ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ໄດ້ຈັດຕັ້ງເຜີຍແຜ່ເອກະສານຂໍ້ຫ້າມ ແລະ ການນໍາໃຊ້ສື່ສັງຄົມອອນລາຍໃນກໍາລັງ ປ້ອງກັນຄວາມສະຫງົບ ໃນວັນທີ 13 ມິຖຸນາ 2019, ເຜີຍແຜ່ໂດຍ ພົຈວ ບຸບຜາ ສີພົມມາ ຫົວໜ້າກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ມີຄະນະພັກ-ຄະນະບັນຊາ, ຫົວໜ້າ-ຮອງຫົວໜ້າກົມ, ຫ້ອງ, ພະແນກ ແລະ ພະນັກງານ-ນັກຮົບ ອ້ອມຂ້າງກອງບັນຊາການເຂົ້າຮ່ວມ.

ພົຈວ ບຸບຜາ ສີພົມມາ ເຜີຍແຜ່ຂໍ້ຕົກລົງຂອງກະຊວງປ້ອງກັນຄວາມສະຫງົບ ສະບັບເລກທີ 564 /ປກສ, ລົງວັນທີ 3 ເມສາ 2019 ວ່າດ້ວຍຂໍ້ຫ້າມຕໍ່ນາຍ ແລະ ພົນຕໍາຫຼວດ, ເຊິ່ງປະກອບມີ 6 ໝວດ ແລະ 21 ມາດຕາ. ໃນນີ້, ມາດຕາ 1 ໄດ້ລະບຸວ່າ: ຂໍ້ຕົກລົງສະບັບນີ້ໄດ້ກຳນົດຫຼັກການ, ລະບຽບການ, ຂໍ້ຫ້າມ ແລະ ມາດຕະການ ຕໍ່ນາຍ ແລະ ພົນຕຳຫຼວດ ເພື່ອຍົກສູງຄວາມຮັບຜິດຊອບຕໍ່ໜ້າ ທີ່ການເມືອງ, ສ້າງຄວາມເປັນເອກະພາບໃນການຈັດຕັ້ງປະຕິບັດການສະກັດກັ້ນ ແລະ ແກ້ໄຂບັນຫາປະກົດການຫຍໍ້ທໍ້ໃນກໍາລັງປ້ອງກັນຄວາມສະຫງົບປະຊາຊົນ ແນໃສ່ຫຼຸດຜ່ອນຫາງສຽງວິພາກວິຈານຂອງສັງຄົມ ແລະ ເຮັດໃຫ້ກໍາລັງມີຄວາມປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ, ມີແບບແຜນທັນສະໄໝ, ມີຈັນຍາບັນ, ຈັນຍາທໍາ, ມີລະບຽບວິໄນເຂັ້ມງວດສົມເປັນກຳລັງປະກອບອາວຸດປະຕິວັດທີ່ມີຄວາມຈົ່ງຮັກພັກດີຕໍ່ພັກ-ລັດ, ຕໍ່ປະເທດຊາດ ແລະ ປະຊາຊົນ ຢ່າງແທ້ຈິງ.

ສຳລັບຄຳສັ່ງຂອງກະຊວງປ້ອງກັນຄວາມສະຫງົບ ສະບັບເລກ ທີ 583/ປກສ, ລົງວັນທີ 3 ເມ ສາ 2019 ວ່າດ້ວຍການນຳໃຊ້ສື່ສັງຄົມອອນລາຍໃນກຳລັງປ້ອງກັນຄວາມສະຫງົບກ່ຽວກັບເນື້ອໃນລະບຸວ່າ ຫ້າມໃຫ້ນາຍ ແລະ ພົນຕຳຫຼວດຕົວະຍົວະ, ຫຼອກຫຼວງ, ໂຄສະນາບິດເບືອນ, ໃສ່ຮ້າຍປ້າຍສີ, ສ້າງຄວາມປັ່ນປ່ວນ, ສ້າງຄວາມຂັດແຍ່ງ, ກໍ່ຄວາມເສຍຫາຍຕໍ່ບົດບາດ ແລະ ອິດທິພົນຂອງກໍາລັງປ້ອງກັນຄວາມສະຫງົບ ແລະ ພໍ່-ແມ່ປະຊາຊົນລາວບັນດາເຜົ່າ; ຫ້າມນາຍ ແລະ ພົນຕໍາຫຼວດຖ່າຍຮູບນຸ່ງເຄື່ອງແບບຕິດຊັ້ນ, ປະກອບອາວຸດເຕັກນິກຕ່າງໆໂພສລົງ, ກົດໄລ້, ກົດແຊ່, ເສີມແຕ່ງຮູບພາບ, ມີຄໍາຄິດ-ຄໍາເຫັນລັກສະນະບໍ່ສ້າງສັນ, ປັ່ນປວນ, ໝິ່ນປະ ໝາດ, ແຕະຕ້ອງເຖິງກຽດສັກສີຂອງພັກ-ລັດ, ການຈັດຕັ້ງ, ສິດທິສ່ວນບຸກຄົນ ແລະ ແຕະຕ້ອງເຖິງຮີດຄອງປະ ເພນີຂອງຊາດ, ຄວາມບໍ່ເປັນລະບຽບຮຽບຮ້ອຍຢູ່ໃນສັງຄົມລົງອິນເຕີເນັດ, ເຟສບຸກ, ວ໋ອດແອບ, ວີແຊັດ, ລາຍ, ອິນສະຕາແກຣມ, ທະວິດເຕີ, ຢູທູບ ແລະ ສື່ສັງຄົມອອນລາຍອື່ນໆ ທີ່ເປັນການເປີດເຜີຍຄວາມລັບຂອງຊາດ, ຂອງກໍາລັງປ້ອງກັນຄວາມສະຫງົບ ໃຫ້ກຸ່ມຄົນບໍ່ດີນໍາເອົາໄປໂຄສະນາໂຈມຕີກໍາລັງປ້ອງກັນຄວາມສະ ຫງົບ ແລະ ຄວາມບໍ່ເປັນລະບຽບຮຽບຮ້ອຍຂອງສັງຄົມ ແລະອື່ນໆ ທີ່ບໍ່ຖືກຕ້ອງຕາມລະບຽບກົດໝາຍຂອງ ກຳລັງປ້ອງກັນຄວາມສະຫງົບ ແລະ ກົດໝາຍແຫ່ງ ສປປ ລາວ ກຳນົດໄວ້ຢ່າງເດັດຂາດ.

ການຈັດຕັ້ງເຜີຍແຜ່ເອກະສານຄັ້ງນີ້ ເພື່ອເຮັດໃຫ້ນາຍ ແລະ ພົນຕຳຫຼວດ, ປກສ ນະຄອນຫຼວງວຽງຈັນ ໄດ້ຮັບ ຮູ້-ເຂົ້າໃຈ ແລະ ປະຕິບັດຕາມຂໍ້ຫ້າມຕ່າງໆທີ່ໄດ້ກໍານົດໄວ້ຢ່າງເຂັ້ມງວດ ພ້ອມທັງນໍາໄປຈັດຕັ້ງປະຕິບັດຢ່າງມີວິໄນ ແນໃສ່ບໍ່ໃຫ້ມີປະກົດການຫຍໍ້ທໍ້ຕ່າງໆເກີດຂຶ້ນຢູ່ພາຍໃນກຳລັງປ້ອງກັນຄວາມສະຫງົບ.