ປ່ອນບັດຄັດເລືອກເອົາຄະນະບໍລິຫານງານຊາວໜຸ່ມຊຸດໃໝ່ (ຊຸດທີ II)

ຊຸມປີຜ່ານມາ, ຄະນະບໍລິຫານງານຊາວໜຸ່ມວິທະຍາຄານຕຳຫຼວດປະຊາຊົນ (ວຕປ) ກະຊວງ ປກສ ໄດ້ມີຄວາມເອົາໃຈໃສ່ປຸກລະດົມ, ຊຸກຍູ້ສະມາຊິກຊາວໜຸ່ມໃນຄວາມຮັບຜິດຊອບຂອງຕົນເຂົ້າຮ່ວມເຄື່ອນໄຫວວຽກງານວິຊາສະເພາະທີ່ເປັນຈຸດສຸມຂອງວິທະຍາຄານຕຳຫຼວດປະຊາຊົນ ຄື: ການສອນ, ການຮ່ຳຮຽນ ແລະ ຝຶກຝົນຫຼໍ່ຫຼອມຕົນເອງ ແລະ ວຽກງານບໍລິຫານປິ່ນອ້ອມຕ່າງໆມີຜົນສຳເລັດ.

ໃນກອງປະຊຸມໃຫຍ່ ຄັ້ງທີ II ຂອງຄະນະບໍລິຫານງານຊາວໜຸ່ມ ວຕປ ທີ່ຈັດຂຶ້ນໃນວັນທີ 13 ມິ ຖຸນາ 2019 ໂດຍມີ ພັອ ຄຳພັດ ສາລີວອນ ຮອງອຳນວຍການ ວຕປ ທັງເປັນຜູ້ຊີ້ນຳວຽກງານຊາວໜຸ່ມ ວຕປ, ພັທ ສັນຕິ ບຸນມາໄລ ຮອງຫ້ອງຊາວໜຸ່ມ ກະຊວງ ປກສ, ມີແຂກຮັບເຊີນ ແລະ ຜູ້ແທນສະມາຊິກຊາວໜຸ່ມ ວຕປ ເຂົ້າຮ່ວມ.

ພັທ ທອງລິດ ຂຸນປະເສີດ ເລຂາຄະນະບໍລິຫານງານຊາວໜຸ່ມ ວຕປ ຂຶ້ນຜ່ານບົດລາຍງານການເມືອງ ໃຫ້ຮູ້ວ່າ: ຊຸມປີຜ່ານມາ, ຄະນະບໍລິຫານງານຊາວໜຸ່ມ ວຕປ ຊຸດ ທີ I ໄດ້ມີຄວາມເອົາໃຈໃສ່ປຸກລະດົມ, ຊຸກຍູ້ສະມາຊິກຊາວໜຸ່ມປະຕິບັດວຽກງານວິຊາສະເພາະທີ່ໄດ້ຮັບມອບໝາຍດ້ວຍຄວາມຫ້າວຫັນ ແລະ ມີຜົນ ສຳເລັດສະແດງອອກ: ດ້ານການສອນໄດ້ເອົາໃຈໃສ່ຊີ້ນຳ-ນຳພາຕໍ່ຖັນແຖວຊາວໜຸ່ມຄູ-ອາຈານເປັນແບບ ຢ່າງໃຫ້ແກ່ມະຫາຊົນໃນການຊອກຮູ້ຮ່ຳຮຽນຍົກລະດັບວິຊາສະເພາະຂອງຕົນໃຫ້ສູງຂຶ້ນ.

ເອົາໃຈໃສ່ຕໍ່ການແຕ່ງບົດສອນ, ການແປ, ຮຽບຮຽງ, ຈັດພິມເອກະສານຕຳລາສອນ ແລະ ຂຶ້ນຫ້ອງສິດສອນຕາມໂຄງການຫຼັກສູດສະແດງອອກຄື: ແຕ່ງບົດສອນໄດ້ 686 ບົດ, ຮຽບຮຽງ, ແຕ່ງແລະປັບປຸງປຶ້ມຕຳລາ 32 ຄັ້ງ, ມີ 17 ຫົວ, ຂຶ້ນຫ້ອງສອນຢູ່ພາຍໃນ ວຕປ ແລະ ນອກສະຖາບັນເກືອບ 4 ໝື່ນຊົ່ວໂມງ, ໄປຝຶກອົບຮົມຢູ່ຕ່າງປະເທດ 22 ຄັ້ງ, ມີ 11 ຄົນ ແລະອື່ນໆ.


ປ່ອນບັດຄັດເລືອກເອົາຄະນະບໍລິຫານງານຊາວໜຸ່ມຊຸດໃໝ່ (ຊຸດທີ II)

ໃນກອງປະຊຸມຍັງໄດ້ປ່ອນບັດຄັດເລືອກເອົາຄະນະບໍລິຫານງານຊາວໜຸ່ມຊຸດໃໝ່ (ຊຸດທີ II). ໃນນີ້, ມີຜູ້ສະໝັກ 15 ສະຫາຍ, ຄັດເລືອກເອົາ 11 ສະຫາຍ; ຜ່ານການປ່ອນບັດເລືອກໄດ້ ພັຕ ໂປ່ງ ຄໍາ ບຸນປອນ ເປັນເລຂາ, ພັຕ ລັດສະໝີ ທໍາມະວົງສາ ເປັນຮອງເລຂາ, ຮອ ບຸນທະວີ ດວງມະນີ ເປັນປະທານກວດກາ ແລະ ສ່ວນອີກ 8 ສະຫາຍ ເປັນຄະນະ ເພື່ອສືບຕໍ່ຊີ້ນຳ-ນຳພາປະຕິບັດທິດທາງແຜນການທີ່ວາງໄວ້ໃນຊຸມປີຕໍ່ໜ້າໃຫ້ມີຜົນສຳເລັດກວ່າເກົ່າ ເປັນຕົ້ນແມ່ນສືບຕໍ່ກະຕຸກຊຸກຍູ້ບັນດາສະມາຊິກຊາວໜຸ່ມຄູ-ອາຈານ ສຸມໃສ່ ໃນການແຕ່ງບົດສອນ, ແປ, ຮຽບຮຽງເອກະສານ ແລະ ການສ້າງຕຳລາສອນໃຫ້ສາມາດຕອບສະໜອງໄດ້ການຮຽນ-ການສອນໃນໄລຍະໃໝ່.


ຄະນະບໍລິຫານງານຊາວໜຸ່ມຊຸດໃໝ່ ຊຸດທີ II