈົ້າໜ້າທີ່ ກໍຄືປະຕິບັດກົດລະບຽບການສັນຈອນເປັນຢ່າງດີ. ແຕ່ມີຜູ້ຂັບຂີ່ຈໍານວນໜຶ່ງຝ່າຝືນຍັງບໍ່ໃຫ້ ການຮ່ວມມືຂັບຂີ່ລົດຢຸດກວມເອົາເສັ້ນທາງມ້າລາຍທີ່ກໍານົດໄວ້ ກໍລະນີເຈົ້າໜ້າທີ່ກັກໄປຕັກເຕືອນແມ່ນຈົມວ່າໃສ່ເຈົ້າໜ້າທີຕໍາຫຼວດຈະລາຈອນ ໃຊ້ວາຈາບໍ່ສຸພາບ ເຊິ່ງບໍ່ສໍານຶກເລີຍວ່າຕົວເອງຜິດ.

ຢ່າງໃດກໍຕາມບັນດາຜູ້ຂັບຂີ່ຍານພາຫະນະຕ້ອງເປັນເຈົ້າການນໍາກັນມີສະຕິເຄົາລົບລະບຽບການສັນຈອນຢ່າງເຂັ້ມງວດ ໂດຍສະເພາະກັບຄົນທີ່ຈະຂ້າມທາງ ກໍລະນີພົບເຫັນຄວນປະຕິບັດ ຕາມໄຟອໍານາດຊີ້ບອກ ຫຼື ພົບເຫັນຢູ່ທາງຊື່ ກໍຄວນຢຸດລົດໃຫ້ຄົນຢ່າງຂ້າມໄປກ່ອນຈຶ່ງໄປ ສະແດງໃຫ້ເຫັນເຖິງການໃຫ້ກຽດເຊິ່ງກັນແລະກັນໃນການໃຊ້ຖະໜົນຮ່ວມກັນ ເພື່ອຄວາມເປັນລະບຽບຮຽບຮ້ອຍຕາມສາຍທາງ.