ກິດຈະກໍາສະຫຼອງວັນເດັກນ້ອຍສາກົນ ( 1 ມິຖຸນາ ) ໃນວັນທີ 31 ພຶດສະພາ 2019 ຢູ່ທີ່ສູນການຮ່ວມມືສາກົນ ແລະ ການຝຶກອົບຮົມ ນະຄອນຫຼວງວຽງຈັນ
ກິດຈະກໍາສະຫຼອງວັນເດັກນ້ອຍສາກົນ ( 1 ມິຖຸນາ ) ໃນວັນທີ 31 ພຶດສະພາ 2019 ຢູ່ທີ່ສູນການຮ່ວມມືສາກົນ ແລະ ການຝຶກອົບຮົມ ນະຄອນຫຼວງວຽງຈັນ

ຄະນະກໍາມາທິການແຫ່ງຊາດ ເພື່ອຄວາມກ້າວໜ້າຂອງແມ່ຍິງ ແລະ ແມ່-ເດັກ ( ຄຊກມດ ) ຮ່ວມກັບ ອົງການຢູນີເຊັບ ຈັດກິດຈະກໍາສະຫຼອງວັນເດັກນ້ອຍສາກົນ ( 1 ມິຖຸນາ ) ໃນວັນທີ 31 ພຶດສະພາ 2019 ຢູ່ທີ່ສູນການຮ່ວມມືສາກົນ ແລະ ການຝຶກອົບຮົມ ນະຄອນຫຼວງວຽງຈັນ ໂດຍການເຂົ້າຮ່ວມຂອງ ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ທັງເປັນ ປະທານ ຄຊກມດ, ມີ ຮອງປະທານ, ແຂກຮັບເຊີນ, ນ້ອງນັກຮຽນໃນທົ່ວປະເທດ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ທ່ານ ປອ ນາງ ອິນລາວັນ ແກ້ວບຸນພັນ ປະທານສູນກາງສະຫະພັນແມ່ຍິງລາວ ທັງເປັນ ຮອງປະທານ ຄຊກມດ ກ່າວວ່າ:

ທ່ານ ປອ ນາງ ອິນລາວັນ ແກ້ວບຸນພັນ ປະທານສູນກາງສະຫະພັນແມ່ຍິງລາວ
ທ່ານ ປອ ນາງ ອິນລາວັນ ແກ້ວບຸນພັນ ປະທານສູນກາງສະຫະພັນແມ່ຍິງລາວ

ໃນ 1 ປີຜ່ານມາ, ຄະນະກໍາມາທິການ ເພື່ອຄວາມກ້າວຫນ້າຂອງແມ່ຍິງ ເເລະ ແມ່-ເດັກ ນັບແຕ່ຂັ້ນສູນກາງລົງເຖິງທ້ອງຖິ່ນຮາກຖານ ໄດ້ປະສານສົມທົບ ແລະ ຮ່ວມມືກັບທຸກຂະແໜງການທີ່ກ່ຽວຂ້ອງ ຈັດຕັ້ງປະຕິບັດວຽກງານທີ່ກ່ຽວຂ້ອງກັບເດັກ ມີຜົນສໍາເລັດຫຼາຍດ້ານ.

ເປັນຕົ້ນແມ່ນ ໄດ້ປະຕິບັດພັນທະຂອງ ສປປ ລາວ ພາຍໃຕ້ສົນທິສັນຍາ ວ່າດ້ວຍ ສິດທິເດັກ ເຊິ່ງຄະນະນໍາຜູ້ແທນຂັ້ນສູງຂອງ ສປປ ລາວ ໄດ້ເຂົ້າຮ່ວມພິຈາລະນາ ແລະ ປ້ອງກັນບົດລາຍງານແຫ່ງຊາດ ກ່ຽວກັບ ການຈັດຕັ້ງປະຕິບັດສົນທິສັນຍາ ວ່າດ້ວຍ ສິດທິເດັກ ໃນ ສປປ ລາວ ຕໍ່ ສະຫະປະຊາຊາດ ລວມທັງບົດລາຍງານການຈັດຕັ້ງປະຕິບັດອານຸສັນຍາການເຂົ້າຮ່ວມຂອງເດັກ ໃນການປະທະກັນດ້ວຍກໍາລັງປະກອບອາວຸດ ແລະ ບົດລາຍງານອານຸສັນຍາ ກ່ຽວກັບ ການຄ້າຂາຍເດັກ, ການຄ້າປະເວນີເດັກ ແລະ ສິ່ງລາມົກອານາຈານກ່ຽວກັບເດັກ.

ນອກຈາກນີ້, ຍັງໄດ້ຮ່ວມກັບບັນດາ ກະຊວງ ແລະ ຂະແໜງການກ່ຽວຂ້ອງ ຈັດພິທີສະເຫຼີມສະຫຼອງວັນເດັກໂລກ 20 ພະຈິກ 2018 ເປັນຄັ້ງທໍາອິດໃນ ສປປ ລາວ; ພ້ອມທັງວຽກງານແຮງງານ ແລະ ສະຫວັດດີການ-ສັງຄົມ ໄດ້ກໍານົດວຽກທີ່ເປັນອັນຕະລາຍທີ່ຫ້າມໃຊ້ແຮງງານເດັກ ແລະ ໄວໜຸ່ມ.

ຊົມເຊີຍ ວັນເດັກສາກົນ 1 ມິຖຸນາ 2019
ຊົມເຊີຍ ວັນເດັກສາກົນ 1 ມິຖຸນາ 2019

ຕາມຜົນການສໍາຫຼວດການໃຊ້ແຮງງານເດັກ ຄັ້ງທີ I, II ແລະ ໄດ້ຄົ້ນຄວ້າປັບປຸງລະບົບ ແລະ ກົນໄກການປົກປ້ອງເດັກ, ລະບົບຍຸຕິທໍາສໍາລັບເດັກ, ການຕິດຕາມກວດກາການເຄື່ອນຍ້າຍແຮງງານເດັກ, ເດັກທີ່ຖືກລະເລີຍ, ເດັກທີ່ອາໄສຢູ່ນໍາຄົນອື່ນ, ເດັກທີ່ຖືກເອົາໄປເປັນລູກລ້ຽງ, ເດັກຢູ່ໃນສະຖາບັນຕ່າງໆ ທັງພາຍໃນ ແລະ ຕ່າງປະເທດ ໃຫ້ສາມາດເຊື່ອມຈອດເຂົ້າກັນ ແລະ ປະສານງານກັນຢ່າງກົມກຽວ ລວມທັງການປັບປຸງຖານຂໍ້ມູນລະດັບຊາດທີ່ກ່ຽວຂ້ອງກັບເດັກ.

ວຽກງານສາທາລະນະສຸກ ກໍໄດ້ໃຫ້ຄວາມສໍາຄັນ ແລະ ຄວາມເອົາໃຈໃສ່ຕໍ່ສຸຂະພາບຂອງແມ່ ແລະ ເດັກ ໂດຍປະຕິບັດນະໂຍບາຍເກີດລູກ ແລະ ປິ່ນປົວເດັກລຸ່ມ 5 ປີ ໂດຍບໍ່ເສຍຄ່າ ພ້ອມທັງຕອບສະໜອງໜ່ວຍບໍລິການເຄື່ອນທີ່ ໃຫ້ເຂົ້າເຖິງຜູ້ດ້ອຍໂອກາດ ແລະ ຜູ້ທີ່ຢູ່ຫ່າງໄກສອກຫຼີກໃຫ້ທົ່ວເຖິງ.

ວຽກງານກະສິກໍາ ແລະ ປ່າໄມ້ ໄດ້ປະຕິບັດຕາມທິດການພັດທະນາສີຂຽວ ແລະ ຍືນຍົງ ພ້ອມທັງຈັດພິທີປູກໄມ້ ໃນວັນປູກຕົ້ນໄມ້ແຫ່ງຊາດ ເເລະ ວັນເດັກສາກົນ 1 ມິຖຸນາ ຢ່າງເປັນຂະບວນຟົດຟື້ນ ເພື່ອໃຫ້ບັນລຸຕາມຍຸດທະສາດປ່າໄມ້ ຮອດປີ 2020.

ທ່ານຮອງປະທານ ຄຊກມດ ກ່າວຕື່ມອີກວ່າ:

ເນື່ອງໃນໂອກາດສະຫຼອງວັນເດັກສາກົນ 1 ມິຖຸນາ 2019 ນີ້, ຂ້າພະເຈົ້າ ຂໍຕາງໜ້າໃຫ້ລັດຖະບານ ຮຽກຮ້ອງມາຍັງບັນດາການຈັດຕັ້ງພັກ-ລັດ, ແນວລາວສ້າງຊາດ, ອົງການຈັດຕັ້ງມະຫາຊົນ, ຫົວໜ່ວຍທຸລະກິດ ທັງພາກລັດ ແລະ ເອກະຊົນ ຕະຫຼອດເຖິງພໍ່-ແມ່ປະຊາຊົນ ລວມທັງເດັກນ້ອຍລາວບັນດາເຜົ່າ ຈົ່ງພ້ອມກັນເອົາໃຈໃສ່ເພີ່ມທະວີຄວາມຮັບຜິດຊອບຂອງຂະແໜງການ ແລະ ທ້ອງຖິ່ນຕໍ່ວຽກງານສິດທິເດັກ, ຮັບປະກັນການຢູ່ລອດ, ການພັດທະນາ, ການປົກປ້ອງ, ການມີສ່ວນຮ່ວມຂອງເດັກ ເພື່ອໃຫ້ເດັກລາວບັນດາເຜົ່າເປັນໄວເດັກທີ່ສົດໃສ ເຕັມໄປດ້ວຍຄວາມສຸກ, ຄວາມອົບອຸ່ນຈາກພໍ່ແມ່, ການເບິ່ງແຍງດູແລຈາກການຈັດຕັ້ງ ແລະ ສັງຄົມ ກາຍເປັນຜູ້ໃຫຍ່ທີ່ມີຄຸນນະພາບ, ມີຄວາມຮູ້-ຄວາມສາມາດ, ມີວິທະຍາສາດ, ເຕັກໂນໂລຊີ ແລະ ການສ້າງນະວັດຕະກໍາໃໜ່.

ທ່ານ ສອນໄຊ ສີພັນດອນ ໄດ້ມອບຂອງຂວັນໃຫ້ແກ່ນ້ອງນັກຮຽນໃນທົ່ວປະເທດ ທີ່ເຄື່ອນໄຫວສ້າງກິດຈະກໍາວັນເດັກ
ທ່ານ ສອນໄຊ ສີພັນດອນ ໄດ້ມອບຂອງຂວັນໃຫ້ແກ່ນ້ອງນັກຮຽນໃນທົ່ວປະເທດ ທີ່ເຄື່ອນໄຫວສ້າງກິດຈະກໍາວັນເດັກ

ໃນພິທີ, ທ່ານ ສອນໄຊ ສີພັນດອນ ໄດ້ມອບຂອງຂວັນໃຫ້ແກ່ນ້ອງນັກຮຽນໃນທົ່ວປະເທດ ທີ່ເຄື່ອນໄຫວສ້າງກິດຈະກໍາວັນເດັກ ພ້ອມທັງຢອດຢາ, ໃຫ້ຢາວິດຕາມິນ ແລະ ຢາຂ້າແມ່ທ້ອງ ເພື່ອເຮັດໃຫ້ເດັກມີສຸຂະພາບແຂງແຮງ ແລະ ບໍ່ມີພະຍາດແຊກຊ້ອນ.

ທ່ານ ສອນໄຊ ສີພັນດອນ ໃຫ້ຢາວິດຕາມິນ ແລະ ຢາຂ້າແມ່ທ້ອງ
ທ່ານ ສອນໄຊ ສີພັນດອນ ໃຫ້ຢາວິດຕາມິນ ແລະ ຢາຂ້າແມ່ທ້ອງ

ໃນວັນດຽວກັນ, ສານປະຊາຊົນສູງສຸດ ກໍໄດ້ສະຫຼອງວັນເດັກນ້ອຍສາກົນ ເຊັ່ນດຽວກັນ ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ຄໍາພັນ ສິດທິດໍາພາ ປະທານສານປະຊາຊົນສູງສຸດ, ມີພະນັກງານທົ່ວສານປະຊາຊົນ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ ແລະ ໂອກາດດຽວກັນ, ພະແນກສຶກສາທິການ ແລະ ກິລາ ນະຄອນຫຼວງວຽງຈັນ, ທ່ານ ຊົມພູ ແກ້ວປັນຍາ ຫົວໜ້າພະແນກສຶກສາທິການ ແລະ ກິລາ ນະຄອນຫຼວງວຽງຈັນ ພ້ອມດ້ວຍພະນັກງານ, ຄູ-ອາຈານ ແລະ ນ້ອງນັກຮຽນ ທົ່ວນະຄອນຫຼວງ ກໍໄດ້ເຂົ້າຮ່ວມ.

ສານປະຊາຊົນສູງສຸດ ກໍໄດ້ສະຫຼອງວັນເດັກນ້ອຍສາກົນ ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ຄໍາພັນ ສິດທິດໍາພາ
ສານປະຊາຊົນສູງສຸດ ກໍໄດ້ສະຫຼອງວັນເດັກນ້ອຍສາກົນ ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ຄໍາພັນ ສິດທິດໍາພາ